ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍ​ຣະ​ມັນ ເພີ້ມ​ຄວາມ​ເຂັ້ມ​ງ​ວດ ໃນ​ການ​ຄວບ​ຄຸມ ການ​ລະ​ບາດ​ຂອງໂຄວິດ-19


ຮ້ານອາຫານແຫ່ງນຶ່ງ ບອກໃຫ້ໃຊ້ກົດລະບຽບ 2G ໝາຍຄວາມວ່າ ຕ້ອງຊັກຢາ ຫ໌ືຫາຍເຊົາຈາກໂຄວິດ-19 ກ່ອນຈະເຂົ້າມາຮ້ານອາຫານ ທີ່ເມືອງ Cologne ປະເທດເຢຍຣະມັນ ວັນທີ 7 ມັງກອນ 2022.
ຮ້ານອາຫານແຫ່ງນຶ່ງ ບອກໃຫ້ໃຊ້ກົດລະບຽບ 2G ໝາຍຄວາມວ່າ ຕ້ອງຊັກຢາ ຫ໌ືຫາຍເຊົາຈາກໂຄວິດ-19 ກ່ອນຈະເຂົ້າມາຮ້ານອາຫານ ທີ່ເມືອງ Cologne ປະເທດເຢຍຣະມັນ ວັນທີ 7 ມັງກອນ 2022.

ປະເທດເຢຍຣະມັນກໍບໍ່ມີຄວາມແຕກຕ່າງຫຍັງກັບບັນດາປະເທດເພື່ອນບ້ານໃນຢູໂຣບອື່ນໆ ທີ່ກຳລັງປະເຊີນໜ້າ ກັບໂຄວິດ-19 ສາຍພັນໃໝ່ໂອໄມຄຣອນ. ໃນ ວັນພຸດ ອາທິດແລ້ວນີ້ ລັດຖະບານຊຸດໃໝ່ ຂອງທ່ານໂອລາຟ ຊວດສ໌ (Olaf Scholz) ນາຍົກລັດຖະມົນຕີເຢຍຣະມັນ ທີ່ຫາກໍເຂົ້າຮັບຕຳແໜ່ງ ໄດ້ເອົາມາດຕະການເຄັ່ງຄັດຂຶ້ນກວ່າເກົ່າໃນການເຂົ້າອອກປະເທດ ເພື່ອປ້ອງກັນການແຜ່ລະບາດ ເພີ້ມຂຶ້ນຂອງໂຄວິດ-19. ດຣ. ບຸນທອນ ຈັນທະລາວົງ ທີ່ເປັນນາຍແພດ ເຢຍຣະ ມັນເຊື້ອສາຍລາວ ໄດ້ອະທິບາຍສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

ດຣ. ບຸນທອນ ໄດ້ກ່າວຕໍ່ໄປອີກວ່າ ການໃສ່ໜ້າກາກ ຕ້ອງໄດ້ປະຕິບັດຢ່າງເຄັ່ງຄັດ ບໍ່ວ່າຢູ່ນອກຕຶຶກຫຼືຢູ່ໃນຕຶກ. ນອກຈາກນັ້ນແລ້ວ ກົດລະບຽບຍັງເຄັ່ງຄັດເພີ້ມ ຂຶ້ນ ສຳລັບພວກລູກຄ້າ ທີ່ເຂົ້າໄປນັ່ງຮັບປະທານຢູ່ໃນຮ້ານອາຫານ ແລະບາດື່ມ ເຫຼົ້າ. ເຂົາເຈົ້າຕ້ອງໄດ້ຢັ້ງຢືນການສັກວັກຊີນ ແລະພິສູດໃຫ້ເຫັນວ່າ ບໍ່ມີເຊື້ອໂຄ ວິດ-19 ຖ້າບໍ່ດັ່ງນັ້ນ ຈະເຂົ້າໄປໃນບັນດາສະຖານທີ່ເຫຼົ່ານີ້ ບໍ່ໄດ້ເປັນເດັດຂາດ.

ນາຍົກລັດຖະມົນຕີເຢຍຣະມັນ ພ້ອມດ້ວຍບັນດາຜູ້ນຳທັງໝົດ 6 ລັດໄດ້ເຫັນພ້ອມ ກັບມາດຕະການໃໝ່ດັ່ງກ່າວໃນວັນສຸກອາທິດແລ້ວນີ້ ເພື່ອຫລີກລ່ຽງການແຜ່ລະ ບາດເພີ້ມຂຶ້ນ ໃນຂະນະທີ່ເຮັດໃຫ້ເວລາກັກໂຕເອງ ຢູ່ໃນບ້ານເຮືອນນັ້ນ ໃຫ້ໜ້ອຍ ລົງມາເປັນເວລາ 10 ມື້.

XS
SM
MD
LG