ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຫມໍ​ຜ່າຕັດຫນຸ່ມ ດຣ. ບຸນມະນີ ແກ້ວຈຳປາ


Dr. Bounmany Kyle Keojampa ໃນຫ້ອງຜ່າຕັດ
Dr. Bounmany Kyle Keojampa ໃນຫ້ອງຜ່າຕັດ

ຄ່ຳຄືນນີ້ທາງເຮົາມີບົດ​ສຳພາດ​ຂອງ ທ່ານຫມໍ​ຜ່າຕັດຫນຸ່ມ
Dr. Bounmany Kyle Keojampa ​ແຫ່ງ​ເມືອງ
Bostonດຣ. ບຸ​ນມະນີ ​ແກ້ວ​ຈຳປາ ຫມໍ​ຜ່າຕັດ​ມື​ນຶ່ງ​ຂອງ​
ສະຫະລັດ, ປະຈຸ​ບັນ​ນີ້​ຮັບ​ຫນ້າ​ທີ່​ເປັນ​ຫມໍ​ຜ່າຕັດ​ທີ່​ເມືອງ
Boston, ລັດ Massachussetts, ຊຶ່ງ​ທາງ​ເຮົາ​ໄດ້​
ສຳ​ພາດກຽວ​ກັບ​ຄວາມ​ເປັນ​ມາ​ກ່ອນ​ທີ່ຈະ​ກາຍ​ມາ​ເປັນ​ຫມໍ​ຜ່າຕັດ​ນີ້​.

ດຣ. ບຸ​ນມະນີ​ເກີດ​ທີ່ ສາຣະ​ວັນ ປະ​ເທດ​ລາວ​ແລະ​ອົບ​ພະ
ຍົບມາຢູ່ສະ​ຫະຣັດກັບ​ຄອບຄົວ ຕອນ​ນັ້ນ ດຣ. ບຸ​ນມະນີ
ມີ​ອາຍຸ​ພຽງ​ແຕ່​ສາມ​ຂອບ​ເທົ່າ​ນັ້ນ. ​ແລະ​ນີ້​ກໍ​ແມ່ນ​ຕອນ​ນຶ່ງ​ຂອງ​ການ​ສຳພາດ​ທີ່ ດຣ. ບຸ​ນມະນີ
ອະທິບາຍ​ໃຫ້​ຟັງວ່າ “ຂ້ອຍ​ຕ້ອງ​ໄດ້​ອ່ານຫຼາຍ​ແລ​ະຕຽ​ມພ້​ອ​ມ. ວັນ​ນຶ່ງ​ກ່ອນ​ມື້​ຜ່າຕັດ​ນັ້ນ
ຂ້ອຍ​ຈະ​ຕ້ອງ​ຍ້ຳ​ເຕື່ອນ​ແລະ​ບອກກັບຕົວ​ເອງ​ສະ​ເຫມີ​ວ່າ ມື້​ອື່ນ​ຈະ​ຜ່າ​ຕັດ​ແລ້ວ​ນ່າ, ຕ້ອງ​ໃຫ້​
ສະຫມອງ​ທົບ​ທວນ, ຈົດ​ຈຳ​ແລະຮັບ​ເອົາ​ຂັ້ນ​ຕອນ​ຂອງ​ການຜ່າຕັດ​ຕ່າງໆໃຫ້​ເຂົ້າໃຈ​ເຖິງ
ລາຍ​ລະອຽດ​ວ່າ​ອັນ​ ໃດ​ກ່ອນ​ອັນ​ໃດ​ຫຼັງ. ເນື່ອງ​ຈາກ​ວ່າ​ເຮົາ​ຍັງ​ເປັນ​ຫມໍ​ຜ່າຕັດ​ມື​ໃຫມ່​
ແລະ​ກຳລັງ​ລົງ​ພື້ນຖານຢູ່​ນັ້ນ ຈະ​ຕ້ອງມີ​ທ່ານຫມໍ​ທີ່​ອະ​ວຸ​ໂສ​ກຳກັບ​ແລະ​ຄວບ​ຄຸມແລະ​ໃຫ້​
ຄວາມ​ຊ່ອຍ​ເຫຼືອ ​ແລະ​ເບິ່ງ​ວ່າເຮົາ​ເຮັດ​ຖືກຕ້ອງ​ຕາມ​ຂັ້ນ​ຕອນຫຼື​ບໍ່ເຖິງ​ຈະ​ທຳ​ການຜ່າຕັດ​
ດ້ວຍ​ຕົວເອງ​ທັງ​ຫມົດກໍ​ຕາມ.”

ເຊີນ​ທ່ານຮັບ​ລາຍ​ລະອຽດ​ໃນ​ບົດ​ສຳພາດໄດ້​ເລີຍ.

XS
SM
MD
LG