ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານຕ່າງໆ ຂອງຫວຽດນາມ ຕັດສິນຈໍາຄຸກ 23 ຄົນ ຖານກໍ່ການຮ້າຍ ແລະ ມຸ້ງທໍາລາຍປະເທດ


ທ້າວດ່າງຫ້ວງທຽນ (Dang Hoang Thien) ທີ່ຖືກກ່າວຫາວ່າເປັນຜູ້ເຮັດລະເບີດນໍ້າມັນສອງລູກ ຖືກຕໍາຫລວດນໍາຕົວອອກມາຈາກລົດ ເພື່ອເຂົ້າໄປຟັງ
ຄໍາຕັດສິນຂອງສານ ທີ່ນະຄອນໂຮ່ຈີມິງ ຂອງຫວຽດນາມ ໃນວັນທີ 27 ທັນວາ 2017
ທ້າວດ່າງຫ້ວງທຽນ (Dang Hoang Thien) ທີ່ຖືກກ່າວຫາວ່າເປັນຜູ້ເຮັດລະເບີດນໍ້າມັນສອງລູກ ຖືກຕໍາຫລວດນໍາຕົວອອກມາຈາກລົດ ເພື່ອເຂົ້າໄປຟັງ ຄໍາຕັດສິນຂອງສານ ທີ່ນະຄອນໂຮ່ຈີມິງ ຂອງຫວຽດນາມ ໃນວັນທີ 27 ທັນວາ 2017

ອີງຕາມລາຍງານຂ່າວຂອງຂ່າວສານຂອງລັດ ໃນວັນພະຫັດວານນີ້ ສານຕ່າງໆຂອງ
ຫວຽດນາມໄດ້ຕັດສິນຈໍາຄຸກແບບຮຸນແຮງຕໍ່ຄົນຊາວສີ່ຄົນ ພາຍຫລັງທີ່ໄດ້ພົບວ່າ
ພວກເຂົາເຈົ້າມີຄວາມຜິດຖານກໍ່ການຮ້າຍ ແລະບ່ອນທໍາລາຍປະເທດ ຊຶ່ງລວມທັງ ການວາງລະເບີດ ທີ່ເຊື່ອມໂຍງກັບກຸ່ມພວກພັດຖິ່ນ ຢູ່​ຕ່າງປະ​ເທດ.

ສານທີ່ຢູ່ໃນນະຄອນໂຮ່ຈີມິງ ໄດ້ທໍາການຕັດສິນຄະດີຂອງ 14 ຄົນ ທີ່ຖືກ່າວຫາວ່າ
ທໍາການ ກໍ່ການຮ້າຍທີ່ແນໃສ່ຕ້ານການຄຸ້ມຄອງຂອງປະຊາຊົນ ໃນການທໍາການ
ໂຈມຕີດ້ວຍລະເບີດທີ່ໃຊ້ນໍ້າມັນຢູ່ສະໜາມບິນສາກົນ ໃນເດືອນເມສາຜ່ານມາ ແລະ
ໄດ້ຕັດສິນໃຫ້ພວກເຂົາເຈົ້າຕິດຄຸກເປັນເວລາ 5 ຫາ 16 ປີ.

ອີງຕາມໜັງສືພິມ ແທັງນຽນ (Thanh Nien) ຊຶ່ງເປັນໜັງສືພິມຂອງລັດທ້າວດ່າງຫ້ວງ
ທຽນ (Dang Hoang Thien) ທີ່ຖືກກ່າວຫາວ່າເປັນຜູ້ເຮັດລະເບີດນໍ້າມັນສອງລູກ ຊຶ່ງມີແຕ່ລູກດຽວເທົ່ານັ້ນແຕກຂຶ້ນນັ້ນ ໄດ້ຖືກຕັດສິນໃຫ້ຈໍາຄຸກເປັນເວລາ 16 ປີ ໃນຂະ
ນະທີ່ອີກ 13 ຄົນ ແມ່ນຖືກຕັດສິນຈໍາຄຸກເປັນເວລາ 5 ຫາ 14 ປີ ໃນຕອນທ້າຍຂອງ
ການໄຕ່ສວນຄະດີທີ່ດໍາເນີນໄປເປັນເວລາ 2 ວັນ ແລະສິ້ນສຸດລົງວັນພຸດຜ່ານມານີ້.

ລະເບີດດັ່ງກ່າວເຮັດໃຫ້ຄົນຕົກສະທ້ານຢ້ານກົວ ແຕ່ກໍບໍ່ມີໃຜໄດ້ຮັບບາດເຈັບ.

ພວກກະທໍາຄວາມບໍ່ດີເຫລົ່ານີ້ມີການພົວພັນກັບລັດຖະບານສູນກາງຊົ່ວຄາວຂອງຫວຽດ
ນາມ ຫລື Provisional Central Government of Vietnam ທີ່ເປັນກຸ່ມຄົນຫວຽດ
ນາມພັດຖິ່ນ​ໃນລັດຄາລິຟໍເນຍ ຊຶ່ງແມ່ນພວກທີ່ເຄີຍຢູ່ໃນສາທາລະນະຫວຽດນາມ ຫລື
ຫວຽດນາມໃຕ້ ທີ່ໄດ້ຮັບການໜຸນຫລັງຈາກສະຫະລັດທີ່ຖືກຜ່າຍແພ້ສົງຄາມ ແລະຖືກ
ເຈົ້າໜ້າທີ່ຢູ່ຮ່າໂນ້ຍ ຖືວ່າເປັນພວກຂວາຈັດນັ້ນ.

ໃນຂະນະດຽວກັນ ສານຢູ່ໃນແຂວງບິງດິງ (Binh Dinh) ຢູ່ທາງພາກກາງຂ້ອນໄປທາງ
​ໃຕ້ ຂອງປະເທດໄດ້ຕັດສິນລົງໂທດ 9 ຄົນ ໃຫ້ຖືກຈໍາຄຸກເປັນເວລາ 3 ຫາ 14 ປີ ໃນ
ຖານທີ່ພະຍາຍາມບ່ອນທໍາລາຍລັດຖະບານ ແລະເຜີຍແຜ່ໂຄສະນາຕ້ານລັດຖະບານ
ຄອມມີວນິສ ໃນການໄຕ່ສວນຄະດີໃນວັນພຸດຜ່ານມານີ້.

ໜັງສືພິມດັ່ງກ່າວຍັງເວົ້າວ່າ ພວກຄົນເຫລົ່ານີ້ແມ່ນຖືກຕັດສິນວ່າໄດ້ພິມໃບປີວໄປແຈກ
ຢາຍຢູ່ໃນໝູ່ບ້ານແຫ່ງນຶ່ງ ຢູ່ໃນເດືອນກຸມພາ ເພື່ອເຮັດໃຫ້ຊື່ສຽງຂອງບັນດາຜູ້ນໍາປະເທດ
ເຊື່ອມເສຍ ແລະຍຸຍົງໃຫ້ປະຊາຊົນ ໂຄ່ນລົ້ມລັດຖະບານລົງ.

ໃນວັນພະຫັດວານນີ້ ພວກເຈົ້າໜ້າທີ່ສານບໍ່ໄດ້ໃຫ້ຄໍາຄິດເຫັນໃດໆ.

ເຖິງແມ່ນວ່າໄດ້ມີການປະຕິຮູບທາງເສດຖະກິດຢ່າງສິ້ນເຊີງໃນສາມທົດສະວັດຜ່ານມາ ທີ່ໄດ້ເຮັດໃຫ້ຫວຽດນາມກາຍເປັນປະເທດທີ່ມີເສດຖະກິດທີ່ຂະຫຍາຍໂຕໄວທີ່ສຸດປະ
ເທດນຶ່ງ ຢູ່ໃນຂົງເຂດພາກພື້ນ ໂດຍທີ່ມີການລົງທຶນຕ່າງປະເທດ ແລະການຄ້າທີ່ຂະ
ຫຍາຍຕົວພຸ່ງຂຶ້ນ ກໍ​ຕາມ ແຕ່ເຈົ້າໜ້າທີ່ຄອມມີວນິສ ກໍບໍ່ຍອມຜ່ອນຜັນ​ໃຫ້ຜູ້ໃດທີ່ທ້າ
ທາຍລະບົບການປົກຄອງແບບພັກດຽວຂອງຕົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG