ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໂຣຮິງຢາ ຫລາຍ​ສິບຄົນ ຫລົບໜີຈາກ ບ່ອນກັກຂັງ ຢູ່ໄທ (ວີ​ດິ​ໂອ)


ຊາວ​ອົບ​ພະຍົບ​ເຜົ່າ​ໂຣຮິງ​ຢາກຸ່ມ​ນຶ່ງ ທີ່​ຫລົບໜີ​ຈາກ​ມຽນມາ ​ໄປ​ຮອດ ອິນ​ໂດ​ເນ​ເຊຍ, ວັນ​ທີ 8 ​ເມສາ 2013.
ຊາວ​ອົບ​ພະຍົບ​ເຜົ່າ​ໂຣຮິງ​ຢາກຸ່ມ​ນຶ່ງ ທີ່​ຫລົບໜີ​ຈາກ​ມຽນມາ ​ໄປ​ຮອດ ອິນ​ໂດ​ເນ​ເຊຍ, ວັນ​ທີ 8 ​ເມສາ 2013.
ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ ຊາວ​ໂຣຮິງ​ຢາ​ຫລາຍ​ສິບ​ຄົນ ທີ່​ອົບ​ພະ
ຍົບ​ມາ ຈາກ​ມຽນມາ ​ໄດ້​ພາກັນ​ໂຕນ​ໜີ​ອອກ​ຈາກ​ສູນ​ກັກ​ກັນ
​ແຫ່ງນຶ່ງ ບ່ອນ​ທີ່​ເຂົາ​ເຈົ້າ​ຖືກ​ກັກໂຕ​ໄວ້ ​ໃນ​ຂໍ້​ຫາ​ເຂົ້າ​ປະ​ເທດ​
ຢ່າງ​ຜິດ​ກົດໝາຍ.

ຕໍາຫລວດ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຊາວ​ໂຣຮິງ​ຢາ ຢ່າງ​ນ້ອຍ
86 ຄົນໄດ້​ພາກັນ​ໂຕນ​ໜີ​ຈາກ​ສູນ​ກັກ​ກັນ ຢູ່​ໃນ​ເຂດ​ເມືອງ​ສະ​ເດົາ
ທາງ​ພາກ​ໃຕ້​ຂອງ​ໄທ. ລາຍ​ງານຂອງ​ສື່​ມວນ​ຊົນ​ເວົ້າ​ວ່າ ພວກ​
ເຂົາ​ເຈົ້າ​ໄດ້​ເຈາະ​ປ່ອງ​ໃຫຍ່ໆ​ຢູ່​ເທິງ​ເພດານ ​ແລ້ວ​ພາກັນປີນ​ອອກ​ມາທາງ​ຫລັງ​ຄາ ​ໂດຍ​ໃຊ້​ເຊືອກ​ທີ່​ເອົາ​ເສື້ອ​ຜ້າ​ມາ​ມັດ​ຕໍ່​ກັນ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າງ​ນ້ອຍ ສອງ​ຄົນຖືກ​ຈັບ​ໄດ້​ຄືນ.

​ມີ​ຊາວ​ອົບ​ພະຍົບທາງ​ເຮືອ​ເຜົ່າ​ໂຣຮິງ​ຢາ ​ປະມານ 2 ພັນ​ຄົນ ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ສູນ​ກັກກັນ​
ຂອງ​ພະ​ແນ​ກກວດ​ຄົນ​ເຂົ້າ​ເມືອງ​ໃນ​ທົ່ວ​ປະ​ເທດ​ໄທ ​ຊຶ່ງ​ພວກ​ເຂົາ​ເຈົ້າ​ໄດ້​ຫລົບ​ໜີ​ຄວາມ​
ຮຸນ​ແຮງ​ລະຫວ່າງ​ຊົນ​ເຜົ່າ ​ແລະ​ການ​ຈໍາ​ແນ​ກກີດ​ກັນ​ຂອງ​ລັດຖະບານ ຢູ່​ໃນ​ມຽນມາ.

​ເບິ່ງ​ວີ​ດິ​ໂອ​ກ່ຽວ​ກັບ ​ໂສກ​ນາດຕະກໍາຂອງ​ຊາວ​ອົບ​ພະຍົບ​ໂຣຮິງ​ຢາ:

The Tragedy of Burma's 'Boat People' (VOA On Assignment July 12)
please wait

No media source currently available

0:00 0:05:27 0:00
ລິງໂດຍກົງ

​ລັດຖະບານ​ໄທ​ໄດ້​ກ່າວ​ໃນ​ເບື້ອງ​ຕົ້ນ​ວ່າ ຕົນ​ກໍາລັງ​ຊອກ​ຫາ​ປະ​ເທດອື່ນໆ ​ທີ່ເຕັມ​ໃຈ​ຈະ​
ຮັບ​ເອົາຊາວ​ໂຣຮິງ​ຢາ​ເຫລົ່າ​ນັ້ນ​ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານ. ​ແຕ່​ເມື່ອ​ບໍ່​ນານ​ມາ​ນີ້ ​ໄດ້​ກ່າວ​ວ່າ
ຕົນ​ກໍາລັງ​ພິຈາລະນາ​ແຜນການ​ທີ່​ຈະ ຍ້າຍ​ເຂົາ​ເຈົ້າ ​ໄປ​ຢູ່​ສູນ​ອົບ​ພະຍົບຢູ່​ເລາະ​ຕາມ​
ຊາຍ​ແດນ​ຕິດ​ກັບ​ມຽນມາ ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ໄດ້​ກ່າວ​ໂຈມ​ຕີ​ແຜນການ​ດັ່ງກ່າວ
ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​ຮຽກຮ້ອງ​ໃຫ້​ລັດຖະບານ​ໄທ ປ່ອຍ​ຊາວ​ໂຣຮິງ​ຢາ​ເຫລົ່າ​ນັ້ນ
ອອກ​ຈາກ​ອັນ​ທີ່​ຕົນ​ເອີ້ນ​ວ່າ ບ່ອນ​ກັກ​ຂັງ​ທີ່​ໄຮ້​ມະນຸດສະ​ທໍາ ​ແລະ​ປ່ອຍ​ໃຫ້​ເຂົາ​ເຈົ້າ​ໄດ້​
ຮ້ອງ​ຂໍ​ເອົາ​ຖານະ​ຂອງ​ພວກ​ຄົນ​ງານ​ທີ່​ໄປ​ຊອກວຽກ​ເຮັດ.

​ເບິ່ງ​ວີ​ດິ​ໂອ ກ່ຽວ​ກັບ​ຊາວ​ໂຣຮິງ​ຢາ ຢູ່ໃນໄທ:

Rohingya Boat People Face Deadline and No Home
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ
XS
SM
MD
LG