ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ 47 ຄົນ ເສຍຊີວິດ ໃນການສູ້ລົບ ກັບພວກກະບົດ ຢູ່ພາກເໜືອ ມຽນມາ


ແຜນທີ່ ປະເທດມຽມາ
ແຜນທີ່ ປະເທດມຽມາ

ສື່ມວນຊົນຂອງລັດຖະບານມຽນມາ ລາຍງານໃນ​ວັນ​ສຸກ​ວານ​ນີ້
ວ່າ ການ​ປະ​ທະ​ກັນ​ລະຫວ່າງທະຫານ​ລັດຖະບານ ​ແລະ​ກະບົດ
ຊົນ​ເຜົ່າ Kokang ​ໃກ້​ກັບ​ຊາຍ​ແດນ​ຈີນໄດ້​ເຮັດ​ໃຫ້​ທະຫານ 47
ຄົນ​ເສຍ​ຊີວິດ ແລະ 73 ຄົນບາດເຈັບ.

ໜັງ​ສື​ພິມ Global New Light of Myanmar ລາຍ​ງານ​ວ່າ
ລັດຖະບານ​ ມຽນມາ ​ໄດ້ແຈ້ງ​ໃຫ້ປັກ​ກິ່ງຊາບ ​ເພາະວ່າ ​ການ
​ສູ້​ລົບກັນ ໃນອາທິດ​ທີ່​ຜ່ານ​ມານີ້ ​ໄດ້​ບັງ​ຄັບ​ໃຫ້ພົນລະ​ເຮືອນ​
ຫລາຍ​ພັນ​ຄົນ ຫລົບໜີ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປໃນຈີນ.

ກະຊວງ​ຕ່າງປະ​ເທດ ຈີນ ​ໃຫ້ການ​ຢືນຢັນ​ກ່ຽວກັບການ​ສູ້​ລົບ
ນີ້​ແລະ​ກ່າວ​ວ່າ ຕົນ​ໄດ້​ໃຫ້ການ​ຊ່ວຍ​ເຫລື​ອ​ແກ່ອົບ​ພະ​ຍົບ ຜູ້​ທີ່​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ.
​ໂຄສົກ​ກະຊວງ​ຄົນ​ນຶ່ງກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກພາສາ​ມຽນມາວ່າ ຈີນບໍ່​ຮູ້ຈຳນວນ​ຢ່າ​ງແທ້​
ຈິງວ່າ ​ມີ​ຈັກ​ຄົນ​ໄດ້ເຂົ້າ​ໄປໃນ​ຈີນ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່ ກຳລັງ​ທຳ​ການນັບ​ເຂົາ​ເຈົ້າ. ທ່ານ​
ກ່າວ​ວ່າ ​ເວລາ​ໃດ​ທີ່​ສະຖານະ​ການຜ່ອນເບົາ​ລົງ ພວກ​ອົບ​ພະ​ຍົບ ຈະ​ກັບ​ຄືນ​ໄປມຽນມາ. ທ່ານ​ໄດ້ກ່າວ​ເພີ້​ມເຕີມ​ວ່າ ຈີນ ສະໜັບສະໜູນຕໍ່ການດຳເນີນ​ຄວາມ​ພະຍາຍາມ​ທຸກ​ຢ່າງ​
ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງໃນ​ມຽນມາ ​ໂດຍຜ່ານ​ການເຈລະຈາກັນ.

ໜັງສື​ພິມ The Global New Light of Myanmar ກ່າວ​ວ່າ ພວກກະບົດ Kokang ຈຸ
ນຶ່ງ ​ໄດ້​ໂຈມ​ຕີ​ຄ້າຍ​ທະຫານ ໂດຍມີຈຸດປະສົງ​ທີ່​ຈະ​ຍຶດ​ເອົາ​ເມືອງ Laukai ນະຄອນຫຼວງ
​ຂອງເຂດປົກຄອງ​ຕົນ​ເອງ ​Kokang ​ໃກ້​ກັບ​ຊາຍ​ແດນ ຈີນ. ບໍ່​ເປັນ​ທີ່​ຊາບ​ໄດ້​ວ່າ ມີພວກ​ກະບົດຈັກ​ຄົນ​ເສຍ​ຊີວິດ ຫລື​ໄດ້​ຮັບ​ບາດ​ເຈັບ.

XS
SM
MD
LG