ຕຳຫຼວດຍາມຊາຍຝັ່ງ ອິຕາລີ ໄດ້ກ່າວໃນວັນເສົາວານນີ້ວ່າ ເຂົາເຈົ້າໄດ້ຊ່ວຍເຫຼືອຜູ້ຍົກຍ້າຍຖິ່ນຖານ 143 ຄົນຢູ່ນອກເກາະ ລຳເປດູຊາ, ແຕ່ແນວໃດກໍຕາມອີກປະມານ 20 ຄົນປາກົດວ່າໄດ້ຫາຍສາບສູນ ອີງຕາມການກ່າວຂອງຜູ້ລອດຊີວິດ.
ຖະແຫຼງການສະບັບນຶ່ງຂອງຕຳຫຼວດຍາມຊາຍຝັ່ງໄດ້ກ່າວວ່າ “ສະມາຊິກຂອງເຮືອລາດຕະເວນໄດ້ຊ່ວຍເຫຼືອ 143 ຄົນຜູ້ທີ່ໄດ້ຕົກລົງໄປໃນທະເລ” ຫ່າງຈາກເຮືອທີ່ຍາວ 10 ແມັດ.”
ຜູ້ລອດຊີວິດໄດ້ກ່າວວ່າ ປະມານ 20 ຄົນຜູ້ທີ່ຢູ່ໃນເຮືອນັ້ນໄດ້ຫາຍສາບສູນ.
ຜູ້ຊາຍສອງຄົນ, ຊາວ ເອຣິເທຣຍ ກັບ ຊາວ ລີເບຍ, ໄດ້ກ່າວວ່າເຂົາເຈົ້າຊອກຫາພັນລະຍາຂອງເຂົາເຈົ້າບໍ່ເຫັນລຸນຫຼັງການກູ້ໄພ.
ການຊອກຫາຜູ້ຫາຍສາບສູນແມ່ນໄດ້ສືບຕໍ່ໃນວັນເສົາວານນີ້ ພ້ອມກັບເຮືອບິນສອງລຳຈາກ ອົງການ Frontex, ເຊິ່ງແມ່ນອົງການຍາມເຂດຊາຍແດນ ແລະ ຊາຍຝັ່ງ ສຳລັບບໍລິເວນປະເທດສະມາຊິກ ສະຫະພາບ ຢູໂຣບ ແລະ ກອງທັບເຮືອ ອິຕາລີ ທີ່ບິນຢູ່ເໜືອບໍລິເວນນັ້ນ.
ຕຳຫຼວດກໍໄດ້ເຂົ້າຮ່ວມໃນການຄົ້ນຫາຢູ່ຊາຍຝັ່ງ ລຳເປດູຊາ ເຊັ່ນກັນ ເພື່ອເບິ່ງວ່າມີຜູ້ຍົກຍ້າຍຖິ່ນຖານຄົນໃດ ສາມາດທີ່ຈະລອຍຂຶ້ນຝັ່ງໄດ້ຫຼືບໍ່.
ຜູ້ທີ່ຖືກຊ່ວຍເຫຼືອແມ່ນໄດ້ຖືກນຳສົ່ງໄປເກາະ ລຳເປດູຊາ ບ່ອນທີ່ເຂົາເຈົ້າໄດ້ຮັບອານຸຍາດໃຫ້ຂຶ້ນຝັ່ງໄດ້.
ໃນຂະນະດຽວກັນ, ປະເທດ ອິຕາລີ, ເຢຍຣະມັນ, ຝຣັ່ງ ແລະ ມາລຕາ ກໍໄດ້ຮ່ວມກັນຂໍໃຫ້ຄະນະກຳມາທິການ ຢູໂຣບ ເປີດໃຊ້ໂຄງການຕັ້ງຖິ່ນໃໝ່ຂອງຜູ້ຍົກຍ້າຍຖິ່ນຖານສຳລັບຜູ້ຍົກຍ້າຍຖິ່ນຖານ 213 ຄົນຢູ່ກຳປັ່ນກູ້ໄພ Ocean Viking, ອີງຕາມການກ່າວຂອງກະຊວງການຕ່າງປະເທດ.
ເຂົາເຈົ້າໄດ້ເວົ້າວ່າ “ນີ້ແມ່ນຄັ້ງທຳອິດທີ່ບັນຫານີ້ໄດ້ເກີດຂຶ້ນ” ນັບຕັ້ງແຕ່ການເຊັນຂໍ້ຕົກລົງລ່ວງໜ້າ ສຳລັບການແຈກຢາຍຜູ້ຍົກຍ້າຍຖິ່ນຖານທີ່ຖືກຊ່ວຍເຫຼືອໃນທະເລເມດິເທີເຣນຽນ ຢ່າງອັດຕະໂນມັດ ທີ່ໄດ້ສະຫຼຸບເມື່ອເດືອນກັນຍາທີ່ຜ່ານມາໃນປະເທດ ມາລຕາ ໂດຍສີ່ປະເທດ ສະຫະພາບຢູໂຣບຄື ຝຣັ່ງ, ເຢຍຣະມັນ, ມາລຕາ ແລະ ອິຕາລີ.
ກຳປັ່ນ Ocean Viking, ທີ່ຖືກເຊົ່າໂດຍອົງການ SOS ເມດິເທີເຣນຽນ ກັບ ອົງການແພດໝໍໄຮ້ພົມແດນນັ້ນ, ໄດ້ຊ່ວຍເຫຼືອປະຊາຊົນ 215 ຄົນໃນການປະຕິບັດການສາມຄັ້ງໃນສອງສາມວັນທີ່ຜ່ານມາ. ຜູ້ຊາຍທີ່ໄດ້ຮັບບາດເຈັບຄົນນຶ່ງ ແລະ ແມ່ມານຄົນນຶ່ງ ແມ່ນໄດ້ຖືກນຳພາອອກໄປຈາກກຳປັ່ນດັ່ງກ່າວແລ້ວ.