ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ໂຣຮິງຢາ ຫຼາຍສິບຄົນ ເສຍຊີວິດ ຫຼັງຈາກ ເຮືອຫຼົ້ມ ນອກຝັ່ງ ມຽນມ້າ


ບັນດາ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ຊາວ​ມຸສລິ​ມ Rohingya ຈາກ​ມຽນ
ມ້າ ປະມານ 50 ຄົນ ຢ້ານ​ວ່າ​ເສຍ​ຊີວິດ​ໄປ​ແລ້ວ ຫຼັງ​ຈາກ​ເຮືອ​ທີ່
​ບັນທຸກ​ພວກ​ພະຍາຍາມ​ຂໍ​ລີ້​ໄພ​ປະມານ70 ຄົນ​ຂວ້ຳ​ຢູ່​ນອກຝັ່ງ
​ທະ​ເລ​ທາງ​ກ້ຳ​ຕາ​ເວັນ​ຕົກ ​ຂອງ​ມຽນມ້າ ​ໃນ​ອ່າວ Bengal ​ໃນ
​ຕອນ​ເຊົ້າ​ວັນ​ອາທິດ​ວານ​ນີ້.

ມາ​ຮອດ​ປັດຈຸບັນ​ນີ້ ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ພຽງ​ແຕ່ 8 ຄົນ​ເທົ່າ​ນັ້ນ ຖືກ​ຊ່ອຍ​ກູ້​ຊີວິດ. ພວກ​ສະມາ ຊິກຄອບຄົວຂອງ​ພວກ​ອົບ​ພະຍົບ​ເຫຼົ່າ​ນີ້ ພາ​ກັນຍ່າງ​ເລາະ​ແຄມ​ຝັ່ງ​ທະ​ເລ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມ້າ ​ເພື່ອ​ຊອກ​ຫາ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຕື່ມ​ອີກ.

​ເຮືອລຳ​ນີ້​ກຳລັງແລ່ນ​ມຸ້ງ​ໜ້າໄປ​ຍັງ​ປະ​ເທດ​ບັງຄລາ​ເ​ເດັສ ​ເວລາ​ມັນ​ເກີດ​ອຸບັດ​ເຫດ​ຂວ້ຳລົງໃນ​ທະ​ເລ​ນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວກ່າວ​ວ່າ ຊາວ​ໂຣຮິງຢາ ຫຼາຍ​ພັນ​ຄົນ​ພາກັນ​ໜີຈາກ​ມຽນມ້າ​ເລີ້ມ​ອົບ​ພະຍົບ ອອກ​ຈາກ​ປະ​ເທດ​ໃນ​ລະດູ​ການ​ທີ່​ອັນຕະລາຍ​ເພື່ອ​ຫຼົບໜີ​ຈາກ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ການ​ກົດ​ຂີ່​ປາບ​ປາມໃນ​ມຽນມ້າ​ນັ້ນ.

ຂ້າ​ຫຼວງ​ໃຫຍ່​ວ່າ​ດ້ວຍ​ພວກ​ອົບ​ພະຍົບສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີ​ຄົນ​ຈຳນວນ​ຫຼາຍ​ເຖິງ1 ພັນ 500 ຄົນພາ​ກັບ​ອົບ​ພະຍົບໜີ​ຈາກ​ປະ​ເທດ​ໃນ​ສັບປະດາ​ຜ່ານ​ມາ​ນີ້.

ຄວາມ​ຮຸນ​ແຮງ​ລະຫວ່າງ​ຊາວ​ມຸສລິ​ມ​ແລະ​ຊາວ​ພຸດ​ໃນ​ແຄວ້ນ Rakhine ​ໃນ​ປີຜ່ານມາ​ນີ້ໄດ້​ເຮັດໃຫ້ປະຊາຊົນ​ເສຍ​ຊີວິດ​ໄປ​ຫຼາຍ​ກວ່າ 200 ຄົນ​ແລະ​ບໍ່​ມີ​ທີ່ຢູ່​ອາ​ໄສ 140 ພັນ​ຄົນ.

XS
SM
MD
LG