ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ສະມາຊິກ ພັກຣີພັບບລີກັນ ອີກຫຼາຍສິບຄົນ ປະຖິ້ມ ທ່ານ Trump


ຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລີກັນ ທ່ານ Donald Trump ພວມໂຄສະນາຫາສຽງ ທີ່ເມືອງ Colorado Springs ໃນລັດ Colorado. (29 ກໍລະກົດ 2016)

ນັບ​ເປັນເທື່ອ​ທີ​ສອງ​ ໃນ​ອາທິດ​ນີ້ ທີ່ກຸ່ມ​ບຸກຄົນ​ສຳຄັນ​ຂອງ​ພັກ​ຣີພັບ​ບລີ​ກັນ​ ກ່າວ​ວ່າ ຕົນ ​ຈະ​ບໍ່​ໃຫ້ການ​ສະໜັບສະ​ໜຸນ​ແກ່ທ່ານ Donald Trump ​ເປັນ​ປະທານາທິບໍດີສະຫະລັດ.

ສະມາຊິກ​ພັກຣີພັບ​ບລີ​ກັນ​ຫລາຍ​ກວ່າ 70 ຄົນ ຮວມທັງ​ອະດີດ​ສະມາຊິກ​ລັດຖະສະພາ ​ແລະ​ພວກ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດຖະບານ​ທ່ານ Ronald Reagan ​ແລະ​ລັດ​ຖະບານ​ຂອງ​ປະທານາທິບໍດີ Bush ທັງ​ຜູ້​ເປັນພໍ່​ແລະ​ລູກ ​ໄດ້ຮ່າງ​ຈົດໝາຍ​ສະບັບ​ນຶ່ງ ສົ່ງ​ໄປ​ຍັງ ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ຂອງ​ພັກຣີພັບ​ບລີ​ກັນ ທ່ານ Reince Priebus.

ທ່ານ Khizr Khan ທີ່ລູກຊາຍໄດ້ເສຍຊີວິດ ຂະນະຮັບໃຊ້ຢູ່ໃນກອງທັບ ສະຫະລັດ
ທ່ານ Khizr Khan ທີ່ລູກຊາຍໄດ້ເສຍຊີວິດ ຂະນະຮັບໃຊ້ຢູ່ໃນກອງທັບ ສະຫະລັດ

ພວກ​ເຂົາ​ເຈົ້າຕ້ອງການ​ຢາກໃຫ້​ຄະນະ​ກຳມະການ​ແຫ່ງ​ຊາດ​ຂອງພັກຣີພັບ​ບລີ​ກັນຢຸດ​ເຊົາ​ການໃຊ້​ເງິນ ​ເວລາ ພະນັກງານ ​ແລະ​ການ​ໂຄສະນາ ​ຂອງ​ພັກ ເພື່ອສະໜັບສະໜຸນ​ທ່ານ Trump ແລະ​ໃຊ້​ປັດ​ໄຈ ຕະຫລອດ​ທັງ​ພະນັກງານ​ແລະ​ສິ່ງ​ຂອງ​ເຫຼົ່ານີ້​ໄປ​ສະໜັບສະໜຸນ​ບັນດາ​ຜູ້​ສະໝັກ​ ເປັນ​ສະມາຊິກ​ສະ​ມາ​ຕ່ຳ​ ແລະ​ສະພາ​ສູງ ​ຂອງ​ພັກ​ແທນ. ພວກ​ເຂົາ​ເຈົ້າ ກ່າວວ່າ ​ໂອກາດ​ທີ່​ທ່ານ Trump ​ຈະຊະນະ​ການ​ເລືອກ​ຕັ້ງ​ ໃນ​ເດືອນ​ພະຈິກ ກຳລັງ​ເຫີ​ຍ ຫາຍ​ໄປ​ໃນ​ແຕ່​ລະມື້.

​ຮວມຢູ່​ໃນບັນດາເຫດຜົນ​ອື່ນໆນັ້ນ ພວກ​ເຂົາ​ເຈົ້າ​ໄດ້​ອ້າງ​ການ​ປະ​ທະ​ຄາລົມ​ຂອງ​ທ່ານກັບ​ພໍ່​ແມ່​ຂອງ​ທະຫານ​ອາ​ເມຣິກັນ​ທີ່​ນັບຖື​ສາສະໜາ​ອິສລາມ ທີ່​ໄດ້​ເສຍ​ຊີວິດ​ຢູ່​ອີຣັກ ການ​ໃຫ້​ຊ່​ອງທາງ​ວ່າ ​ພວກ​ສະໜັບສະໜຸນ​ສິດທິ​ ໃນ​ການ​ຄອບ​ຄອງ​ປືນ​ ຄວນຈະ​ຍິງ ​ທ່ານ​ນາງ Hillary Clinton ​ແລະຕົວະ​ລ່າຍ​ກ່ຽວ​ກັບ​ເລື້ອງອື່ນໆ​ອີກ​ທັງໃຫຍ່​ແລະ​ນ້ອຍ.

Donald Trump on Obama, Clinton 'Founders' of ISIS and Clinton MVP
please wait

No media source currently available

0:00 0:00:26 0:00

​ຮວມຢູ່​ໃນບັນດາເຫດຜົນ​ອື່ນໆນັ້ນ ພວກ​ເຂົາ​ເຈົ້າ​ໄດ້​ອ້າງ​ການ​ປະ​ທະ​ຄາລົມ​ຂອງ​ທ່ານກັບ​ພໍ່​ແມ່​ຂອງ​ທະຫານ​ອາ​ເມຣິກັນ​ທີ່​ນັບຖື​ສາສະໜາ​ອິສລາມ ທີ່​ໄດ້​ເສຍ​ຊີວິດ​ຢູ່​ອີຣັກ ການ​ໃຫ້​ຊ່​ອງທາງ​ວ່າ ​ພວກ​ສະໜັບສະໜຸນ​ສິດທິ​ ໃນ​ການ​ຄອບ​ຄອງ​ປືນ​ ຄວນຈະ​ຍິງ ​ທ່ານ​ນາງ Hillary Clinton ​ແລະຕົວະ​ລ່າຍ​ກ່ຽວ​ກັບ​ເລື້ອງອື່ນໆ​ອີກ​ທັງໃຫຍ່​ແລະ​ນ້ອຍ.

ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton
ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton

ຫົວໜ້າປະຊາສຳພັນ​ຂອງ​ພັກຣີພັບ​ບລີ​ກັນ ທ່ານ Andrew Weinstein ກ່າວຕໍ່​ວີ​ໂອ​ເອ ວ່າ ຖ້າ​ຄະນະ​ກຳມະການ​ແຫ່ງ​ຊາດ​ຂອງພັກຣີພັບ​ບລີ​ກັນບໍ່​ໄດ້​ປ່ຽນ​ຈຸດ​ເພັ່ງ​ເລັງ​ຂອງ​ຕົນ​ໃນ​ທັນທີແລ້ວ ການ​ພັງ​ພິນາດ​ລົງ ​ຂອງ​ຂະ​ບວນລົດ​ໄຟ ​ທ່ານ Trump ​ໃນ​ເດືອນ​ພະຈິກ ອາດ​ທຳລາຍ​ການ​ກຳ​ສຽງ​ສ່ວນ​ຫຼາຍຂອງ​ພວກ​ເຮົາ​ ຢູ່ໃນ​ລັດຖະສະພາ​ໄປ​ພ້ອມ. ພວກ​ເຮົາ​ບໍ່​ສາມາດ​ລໍຖ້າ​ໃຫ້​ມັນ​ເກີດ​ຂຶ້ນ​ໄດ້​ອີກ​ຕໍ່​ໄປ ທີ່​ຈະ​ເພັ່ງ​ເລັງ​ຊັບພະຍາກອນ​ຂອງ​ພວກ​ເຮົາ ​ໄປ​ໃສ່​ການ​ແຂ່ງຂັນ​ຕ່າງໆ ​ທີ່ພວກ​ເຮົາ​ຈະ​ຊະນະ ​ແທນ​ທີ່​ຈະ​ຈູດ​ເງິນ​ຖິ້ມຕື່ມ ນຳ​ຜູ້​ສະໝັກ​ປະທານາທິບໍດີ ​ທີ່​ຈະບໍ່​ສາມາດ​ຖືກ​ຮັບ​ເລືອກໄດ້.

ຍັງ​ບໍ່​ມີ​ຄຳ​ຕອບ​ໃດໆ​ຈາກ​ການ​ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານ Trump ​ເທື່ອກ່ຽວ​ກັບ​ເລື້ອງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Hillary Clinton Says Trump's Economic Plan Will Pull US Back Into Recession
please wait

No media source currently available

0:00 0:00:08 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG