ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍ​ສິບ​ຄົນ ເສຍ​ຊີ​ວິດ ແລະ​ບາດ​ເຈັບ ໃນ​ການ​ໂຈມ​ຕີ ຢູ່ ໂຊ​ມາ​ເລຍ


ອາ​ຄານ​ຫຼັງ​ນຶ່ງ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ໃນ​ບໍ​ລິ​ເວນ ທີ່​ມີ​ການ​ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດ ທີ່​ຄຸ້ມ Maka Al Mukaram ໃນ​ນະ​ຄອນຫຼວງ ໂມ​ກາ​ດິ​ສ​ຊູ ຂອງ​ໂຊ​ມາ​ເລຍ. (28 ກຸມ​ພາ 2019)
ອາ​ຄານ​ຫຼັງ​ນຶ່ງ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ໃນ​ບໍ​ລິ​ເວນ ທີ່​ມີ​ການ​ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດ ທີ່​ຄຸ້ມ Maka Al Mukaram ໃນ​ນະ​ຄອນຫຼວງ ໂມ​ກາ​ດິ​ສ​ຊູ ຂອງ​ໂຊ​ມາ​ເລຍ. (28 ກຸມ​ພາ 2019)

ສຽງ​ປືນ​ຍິງ​ຕໍ່​ສູ້​ກັນ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໃນ​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ ຂອງ​ໂຊ​ມາເລຍ ໃນ​ວັນ​ສຸກມື້ນີ້ ນຶ່ງມື້​ຫຼັງ​ຈາກໄດ້​ມີ​ການ​ໂຈມ​ຕີ​ດ້ວຍ​ລົດ​ເບີດ 2 ຄັນ ​ຂອງພວກ​ກະ​ບົດ ໃສ່​ເສັ້ນ​ທາງ​ທີ່​ແອ​ອັດ​ໄປ​ດ້ວຍ​ຜູ້​ຄົນ ໃນ​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີຢ່າງ​ໜ້ອຍ 20 ຄົນ​ ເສຍ​ຊີ​ວິດ ແລະ​ອີກ 40 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ແລະ​ການ​ປະ​ທະ​ກັນ ລ​ະ​ຫວ່າງ​ພວກ​ຫົວ​ຮຸນ​ແຮງ ແລະ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ.

ກຸ່ມ​ອາ​ລ​-ຊາ​ບັບ ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ໂຄ​ສົກ​ຂອງ​ກຸ່ມ​ອາ​ລ-ຊາ​ບັບ ແຈ້ງ​ໃຫ້​ອົງ​ການ​ຂ່າວ​ຣອຍ​ເຕີ້​ຊາບ​ວ່າ ກຸ່ມ​ຂອງ​ລາວ​ໄດ້​ເຂົ້າ​ຄວບ​ຄຸມ​ໂຮງ​ແຮມ Maka Al-Mukarama. ທ້າວ​ອັບ​ດີ​ອາ​ຊິ​ສ ອາ​ບູ ມູ​ຊາບ ໂຄ​ສົກ​ຝ່າຍ​ທະ​ຫານ​ຂອງກຸ່ມ​ອາ​ລ​-ຊາ​ບັບ ກ່າວ​ວ່າ “ລັດ​ຖະ​ບານໄດ້​ພະ​ຍາ​ຍາມ 3 ເທື່ອ ທີ່​ຈະ​ເຂົ້າ​ໄປ​ໃນ​ໂຮງ​ແຮມ​ດັ່ງ​ກ່າວ ແຕ່​ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ໃຫ້​ຖອຍ​ໄປ. ພວກ​ເຮົາ​ຍັງ​ຄວບ​ຄຸມ​ໂຮງ​ແຮມນີ້​ຢູ່.”

ພວກ​ກູ້​ໄພ ຊ່ວຍ​ຍົກ​ຍ້າຍ​ເອົາ​ຜູ້​ບາດ​ເຈັບ​ຄົນ​ນຶ່ງ ອອກ​ໄປ​ຈາກ​ບໍ​ລິ​ເວນ ທີ່​ມີ​ການ​ໂຈມ​ຕີ ດ້ວຍ​ລົດ​ລະ​ເບີດ​ສະ​ຫຼະ​ຊີບ ທີ່ແນ​ເປົ້າ​ໝາຍ ໃສ່​ໂຮງ​ແຮມ ແລະ​ຍ່ານ​ການ​ຄ້າ ​ທີ່ຖະ​ໜົນ Maka Al Mukarama ​ໃນ​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ. (28 ກຸມ​ພາ 2019)
ພວກ​ກູ້​ໄພ ຊ່ວຍ​ຍົກ​ຍ້າຍ​ເອົາ​ຜູ້​ບາດ​ເຈັບ​ຄົນ​ນຶ່ງ ອອກ​ໄປ​ຈາກ​ບໍ​ລິ​ເວນ ທີ່​ມີ​ການ​ໂຈມ​ຕີ ດ້ວຍ​ລົດ​ລະ​ເບີດ​ສະ​ຫຼະ​ຊີບ ທີ່ແນ​ເປົ້າ​ໝາຍ ໃສ່​ໂຮງ​ແຮມ ແລະ​ຍ່ານ​ການ​ຄ້າ ​ທີ່ຖະ​ໜົນ Maka Al Mukarama ​ໃນ​ນະ​ຄອນ​ຫຼວງ​ໂມ​ກາ​ດິ​ສ​ຊູ. (28 ກຸມ​ພາ 2019)

ລະ​ເບີດ​ລູກ​ທຳ​ອິດ​ໄດ້​ແຕກ​ຂຶ້ນ ບໍ່​ດົນ​ຫຼັງ​ຈາກ 8 ໂມງ​ແລງ ຕາມ​ເວ​ລາ​ທ້ອງ​ຖິ່ນ ໃນ​ວັນ​ພະ​ຫັດ​ວານນີ້ ເວ​ລາ​ລົດ​ທີ່​ບັນ​ຈຸ​ລະ​ເບີດ​ໄດ້​ແຕກ​ຂຶ້ນ ທີ່​ຖະ​ໜົນ Maka Al-M​ukarama.

ພວກ​ທີ່​ເຫັນ​ເຫດ​ການ​ກ່າວ​ວ່າ ມີຫຼາຍໆ​ສິບ​ຄົນ​ທີ່​ນັ່ງ​ຢູ່​ທາງນອກ​ຂອງ​ໂຮງ​ແຮມ​ແລະ​ຮ້ານ​ອາ​ຫານ​ຢູ່​ໃນ​ບໍ​ລິ​ເວນ​ດັ່ງ​ກ່າວ ​ເວ​ລາ​ລະ​ເບີດ​ໄດ້​ແຕກ​ຂຶ້ນ.

ນັກ​ຂ່າວ​ອັບ​ດີ​ຊາ​ເກີ ໂມ​ຮຳ​ເມັດ ໂມ​ຮຳ​ມຸດ ໄດ້​ນັ່ງ​ຢູ່ນອກ​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ ເວ​ລາ​ລະ​ເບີດ​ແຕກ.

ທ້າວ​ໂມ​ຮຳ​ມຸດ​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ກ່ອນ​ລະ​ເບີດ​ແຕກ ຜູ້​ຂາຍ​ເຄື່ອງ​ຢູ່​ຕາມ​ຫົນທາງ​ຄົນ​ນຶ່ງ ເຫັນ​ລົດ​ມາ​ຈອດ ທີ່​ເປີດ​ໄຟ​ສັນ​ຍານ​ສຸກ​ເສີນ ພວກ​ເຮົາ​ສົງ​ໄສວ່າ ລົດ​ຈະ​ລະ​ເບີດ ພວກ​ເຮົາ​ຈຶ່ງ​ພາ​ກັນ​ແລ່ນ​ໜີ ແລະ​ຫຼັງ​ຈາກນັ້ນ ລົດ​ຄັນ​ດັ່ງ​ກ່າວກໍ​ໄດ້​ລະ​ເບີດ​ຂຶ້ນ​ແທ້. ມັນ​ເປັນ​ລະ​ເບີດ​ຂະ​ໜາດ​ແຮງ ໄດ້​ຍິນ​ໄປ​ທົ່ວ​ເມືອງ.”

ນຶ່ງ​ຊົ່ວ​ໂມງ​ຫຼັງ​ຈາກ​ເກີດ​ລະ​ເບີດ​ແລ້ວ ລົດ​ຄັນ​ທີ 2 ທີ່​ຈອດ​ຢູ່​ໃກ້​ທາງ​ແຍກ​ທີ່​ແອ​ອັດ K4 ຂອງ​ນະ​ຄອນ​ໂມ​ກາ​ດິ​ສ​ຊູ​ກໍ​ໄດ້​ແຕກ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG