ຢ່າງໜ້ອຍ 34 ຄົນໄດ້ເສຍຊີວິດທີ່ປະເທດ ເຄັນຢາ ໃນວັນເສົາວານນີ້ ຍ້ອນຝົນຕົກໜັກ ໃນພາກຕາເວັນອອກຂອງ ອາຟຣິກາ ທີ່ໄດ້ກໍ່ໃຫ້ເກີດນ້ຳຖ້ວມ ແລະ ດິນຕົມເຈື່ອນ.
ລັດຖະມົນຕີກະຊວງພາຍໃນ ທ່ານ ເຟຣດ ມາຕຽງກີ ໄດ້ກ່າວວ່າ ດິນຕົມເຈື່ອນໄດ້ເອົາຊີວິດຂອງປະຊາຊົນ 29 ຄົນໃນບ້ານ ຕັກມາລ, ປາຣວາ ແລະ ຕາປາຈ໌ ທາງພາກຕາເວັນຕົກຂອງ ເຄັນຢາ.
ອີກ 5 ຄົນໄດ້ເສຍຊີວິດໃນລະຫວ່າງເມືອງ ກີຕາເລ ແລະ ລອດວາ ເມື່ອລົດຂອງເຂົາເຈົ້າຖືກນ້ຳພັດໄປ ໃນເວລາທີ່ນ້ຳໄດ້ລົ້ນອອກຈາກແຄມຝັ່ງຂອງມັນ, ອີງຕາມການກ່າວຂອງຄະນະກຳມະການເມືອງ ໂອກົດ ຕາເວັນຕົກ ທ່ານ ອາໂປໂລ ໂອແຄລໂລ.
12 ສົບຖືກກອບກູ້ຂຶ້ນມາໄດ້, ແລະ 7 ສົບແມ່ນເດັກນ້ອຍ, ອີງຕາມການກ່າວຂອງທ່ານ ໂອແຄລໂລ. ທ່ານໄດ້ເວົ້າຕື່ມວ່າ ເດັກນ້ອຍອີກສອງຄົນໄດ້ຖືກຊ່ວຍຂຶ້ນມາໂດຍຍັງມີຊີວິດຢູ່ ແລະ ຖືກ “ຟ້າວນຳສົ່ງໄປໂຮງໝໍ.”
ປະທານາທິບໍດີ ເຄັນຢາ ທ່ານ ອູຮູຣູ ເຄັນຢາຕາ ໄດ້ກ່າວວ່າ ທ່ານໄດ້ສົ່ງເຈົ້າໜ້າທີ່ສຸກເສີນຈາກຫຼາຍອົງການລັດຖະບານ ເພື່ອ “ປ້ອງກັນການສູນເສຍຊີວິດຕື່ມອີກ.”
ແນວໃດກໍຕາມ, ການປະຕິບັດການກູ້ໄພ, ແມ່ນໄດ້ຖືກຂັດຂວາງຍ້ອນຖະໜົນຕ່າງໆໄດ້ກາຍເປັນແມ່ນ້ຳ ແລະ ຂົວຫຼາຍແຫ່ງແມ່ນໄດ້ຖືກພັດອອກໄປ.
ທ່ານ ມາຕຽງກີ ໄດ້ກ່າວວ່າ ຂະໜາດຂອງໄພພິບັດແມ່ນຍັງຄົງບໍ່ຊັດເຈນເທື່ອ.
ທ່ານເວົ້າວ່າ “ໃນຂະນະທີ່ການປະຕິບັດການກູ້ໄພ ແລະ ພື້ນຟູຍັງຄົງເປັນບູລິມະສິດສູງສຸດນັ້ນ, ການປະເມີນຜົນຢ່າງເຕັມທີ່ ກ່ຽວກັບ ຂະໜາດຂອງຄວາມເສຍຫາຍ ຈະສືບຕໍ່ເປັນສິ່ງທ້າທາຍ ຍ້ອນສະພາບອາກາດທີ່ຮ້າຍແຮງ.”
ປະຊາຊົນຫຼາຍກວ່ານຶ່ງລ້ານຄົນໃນພາກຕາເວັນອອກຂອງ ອາຟຣິກາ ໄດ້ຮັບຜົນກະທົບຢ່າງຮ້າຍແຮງໃນປັດຈຸບັນນີ້ ໂດຍຝົນຕົກທີ່ຫຼາຍເກີນປົກກະຕິ.
ຝົນຕົກລິນໃນເວລານີ້ຂອງປີ ແມ່ນຜິດປົກກະຕິໃນພາກພື້ນດັ່ງກ່າວ, ແຕ່ບັນດາຜູ້ຊ່ຽວຊານໄດ້ລະບຸເຖິງການປ່ຽນແປງຂອງຮູບແບບຂອງອາກາດລວມມີ ປາກົດການທີ່ຮຸນແຮງຜິດປົກກະຕິໃນມະຫາສະໝຸດອິນເດຍ.
ການເສຍຊີວິດໃນວັນເສົາວານນີ້ ໄດ້ຂະຫຍາຍຈຳນວນປະຊາຊົນຜູ້ທີ່ໄດ້ເສຍຊີວິດໃນປະເທດ ເຄັນຢາ ຂຶ້ນເປັນ 72 ຄົນຍ້ອນບັນຫາທີ່ກ່ຽວຂ້ອງກັບນ້ຳຖ້ວມໃນເດືອນເຄິ່ງທີ່ຜ່ານມາ.