ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, 16 ຕຸລາ 2026

ທະຫານຝຣັ່ງ 2 ຄົນ ເສຍຊີວິດ ໃນການປະທະກັນໃນ CAR (ສະໄລດ໌)

A man takes part in looting a mosque in Fouh district in Bangui, Central African Republic, Dec. 10, 2013.
1/6 A man takes part in looting a mosque in Fouh district in Bangui, Central African Republic, Dec. 10, 2013.
ເບິ່ງຕື່ມອີກ Show less
Christians loot a mosque in Bangui, Central African Republic, Dec. 10, 2013.
2/6 Christians loot a mosque in Bangui, Central African Republic, Dec. 10, 2013.
ເບິ່ງຕື່ມອີກ Show less
A Christian mob attacks a mosque in Bangui, Central African Republic, Dec. 10, 2013.
3/6 A Christian mob attacks a mosque in Bangui, Central African Republic, Dec. 10, 2013.
ເບິ່ງຕື່ມອີກ Show less
Chadian troops with FOMAC reload their weapons as they leave the area next to the airport in Bangui, Central African Republic, Dec. 10, 2013.
4/6 Chadian troops with FOMAC reload their weapons as they leave the area next to the airport in Bangui, Central African Republic, Dec. 10, 2013.
ເບິ່ງຕື່ມອີກ Show less
French troops detain a suspected Seleka officer, preventing Christian mobs from lynching him near the airport in  Bangui, Central African Republic, Dec. 9, 2013.
5/6 French troops detain a suspected Seleka officer, preventing Christian mobs from lynching him near the airport in Bangui, Central African Republic, Dec. 9, 2013.
ເບິ່ງຕື່ມອີກ Show less
A suspected member of a Christian militia lays wounded by machete blows in the Kokoro neighborhood of Bangui, Central African Republic, Dec. 9, 2013.
6/6 A suspected member of a Christian militia lays wounded by machete blows in the Kokoro neighborhood of Bangui, Central African Republic, Dec. 9, 2013.
ເບິ່ງຕື່ມອີກ Show less
Previous slide
Next slide
ຝຣັ່ງກ່າວ​ວ່າ ທະຫານຂອງ​ຕົນ 2 ຄົນ ໄດ້​ຖືກ​ສັງຫານ ​ຢູ່ໃນ
ສາທາລະນະ​ລັດອາ​ຟຣິກາກາງ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້ປະ
ຕິບັດໜ້າ​ທີ່ ​ເພື່ອຍຸດຕິ​ຄວາມ​ບໍ່​ທຸ່ນ​ທ່ຽງແລະຄວາມ​ຮຸນ​ແຮງ
ທີ່​ມີ​ມາ​ໄດ້​ຫຼາຍ​ເດືອນ ຢູ່​ທີ່​ນັ້ນ.

ຫ້ອງການ​ຂອງປະທານາທິບໍດີ Francois Hollande ຖະ​ແຫຼງ
​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ທະຫານ 2 ຄົນ​ ໄດ້​ຖືກ​ສັງຫານ​ໃນການ​ຕໍ່
ສູ້​ກັນ​ເມື່ອ​ຄືນ​ຜ່ານ​ມາ ໃນ​ເມືອງ​ຫຼວງ Bangui. ຄໍາ​ຖະ​ແຫຼງ​ໄດ້​
ເນ້ນ​ຍໍ້າ ການ​ສະໜັບສະໜຸນ​ຂອງ ທ່ານ Hollande ​ຕໍ່ກອງ​ທະ
ຫານ 1.600 ຄົນ ທີ່ຖືກ​ສົ່ງ​ໄປປະຕິບັດ​ງານ​ ຄຽງ​ຄູ່​ກັບກໍາລັງ​
ທະຫານອາ​ຟຣິກາ ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງຄວາມ​ພະ
ຍາຍາມທີ່​ອະນຸມັດໂດ​ຍຂອງ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ກູ້​ເອົາ​ຄວາມ​ໝັ້ນຄົງ​ກັບຄືນ
​ມາ ​ແລະ​ປົກ​ປ້ອງປະຊາຊົນພົນລະ​ເຮືອນ.

ທ່ານ Hollande ມີ​ກໍານົດ​ຈະ​ເດີນທາງ​ໄປ​ປະ​ເທດ​ດັ່ງກ່າວ​ ໃນ​ແລງ​ວັນ​ອັງຄານ​ມື້​ນີ້.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ປະທານາທິບໍດີ Barack Obama ກໍ​ໄດ້​ສົ່ງ​ສານທີ່​ບັນທຶກໄວ້ລ່ວງ
ກ່ອນ​ອອກ​ເດີນທາງ​ໄປ​ຍັງ​ອາ​ຟຣິກາ​ໃຕ້​ ​ເຖິງ​ປະຊາ​ຊົນສາທາລະນະ​ລັດອາ​ຟຣິກາກາງ
ຮຽກຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ ຈົ່ງຢູ່​ໃນ​ຄວາມສະ​ງົບ​ ​ໃນ​ທ່າມກາງ​ຄວາມ​ຮຸນແຮງ​ທີ່​ຖີບ​ຂຶ້ນ​
ນັບ​ມື້ ລະຫວ່າງສາສະໜາແລະ​ຊົນ​ເຜົ່າ ທີ່​ຍັງ​ຜົນ​ໃຫ້​ມີ​ ຢ່າ​ງນ້ອຍ 400 ຄົນ​ເສຍ​ຊີວິດ
ໃນ 2 ມື້​ຂອງ​ອາທິດ​ແລ້ວ​ນີ້. ແລະທ່ານ​ຮຽກຮ້ອງໃຫ້ພວກ​ເຂົາ​ເຈົ້າ​ເລືອກ​ເອົາ​ທາງ​ອອກ​
ຢ່າງ​ອື່ນ ຊຶ່ງທ່ານ​ໂອ​ບາ​ມາ​ກ່າວ​ວ່າ:

“ບັນດາຜູ້ນໍາທີ່​ໄດ້​ຮັບ​ຄວາມນັບຖືໃນປະຊາຄົມຂອງພວກທ່ານ, ທັງຜູ້ທີ່ນັບຖື
ສາສະໜາອິສລາມແລະຄຣີສ, ຕ່າງ​ກໍ​ພາກັນ​ຮ້ອງຂໍໃຫ້ພວກທ່ານທັງຫຼາຍ ຢູ່ໃນ
ຄວາມສະງົບແລະສັນຕິ. ຂ້າພະເຈົ້າຂໍຮຽກຮ້ອງໄປ​ຍັງລັດຖະບານ​ໄລຍະ​ຂ້າມ​
ຜ່ານ ຈົ່ງຮ່ວມກັບສຽງຮຽກຮ້ອງ​ເຫຼົ່ານັ້ນ ແລະຈັບກຸມພວກທີ່ກໍ່​ອາ​ຊະຍາ​ກໍາ. ພວກຄົນທີ່ກໍ່ຄວາມຮຸນແຮງ ຈະຕ້ອງຖືກ​ນໍ​າມາຮັບຜິດຊອບຕໍ່ການກະທໍາຂອງ
ຜູ້ກ່ຽວ ຕາມກົດໝາຍ.”
​
XS
SM
MD
LG