ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານ ເພີ້ມການລາດຕະເວນ ຊາຍແດນ ຫຼັງຈາກ ມີການໂຈມຕີ 3 ເມືອງ


ຕຳຫຼວດແລະເຈົ້າໜ້າທີ່ກູ້ໄພ ເອົາຜ້າປົກສົບ ຫຼັງຈາກເກີດເຫດລະເບີດ ທີ່ເມືອງ Quetta. (23 ມິຖຸນາ 2017)
ຕຳຫຼວດແລະເຈົ້າໜ້າທີ່ກູ້ໄພ ເອົາຜ້າປົກສົບ ຫຼັງຈາກເກີດເຫດລະເບີດ ທີ່ເມືອງ Quetta. (23 ມິຖຸນາ 2017)

ໂຄສົກ​ຂອງ​ກອງທັບ​ປາ​ກິ​ສຖານ ກ່າວ​ໃນ​ວັນ​ເສົາ​ມື້ນີ້ວ່າ ທາງ​ກອງທັບ​ໄດ້​ເພີ່ມການ​
ລາດຕະເວນຢູ່​ຕາມຊາຍ​ແດນທີ່​ຕິດ​ກັບ​ອັຟກາ​ນິສຖານ ຫຼັງ​ຈາກພວກ​ກະບົດ​ໄດ້​ທຳ​
ການ​ໂຈມ​ຕີ​ໃນ​ວັນ​ສຸກ​ວານ​ນີ້ຕໍ່ 3 ຫົວ​ເມືອງ​ທີ່​ສຳຄັນຂອງປາ​ກິ​ສຖານປະກອບ​ດ້ວຍ
​ເມືອງ Quetta ​ເມືອງ Parachinar ​ແລະ​ນະຄອນ Karachi.

ພົນ​ຕີ Asif Ghafoor ກ່າວ​ວ່າ ການ​ໂຈມ​ຕີ​ເຫຼົ່ານີ້​ແມ່ນ​ໄດ້​ຖືກ​ຕິດຕາມ​ເບິ່ງ​ວ່າ ​ເປັນ
​ການ​ກະທຳ​ຂອງ​ພວກ​ກະບົດ ທີ່​ພາກັນຫລົບລີ້ຢູ່​ໃນ​ອັຟກາ​ນິສຖານ.

ຍິ່ງ​ໄປ​ກວ່າ​ນັ້ນ ກອງທັບ​ປາກິສຖານຖານ​ຍັງ​ເວົ້າວ່າ ຕົນ​ໄດ້​ບຸກ​ເຂົ້າ​ໄປ​ກວດຄົ້ນ​ ​ໃນ
​ການ​ປະຕິບັດ​ງານ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ​ໃນ​ຄືນ​ແລ້ວນີ້ ທີ່​ເມືອງ​ເພ​ຊາ​ວາ ໂດຍ​ໄດ້
​ສັງຫານ​ພວກ​ກໍ່​ການ​ຮ້າຍ 3 ຄົນ ​ແລະ​ຈັບ​ຜູ້​ຕ້ອງ​ສົງ​ໄສ​ອີກ 12 ຄົນ.

​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ​ກ່າວ​ໃນ​ວັນ​ເສົາ​ມື້ນີ້​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ການ​ໂຈມຕີ​
ຢູ່​ໃນ​ສາມ​ຫົວ​ເມືອງ​ຂອງ​ປາກິສຖານ ​ໄດ້​ເພີ້ມຂຶ້ນຕື່ມ​ໃນ​ຄືນ​ແລ້ວນີ້.

​ມີເກືອບ 100 ຄົນໄດ້​ຮັບ​ບາດ​ເຈັບ ​ໃນ​ການໂຈມຕີ ທີ່​ໄດ້​ເລີ້ມຂຶ້ນ​ໃນ​ວັນ​ສຸກ​ວານ​ນີ້​ທີ່
ເມືອງ Quetta ທາ​ງພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງປະ​ເທດ ​ໂດຍຈຳນວນ​ຜູ້​ເສຍ​ຊີວິດ​
ໄດ້​ເພີ້ມຈາກ 13 ​ເປັນ 14 ຄົນ ພ້ອມ​ດ້ວຍ​ຜູ້​ບາດ​ເຈັບ​ອີກ 20 ຄົນ. ​ເປັນ​ທີ່​ປາກົດ​ວ່າ ພວກເຈົ້າໜ້າທີ່ຕຳຫຼວດຂັ້ນສູງ ໄດ້ຕົກເປັນເປົ້າ​ໃນ​ການ​ໂຈມ​ຕີ ​ໂດຍ​ມີນາ​ຍຕຳຫຼວດ ຢ່າງໜ້ອຍເຈັດຄົນ ຮວມຢູ່ໃນຜູ້ເສຍຊີວິດ.

ທັງກຸ່ມລັດອິສລາມ ແລະກຸ່ມ Jamaat-ul-Ahrah ຊຶ່ງເປັນກຸ່ມທີ່​ແຍກຈາກກຸ່ມຕາລີ
ບານ​ໃນ​ປາ​ກິ​ສຖານ ຕ່າງ​ກໍອ້າງເອົາຄວາມຮັບຜິດຊອບ ​ໃນການໂຈມຕີ ຢູ່ທີ່ ເມືອງ
Quetta.

ຫລາຍຊົ່ວໂມງຕໍ່ມາ ລະເບີດສອງລູກ​ກໍ​ໄດ້ແຕກຂຶ້ນຕິດຕໍ່ກັນທີ່ເມືອງ Parachinar ທາງພາກຕາເວັນຕົກສຽງ​ເໜືອໂດຍແນໃສ່ຕະຫຼາດທີ່ແອອັດ​ໄປ​ດ້ວຍ​ຜູ້ຄົນໃນເຂດ​ເຄິ່ງປົກຄອງຕົນເອງ ຂອງຊົນເຜົ່າ Kurram ໃກ້ກັບຊາຍແດນອັຟການິສຖານ. ຈຳ
ນວນ​ຜູ້​ເສຍຊີວິດ​ ໃນການໂຈມຕີທີ່​ເມືອງ Parachinar ເພີ່ມ​ຂຶ້ນຈາກ 25 ຄົນ​ເປັນ
50 ຄົນ.

Pakistan Blast
please wait
Embed

No media source currently available

0:00 0:01:37 0:00

ທ່ານ Sajid Turi ສະມາຊິກສະພາຄົນນຶ່ງຈາກເຂດດັ່ງກ່າວ ໄດ້ກ່າວຕໍ່ສື່ມວນຊົນ​
ໃນ​ທ້ອງ​ຖິ່ນວ່າ ​ເຫດ​ລະເບີດທີ່​ມີ​ຄວາມ​ແຮງ​ຕ່ຳ ໄດ້ເກີດຂຶ້ນໃນ​ຕອນ​ບ່າຍ ຊຶ່ງເປັນ
ເວລາທີ່​ມີ​ການສັນຈອນ​ໄປມາ​ຢ່າງ​ໜ້າ​ແໜ້ນກ່ອນລະເບີດຂະໜາດແຮງລູກທີສອງ
ແຕກຂຶ້ນ.

ສະມາຊິກສະພາ Turi ກ່າວວ່າ ທ່ານຄາດວ່າຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນຕື່ມ. ແຫລ່ງຂ່າວຈາກໂຮງໝໍ​ແຈ້ງ​ວ່າ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 30 ຄົນ ໄດ້ນຳມາ ຈາກບ່ອນເກີດເຫດ ທີ່ຢູ່ໃນ “ອາການສາຫັດ.”

ປະຊາຊົນຢູ່ໃນເຂດລະເບີດຂະ​ໜາດ​ແຮງແຕກຂຶ້ນນັ້ນ ສ່ວນໃຫຍ່ເປັນຊາວມຸສລິມ
ນິກາຍ Shi’ite.

ຖະແຫລງການຂອງ​ກອງທັບສະບັບນຶ່ງກ່າວວ່າ ໄດ້ສົ່ງເຮືອບິນເຮລິຄອບເຕີ້ 2 ລຳ
ໄປຍັງເມືອງ Parachinar ເພື່ອຂົນ​ເອົາຜູ້ໄດ້ຮັບບາດເຈັບໄປໂຮງໝໍແຫ່ງຕ່າງໆ .

ຍັງບໍ່ມີການອ້າງເອົາຄວາມຮັບຜິດຊອບ ໃນທັນທີ ກ່ຽວ​ກັບ​ເຫດລະເບີດ ຢູ່ທີ່ເມືອງ
Parachinar ​ເທື່ອ.

ຕໍ່ມາໃນຕອນແລງວັນສຸກ ພວກມືປືນຢູ່ເມືອງທ່າ Karachi ກໍໄດ້ໂຈມຕີພວກ ເຈົ້າໜ້າທີ່ຕຳຫລວດ ຢູ່ຮ້ານອາຫານຂ້າງຖະໜົນ ​ໂດຍ​ໄດ້ສັງຫານຕຳຫລວດ
5 ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG