ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍກວ່າສິບຄົນຖືກຂ້າຕາຍ ໃນການໂຈມຕີໂດຍພວກຫົວຮຸນແຮງ ຈີຮາດີ ຢູ່ໃນໂມຊຳບິກ


ແຜນທີ່ສະແດງໃຫ້ເຫັນປະເທດໂມຊຳບິກ
ແຜນທີ່ສະແດງໃຫ້ເຫັນປະເທດໂມຊຳບິກ

ປະຊາຊົນຫຼາຍສິບຄົນຖືກຂ້າຕາຍໃນລະຫວ່າງການໂຈມຕີແບບປະສານງານກັນໂດຍພວກນັກລົບເພື່ອສາສະໜາ ຫຼືຈີຮາດີ ຢູ່ໃນເມືອງປາລມາ ທາງພາກເໜືອຂອງໂມຊຳບິກ ດັ່ງທີ່ກະຊວງປ້ອງກັນປະເທດໄດ້ກ່າວໃນວັນອາທິດວານນີ້ ສີ່ວັນຫຼັງຈາກທີ່ການບຸກໂຈມຕີໄດ້ເລີ້ມຂຶ້ນ ອີງຕາມລາຍງານຂອງອົງການຂ່າວ ເອແອັຟພີ ຈາກນະຄອນຫຼວງມາປູໂຕຂອງໂມຊຳບິກ.

ໂຄສົກກະຊວງປ້ອງກັນປະເທດ ທ່ານໂອມາຣ ຊາຣານກາ ໄດ້ກ່າວທີ່ກອງປະຊຸມຖະແຫລງຂ່າວໃນວັນອາທິດວານີ້ ວ່າ “ເມື່ອວັນພຸດທີ່ຜ່ານມາ ກຸ່ມກໍ່ການຮ້າຍໄດ້ພາກັນລັກລອບເຂົ້າມາ…ໃນປາລມາ ແລະໄດ້ເລີ້ມປະຕິບັດການທີ່ເປັນຜົນເຮັດໃຫ້ມີການຄາດຕະກຳແບບຂີ້ຂາດປະຊາຊົນຜູ້ທີ່ຕໍ່ສູ້ບໍ່ໄດ້ຫຼາຍສິບຄົນ.”

ເຈັດຄົນໃນຈຳນວນດັ່ງກ່າວໄດ້ຖືກຂ້າຕາຍໃນການດັກຍິງ ໃນລະຫວ່າງມີການຍົກຍ້າຍພວກເຂົາອອກໄປຈາກໂຮງແຮມບ່ອນທີ່ພວກເຂົາພາກັນໄປຫລົບໄພຢູ່ນັ້ນ ອີງຕາມການກ່າວຂອງທ່ານຊາຣານກາ.

ເມື່ອສາມວັນຜ່ານມານີ້ ກຳລັງຮັກສາຄວາມປອດໄພຂອງລັດຖະບານໄດ້ໃຫ້ບຸລິມະສິດ “ການຊ່ອຍເຫຼືອພົນລະເມືອງຫຼາຍຮ້ອຍຄົນ ທັງປະຊາຊົນຂອງປະເທດ ແລະຕ່າງປະເທດ” ທ່ານຊາຣານກາ ໄດ້ກ່າວໄປ ໂດຍບໍ່ໄດ້ໄຈ້ແຍກອອກຈຳນວນຄົນດັ່ງກ່າວ.

ຈຳນວນທີ່ບໍ່ຮູ້ໄດ້ຂອງພວກຫົວຮຸນແຮງທີ່ໄດ້ເລີ້ມໂຈມຕີເມືອງດັ່ງກ່າວໃນວັນພຸດທີ່ຜ່ານມານັ້ນ ຊຶ່ງເປັນສູນກາງຂອງແຫລ່ງນ້ຳມັນເຊື້ອໄຟໃນແຂວງ ກາໂບ ແດລກາໂດ ຈຶ່ງກົດດັນໃຫ້ປະຊາຊົນເກືອບ 200 ຄົນພາກັນໄປຫລີ້ໄພຢູ່ໂຮງແຮມ ອາມາຣູລາ ກັບພວກຄົນອື່ນທີ່ໄດ້ໄປຫລົບລີ້ໃນປາໄມ້ເຂດຮ້ອນຢູ່ໃກ້ໆນັ້ນ.

ພົນລະເຮືອ 200 ຄົນດັ່ງກ່າວໄດ້ຖືກນຳໄປພັກໄວ້ຊົ່ວຄາວ ຢູ່ທີ່ໂຮງງານຜະລິດນ້ຳມັນເຊື້ອໄຟທີ່ມີການຄຸ້ມກັນຢ່າງໜາແໜ້ນຕັ້ງຢູ່ແຫຼມອາຟັນຈີຂອງແຄມມະຫາສະໝຸດອິນເດຍທາງພາກໃຕ້ຕິດກັບຊາຍແດນປະເທດແທນຊາເນຍ ກ່ອນຈະຖືກເຄື່ອນຍ້າຍໄປເມືອງເພມບາ.

ພົນລະເມືອງທີ່ອາໄສຢູ່ໃນເມືອງດັ່ງກ່າວປະມານ 75,000 ຄົນ ບາງສ່ວນກໍຍັງໄດ້ພາກັນຫລົບໜີໄປຍັງແຫຼມດັ່ງກ່າວ ຊຶ່ງເປັນສະຖານທີ່ຕັ້ງຂອງໂຄງການນ້ຳ ມັນເຊື້ອໄຟມູນຄ່າຫຼາຍພັນລ້ານໂດລາ ທີ່ໄດ້ສ້າງຂຶ້ນໂດຍບໍລິສັດໂທໂຕລຂອງ ຝຣັ່ງ ແລະບັນດາບໍລິສັດພະລັງງານອື່ນໆນຳດ້ວຍ.

ກຳປັ່ນລຳນຶ່ງທີ່ໄດ້ອອກຈາກເມືອງອາຟັນຈີ ໃນວັນເສົາຜ່ານມາ ກໍໄດ້ໄປເຖິງເມືອງເມືອງເພມບາ ໃນປະມາຕອນທ່ຽງ ອີງຕາມຕຳຫຼວດທີ່ລາດຕະເວນເມືອງທ່າດັ່ງກ່າວ.

ອີງຕາມແຫລ່ງຂ່າວທີ່ໃກ້ຊິດກັບປະຕິການຊ່ອຍກູ້ໄພ ແມ່ນມີປະມານ 1,400 ຄົນຢູ່ໃນກຳປັ່ນລຳດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG