ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ້ານ​ວ່າ ມີຫຼາຍກວ່າ 150 ຄົນ ຖືກ​ຖົມ​ຢູ່​ໃຕ້ ​ດິນເຈື່ອນ ໃນອິນເດຍ (ວີດີໂອ)


ໜ່ວຍ​ຮັບມື​ກັບໄພພິບັດ​ແຫ່ງ​ຊາດຂອງອິນເດຍ ຫຼື India's National Disaster Response Force (NDRF) ເອົາເຮືອ ອອກໄປຊ່ອຍເຫຼືອປະຊາຊົນຢູ່ເຂດ Guwahati ໃນພາກຕາເວັນອອກສຽງເໜືອຂອງລັດ Assam ປະເທດອິນເດຍ, ວັນທີ 27 ເດືອນມິຖຸນາ 2014.
ໜ່ວຍ​ຮັບມື​ກັບໄພພິບັດ​ແຫ່ງ​ຊາດຂອງອິນເດຍ ຫຼື India's National Disaster Response Force (NDRF) ເອົາເຮືອ ອອກໄປຊ່ອຍເຫຼືອປະຊາຊົນຢູ່ເຂດ Guwahati ໃນພາກຕາເວັນອອກສຽງເໜືອຂອງລັດ Assam ປະເທດອິນເດຍ, ວັນທີ 27 ເດືອນມິຖຸນາ 2014.

ຢ້ານກັນ​ວ່າ ມີຫຼາຍກວ່າ 150 ຄົນ ຖືກ​ຖົມ​ຢູ່​ໃຕ້​ດິນ​ ທີ່ເຈື່ອນ
ລົງ​ມາ​ທັບ​ໝູ່​ບ້ານແຫ່ງ​ນຶ່ງ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອິນ​ເດຍ.

​ບັນດາເຈົ້າໜ້າ​ທີ່ ​ໃນ​ລັດ Maharashtra ກ່າວ​ວ່າ ດິນ​ຕົມ
ໄດ້ເຈື່ອນລົງ​ມາຖົມເຮືອນຊານ ຢ່າງ​ນ້ອຍ 40 ຫຼັງ ຢູ່ບ້ານນຶ່ງ
​ໃກ້​ກັບເມືອງ Pune ​ເມື່ອ​ຕອນ​ເຊົ້າໆຂອງ​ວັນ​ພຸດ​ມື້​ນີ້.

ທ່ານ Sandeep Rai Rathore ຫົວໜ້າ​ໜ່ວຍ​ຮັບມື​ກັບໄພ
ພິບັດ​ແຫ່ງ​ຊາດ ກ່າວ​ວ່າ ອາດ​ມີຮອດ 200 ຄົນ​ ​ໄດ້​ຮັບ​ເຄາະ
​ຮ້າຍ ຈາກ​ດິນ​ເຈື່ອນ​ຄັ້ງ​ນີ້.

ພວກເຈົ້າໜ້າ​ທີ່​ກູ້​ໄພ ​ໄດ້​ພາກັນຟ້າວ​ຟັ່ງເດີນທາງໄປ​ຍັງທີ່​ເກີດ​ເຫດ ​ແຕ່ຖືກຖ່ວງດຶງ
ຍ້ອນ​ຫົນທາງ​ທີ່ຊຸດ​ໂຊມ ​ແລະຝົນ​ທີ່​ຕົກ​ຢ່າງ​ຕໍ່​ເນື່ອງ. ຝົນຕົກ​ໜັກໄດ້​ສືບຕໍ່ຫລັ່ງ​ລົງ​ມາ
​ປະ​ທະ ​ຂົງ​ເຂດ​ດັ່ງກ່າວໃນ​ໄລຍະ 4 ມື້​ທີ່​ຜ່ານ​ມາ.

ເມືອງ Pune ​ແມ່ນ​ຕັ້ງຢູ່ ທາງທິດ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ Mumbia ​ນະຄອນຫລວງ
ດ້ານການ​ຄ້າຂອງ​ອິນ​ເດຍ ​ໄກ​ອອກ​ໄປ ປະມານ 151 ກິ​ໂລ​ແມັດ.

ດິນ​ເຈື່ອນແມ່ນ​ເກີດ​ຂຶ້ນ​ເລື້ອຍໆ ​ໃນ​ຂົງ​ເຂດ​ດັ່ງກ່າວ ​ໃນລະ​ຫວ່າ​ງ ລະດູມໍ​ລະ​ສຸມ ຊຶ່ງ​ເລີ້ມ
​ຈາກ​ເດືອນ ມິ​ຖຸນາ ຫາ ກັນຍາ.

INDIA LANDSLIDE SOTVO
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG