ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼາຍ​ສິບ​ຄົນ​ ຖືກ​ຈັບ​ກຸ​ມ ໃນ​ການ​ປະ​ທ້ວງ​ ຕໍ່​ຕ້ານ​ລັດ​ຖະ​ບານ ໃນ​ປະ​ເທດ ກາ​ຊັກ​ສະ​ຖານ


ຕຳຫຼວດ ກາ​ຊັກ​ສ​ຖານ ຄວບ​ຄຸມ​ຕົວ​ຜູ້​ປະ​ທ້ວງ​ຄົນ​ນຶ່ງ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ນະ​ຄອນຫຼວງ ເນີ ຊັ​ລ​ຕານ, ປະ​ເທດ ກາ​ຊັກ​ສ​ຖານ. 9 ມິ​ຖຸ​ນາ, 2019.
ຕຳຫຼວດ ກາ​ຊັກ​ສ​ຖານ ຄວບ​ຄຸມ​ຕົວ​ຜູ້​ປະ​ທ້ວງ​ຄົນ​ນຶ່ງ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ນະ​ຄອນຫຼວງ ເນີ ຊັ​ລ​ຕານ, ປະ​ເທດ ກາ​ຊັກ​ສ​ຖານ. 9 ມິ​ຖຸ​ນາ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກັກ​ຂັງ​ ປະ​ຊາ​ຊົນຫຼາຍ​ສິບ​ຄົນ​ໃນ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ
ກາຊັກສະຖານ, ໃນຂະນະທີ່ພວກປະທ້ວງໄດ້ຈັດການຊຸມນຸມຫຼາຍຄັ້ງ ຕໍ່ຕ້ານປະທາ
ນາທິບໍດີ ຄາຊິມ ໂຊມາດ ໂທກາເອຟ ທີ່ຫາກໍ່ຖືກເລືອກດຳລົງຕຳແໜ່ງໃໝ່.

ພວກ​ປະ​ທ້ວງ​ທີ່​ເດີນ​ຂະ​ບວນ​ໃນ​ນະ​ຄອນຫຼວງ ເນີ ຊັ​ລ​ຕານ ໃນ​ວັນ​ເສົາ​ວານນີ້ ໄດ້​ປະ​
ເຊີນໜ້າກັບເຈົ້າໜ້າທີ່ຕຳຫຼວດ ທີ່ໃສ່ເຄື່ອງແບບ ແລະເຄື່ອງທຳມະດາ ແລະ ຖືກລາກ
ແກ່ໄປຫາລົດເມຕຳຫຼວດທີ່ຢູ່ໃກ້ຄຽງ, ອີງຕາມການກ່າວຂອງຜູ້ເຫັນເຫດການ.

ຜູ້​ຊາຍຫຼາຍ​ຄົນ​ທີ່​ປາ​ກົດ​ວ່າ​ເປັນ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ພະ​ຍາ​ຍາມ​ກີດ​
ກັ້ນນັກຂ່າວວິທະຍຸ RFE/RL ແລະ ມືກ້ອງຈາກການຖ່າຍວິດີໂອ ເອົາການຈັບກຸມນັ້ນ,
ດ້ວຍການໃຊ້ຄັນຮົ່ມເພື່ອກັນພາບຂອງເຂົາເຈົ້າ. ວິດີໂອ ແລະ ອຸປະກອນການອອກ
ອາກາດບາງອັນຂອງວິທະຍຸ RFE/RL ໄດ້ຮັບຄວາມເສຍຫາຍຈາກຜູ້ຊາຍທີ່ບໍ່ສາ
ມາດລະບຸຕົວໄດ້.

ຜູ້​ທີ່​ຖືກ​ຄວບ​ຄຸມ​ຕົວ​ບາງ​ຄົນ​ນັ້ນ​ປາ​ກົດ​ວ່າ​ເປັນ​ຄົນ​ທີ່ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ. ແມ່​ຍິງ​ຄົນ​
ນຶ່ງໄດ້ກ່າວຕໍ່ວິທະຍຸ RFE/RL ວ່າລູກຊາຍອາຍຸ 15 ປີຂອງລາວ ຖືກຕຳຫຼວດຈັບໄປ
ເຖິງແມ່ນວ່າເຂົາເຈົ້າສອງຄົນໄດ້ອອກໄປຍ່າງຫຼິ້ນຢູ່ຕາມກຳແພງກັ້ນຕາຝັ່ງເຈື່ອນກໍ
ຕາມ.

ຢ່າງ​ໜ້ອຍ 70 ຄົນ​ໄດ້​ຖືກ​ກັກ​ຂັງ​ໃນ​ນະ​ຄອນຫຼວງ ເນີ-ຊັ​ລ​ຕານ ໃນ​ຕອນ​ແລງ​ຂອງວັນ​
ເສົາວານນີ້, ແລະ ຕົວເລກທີ່ຄ້າຍຄືກັນໃນເມືອງ ອາລມາຕີ ທີ່ເປັນເມືອງຫຼວງແຫ່ງການ
ຄ້າຂອງປະເທດ ກາຊັກສຖານ. ເວັບໄຊ້ທີ່ບໍ່ຂຶ້ນກັບໃຜ Vlast.kz ໄດ້ລາຍງານວ່າມີ
ຫຼາຍເຖິງ 100 ຄົນໄດ້ຖືກກັກຂັງໃນເມືອງ ອາລມາຕີ.

ການ​ປະ​ທ້ວງ​ຍັງ​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ ຊິມ​ເຄັ້ນ, ຄາ​ຣາ​ການ​ດາ ແລະ ໂອ​ຣາ​ລ, ເຊິ່ງ​ມີ​
ລາຍງານວ່າ ມີການກັກຂັງເກີດຂຶ້ນ.

ການ​ປະ​ທ້ວງ​ດັ່ງ​ກ່າວ ຖືກ​ຈັດ​ຂຶ້ນ​ສ່ວນ​ນຶ່ງ​ໂດຍ​ພັກ ທາງ​ເລືອກ​ປະ​ຊາ​ທິ​ປະ​ໄຕ​ຂອງ
ກາຊັກສະຖານ, ເຊິ່ງແມ່ນພັກການເມືອງທີ່ຖືກຫ້າມ, ທີ່ໄດ້ຮັບການນູນຫຼັງໂດຍມະຫາ
ເສດຖີພັດຖິ່ນນັບຕັ້ງແຕ່ປີ 2009 ເປັນຕົ້ນມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG