ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກະບົດ ຫຼາຍສິບຄົນ ຖືກສັງຫານ ຢູ່ເມືອງ Homs ໃນ ຊີເຣຍ (ສະໄລດ໌/ວີດີໂອ)


ຄວັນໄຟກໍາລັງພຸ່ງຂື້ນຈາກຕຶກ ທີ່ນັກເຄຶ່ອນໄຫວ ກ່າວວ່າຖືກ ໂຈມຕີຈາກ ພວກຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad.
ຄວັນໄຟກໍາລັງພຸ່ງຂື້ນຈາກຕຶກ ທີ່ນັກເຄຶ່ອນໄຫວ ກ່າວວ່າຖືກ ໂຈມຕີຈາກ ພວກຈົງຮັກພັກດີ ຕໍ່ປະທານາທິບໍດີ Bashar al-Assad.
ບັນດາ​ນັກ​ເຄື່ອນ​ໄຫວຊີເຣຍແລະ​ສື່​ມວນ​ຊົນ​ຂອງລັດ ກ່າວ​ວ່າ
ພວກ​ກະບົດ​ຫລາຍ​ສິບ​ຄົນ ​ໄດ້​ຖືກຂ້າຕາຍໃນ​ອາທິດ​ນີ້ ​ໃນ​ຂະ
ນະ​ທີ່​ເຂົາ​ເຈົ້າ​ພະຍາຍາມ​ຫລົບໜີ​ຈາກເມືອງ Homs ໃນເຂດ
ພາກກາງຂອງປະເທດທີ່ຖືກທະຫານປິດລ້ອມຢູ່.

ອົງການ​ຂ່າວ SANA ຂອງ​ລັດຖະບານຊີເຣຍກ່າວໃນ​ວັນ​ສຸກ​
ມື້​ນີ້​ວ່າ ທະຫານ ​ໄດ້​ສັງຫານພວກ​ກະບົດ 37 ຄົນ ທີ່​ອົງການ
ຂ່າວດັ່ງກ່າວ ເອີ້ນວ່າ ​ເປັນ​ພວກ​ກໍ່​ການ​ຮ້າຍ ​ໃນ​ຂະນະ​ທີ່​ເຂົາ
​ເຈົ້າ​ກໍາລັງ​ພາກັນຫຼົບໜີ​ອອກ​ຈາກ​ເຂດຢູ່​ທາງ​ເໜືອ​ຂອງ​ເມືອງ
Homs.



​ໃນຂະນະ​ດຽວ​ກັນ ກຸ່​ມສິ້ງຊອມ​ສິດທິ​ມະນຸດໃນ​ຊີ​ເຣຍ ລາຍ​ງານ​ວ່າ ນັກ​ລົບ​ຝ່າ​ຍຄ້ານ
ຢ່າງ​ໜ້ອຍ 45 ຄົນ​ໄດ້​ຖືກ​ສັງຫານ​ ໃນ​ການ​ສູ້​ລົບ​ກັນຢ່າງໜັກ ​ໃນ​ຕອນ​ແລງ​ຂອງ​ວັນ
ພຸດ ​ແລະ​ວັນ​ພະຫັດວານນີ້.

ກໍາລັງ​ທະຫານ​ຊີ​ເຣຍ ທີ່ຈົງ​ຮັກ​ພັກດີ​ຕໍ່ປະທານາທິບໍດີ Bashar al-Assad ​ໄດ້ ​ປິດລ້ອມ
ເມືອງ Homs ມາເປັນ​ເວລາ​ເປັນເວລາ ຫຼາຍ​ເດືອນ​ແລ້ວ​ ຊຶ່ງ​ເມືອງດັ່ງ ກ່າວນີ້ເປັນເມືອງ​
ໃຫຍ່​ອັນດັບ​ສາມຂອງຊີເຣຍ ແລະເປັນ​ສູນ​ກາງຂອງ​ຝ່າ​ຍຄ້ານ​ທີ່ລຸ​ກຮື​ຂື້ນຕໍ່ຕ້ານການ​
ປົກຄອງ​ຂອງ​ທ່ານ Assad.

ບັນດາຜູ້ຈົງ​ຮັກ​ພັກດີ​ຕໍ່ທ່ານ Assad ພວມທຳການ​ສູ້​ລົບ ກັບ​ກໍາລັງ​ຝ່າຍ​ຕໍ່ຕ້ານ ທີ່ບໍ່ເປັນ
ກ້ອນເປັນກຸ່ມ ຊຶ່ງປາກົດວ່າ ​ໃນໄລຍະ​ບໍ່​ເທົ່າ​ໃດ​ວັນຜ່ານມານີ້ ໄດ້ເຫັນມີ ການ​ປະ​ທະ​ກັນ
ເກີດຂຶ້ນ ລະຫວ່າງກຸ່ມຫົວຮຸນແຮງສາສະໜາອິສລາມ​ ​ແລະ ພວກ​ທີ່ໄດ້ຮັບການ​ໜູ​ນຫລັງ​ຈາກປະເທດຕາ​ເວັນ​ຕົກ.

ເບິ່ງວີດີໂອ ກ່ຽວຂ້ອງ:
'Friends of Syria' to Meet in Paris Sunday
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ
XS
SM
MD
LG