ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ດັດຊະນີຮຸ້ນ Dow Jones ມີລາຄາສູງຂຶ້ນ ສູ່ລະດັບ 30,000 ເປັນຄັ້ງທຳອິດ


ພາບຖ່າຍໂດຍ: STRF/STAR MAX/IPx 2020, 11/24/20 ດັດສະນີຮຸ້ນ Dow Jones ໄດ້ບັນລຸສະຖິຕິລາຄາສູງຂຶ້ນສູ່ລະດັບ 30,000 ຈາກຄວາມຫວັງຂອງຢາວັກຊີນຊີນໄວຣັສໂຄໂຣນາ ແລະ ຄວາມໝັ້ນຄົງຂອງການເລືອກຕັ້ງ.
ພາບຖ່າຍໂດຍ: STRF/STAR MAX/IPx 2020, 11/24/20 ດັດສະນີຮຸ້ນ Dow Jones ໄດ້ບັນລຸສະຖິຕິລາຄາສູງຂຶ້ນສູ່ລະດັບ 30,000 ຈາກຄວາມຫວັງຂອງຢາວັກຊີນຊີນໄວຣັສໂຄໂຣນາ ແລະ ຄວາມໝັ້ນຄົງຂອງການເລືອກຕັ້ງ.

ດັດຊະນີຮຸ້ນ Dow Jones Industrial Average ໄດ້ມີລາຄາສູງຂຶ້ນສູ່ລະດັບ 30,000 ເປັນຄັ້ງທຳອິດ ໃນວັນອັງຄານວານນີ້, ເຊິ່ງໄດ້ເພີ່ມຂຶ້ນ ໂດຍຄວາມຮູ້ ສຶກຂອງນັກລົງທຶນ ກ່ຽວກັບ ການພັດທະນາຢາວັກຊີນ ໄວຣັສໂຄໂຣນາ ແລະ ຂ່າວ ກ່ຽວກັບ ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທາ ນາທິບໍດີ ທ່ານ ໂຈ ໄບເດັນ ໄດ້ເລີ່ມຂະບວນການໂອນອຳນາດ.

ດັດຊະນີຮຸ້ນ ດາວ ໂຈນສ໌ ໄດ້ມີລາຄາສູງຂຶ້ນ 1.4 ເປີເຊັນໃນການຊື້ຂາຍເມື່ອ ຕອນກາງວັນໃນຂະ ນະທີ່ດັດສະນີຮຸ້ນ S&P 500, ເຊິ່ງໄດ້ຮັບຜົນກະທົບ ກ່ຽວກັບ ບັນຊີການອອກບຳນານຫຼາຍກວ່າ ດາວ ໂຈນສ໌ ນັ້ນກໍມີລາຄາສູງຂຶ້ນ 1.3 ເປີເຊັນ. ດັດສະນີຮຸ້ນເທັກໂນໂລຈີໜັກ Nasdaq Composite ກໍໄດ້ສູງຂຶ້ນ 1 ເປີເຊັນ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມການສະແດງຄວາມຊົມເຊີຍຂອງທ່ານຕໍ່ “ທຸກຄົນ” ສຳລັບການບັນລຸຂີດໝາຍທີ່ວ່ານັ້ນ, ເຖິງແມ່ນບັນດານັກວິເຄາະໄດ້ໃຫ້ເຫດຜົນສ່ວນນຶ່ງຂອງການມີລາຄາສູງຂຶ້ນນັ້ນວ່າເປັນຍ້ອນຂ່າວ ກ່ຽວກັບ ຜູ້ທີ່ຈະມາສືບທອດຕຳແໜ່ງຂອງທ່ານ, ທ່ານ ໄບເດັນ, ໄດ້ເລືອກອະດີດປະທານທະນາຄານກາງທີ່ຖືກເຄົາລົບນັບຖືຢ່າງກວ້າງຂວາງຄືທ່ານນາງ ຈາເນັດ ແຢລເລັນ ເປັນລັດຖະມົນຕີກະຊວງການເງິນ.

ການຊື້ຂາຍຂອງດັດຊະນີຮຸ້ນ ດາວໂຈນສ໌ ໄດ້ເພີ່ມຂຶ້ນສູງກວ່າ 30,000 ທ່າມກາງຄວາມຮູ້ສຶກໃນແງ່ບວກທີ່ເພີ່ມຂຶ້ນວ່າການພັດທະນາຢາວັກຊີນ ໄວຣັສໂຄໂຣນາ ຈະເຮັດໃຫ້ລັດຖະບານຜ່ອນຄາຍມາດຕະການຫ້າມທີ່ໄດ້ເຮັດໃຫ້ ສະຫະລັດ ແລະ ເສດຖະກິດອື່ນໆອ່ອນແອ. ບໍລິສັດ AstraZeneca, Pfizer ແລະ Moderna ທັງໝົດໄດ້ປະກາດເມື່ອບໍ່ດົນມານີ້ ກ່ຽວກັບ ຜົນອອກມາທີ່ດີຂອງການສຶກສາຢາວັກຊີນທີ່ກຳລັງດຳເນີນຢູ່.

ນອກຈາກນັ້ນ, ອົງການບໍລິການທົ່ວໄປຂອງ ສະຫະລັດ ໄດ້ຍອມຮັບໃນວັນຈັນທີ່ຜ່ານມາວ່າ ທ່ານ ໄບເດັນ ແມ່ນປາກົດວ່າເປັນຜູ້ຊະນະເລີດໃນການເລືອກຕັ້ງ ປະທານາທິບໍດີເມື່ອວັນທີ 3​ ພະຈິກທີ່ຜ່າມາ. ການຮັບຮູ້ດັ່ງກ່າວຈະອະນຸຍາດໃຫ້ທ່ານ ໄບເດັນ ປະສານງານກັບບັນດາອົງການຂອງລັດ ຖະບານກາງ ກ່ຽວກັບ ແຜນການທີ່ຈະສືບຕໍ່ການຄວບຄຸມທຳນຽບຂາວໃນວັນທີ 20 ມັງກອນ, ເຖິງແມ່ນຈະມີຄວາມພະຍາຍາມຂອງປະທານາທິບໍດີ ດໍໂນລ ທຣຳ ເພື່ອພິກປີ້ນການເລືອກຕັ້ງດຳເນີນຢູ່ກໍຕາມ.

ໃນການກ່າວຄຳປາໄສຢູ່ທຳນຽບຂາວນັ້ນ, ທ່ານ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າມີແຕ່ຢາກສະແດງຄວາມຊົມເຊີຍຕໍ່ທຸກຄົນ. ດັດຊະນີຮຸ້ນ Dow Jones Industrial Average ຫາກໍໄດ້ບັນລຸລະດັບ 30,000, ເຊິ່ງແມ່ນສູງ ທີ່ສຸດໃນປະຫວັດສາດ. ນັ້ນແມ່ນຕົວເລກທີ່ສັກສິດ. ບໍ່ມີໃຜຄິດວ່າຈະໄດ້ເຫັນມັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG