ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຸ້ນ Dow Jones ຖີບຕົວຂຶ້ນ ​ກາຍ 21,000 ​ເປັນ​ປະຫວັດ​ການ


ປ້າຍ​ກະດານ​ທີ່​ສະ​ແດງຕົວ​ເລກ​ຂອງ​ຕະຫຼາດ​ຮຸ້ນ​ໃນ ຕະຫຼາດ​ຮຸ້ນ​ທີ່​ນະຄອນ New York Stock ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ Dow Jones ຖີບ​ຕົວ​ສູງຂຶ້ນ​ເຖິງ 21,000, ນະຄອນ New York City, 1 ມີນາ, 2017.
ປ້າຍ​ກະດານ​ທີ່​ສະ​ແດງຕົວ​ເລກ​ຂອງ​ຕະຫຼາດ​ຮຸ້ນ​ໃນ ຕະຫຼາດ​ຮຸ້ນ​ທີ່​ນະຄອນ New York Stock ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ Dow Jones ຖີບ​ຕົວ​ສູງຂຶ້ນ​ເຖິງ 21,000, ນະຄອນ New York City, 1 ມີນາ, 2017.

ຕະຫຼາດຮຸ້ນສະຫະລັດ ໄດ້ຖີບຕົວຂຶ້ນສູງເປັນປະຫວັດການ ໃນການຊື້ຂາຍ​ໃນ​ວັນ​
ພຸດວານ​ນີ້​ໂດຍ​ທີ່​ຮຸ້ນ Dow Jones ມີ​ລາຄາ​ສູງ​ຂຶ້ນກາຍ 21 ພັນ ເປັນຄັ້ງທຳອິດ
ໃນຕອນ​ປິດ​ຕະຫລາດ.

ການ​ຊື້ຂາຍ​ທີ່ຕະຫຼາດຮຸ້ນໃນວັນພຸດວານນີ້ ດັຊນີຮຸ່ນມທີ່​ຮູ້​ກັນ​ດີ​ສຸດ​ຂອງສະຫະລັດ
ແມ່ນໄດ້ມີ​ລາຄາ​ສູງຂຶ້ນ ເກືອບ 1.5 ເປີເຊັນ.

ຕະຫຼາດຮຸ້ນສະຫະລັດ ​ມີ​ລາຄາ​ສູງຂຶ້ນ ເປັນປະຫວັດການ ນັບຕັ້ງແຕ່ການເລືອກຕັ້ງ
ປະທານາທິບໍດີສະຫະລັດ ທ່ານ Donald Trump ​ເຂົ້າຮັບ​ຕຳ​ແໜ່​ງ ຜູ້ຊຶ່ງສົ່ງເສີມ
ສະໜັບສະໜຸນການທຸລະກິດ ໂດຍໄດ້ໃຫ້ຄຳ​ໝັ້ນສັນຍາ ທີ່ຈະຕັດພາສີແລະລະບຽບ
ການ ຕ່າງໆ ແລະບູລະນະສ້າງສາ​ຖະໜົນ​ຫົນທາງ ຂົວ ແລະໂຄ່ງລ່າງພື້ນຖານອື່ນໆ.

ທ່ານ Trump ໄດ້ກ່າວຢ້ຳເຖິງຄຳໝັ້ນສັນຍາຂອງ​ທ່ານ​ອີກ ໃນແລງວັນອັງຄານຜ່ານ
ມານີ້ ໃນຄຳປາ​ໄສຕໍ່ລັດຖະສະພາຄົບ​ຄະນະ ແຕ່ວ່າ ບໍ່ໄດ້ໃຫ້ລາຍລະອຽດ​ໃດໆ
ໃນໂຄງການ​ເຫລົ່ານີ້.

ພວກນັກລົງທຶນ ຍັງໄດ້ຮັບ​ກຳລັງ​ໃຈ ໃນວັນພຸດວານນີ້ ​ເວລາເຈົ້າໜ້າທີ່ຂັ້ນສູງຂອງ ທະນາຄານກາງສະຫະລັດ ໄດ້ກ່າວວ່າ ພວກທ່ານແມ່ນໃກ້ທີ່​ຈະ​ຂຶ້ນອັດຕາດອກເບ້ຍ
​ແລ້ວ. ພວກນັກລົງທຶນບາງກຸ່ມ ແມ່ນເຫັນການຂຶ້ນດອກເບ້ຍ ເປັນສັນຍານວ່າເສດຖະ ກິດສະຫະລັດ ບໍ່ຈຳເປັນທີ່ຈະກະຕຸກຊຸກຍູ້ ຈາກ​ອັດຕາດອກເບ້ຍ ທີ່​ຕ່ຳ​ສຸດ​ອີກ​ຕໍ່​ໄປ​ແລ້ວ.

ທະນາຄານກາງສະຫະລັດ ໄດ້ຕັດ​ອັດຕາດອກເບ້ຍຕ່ຳສຸດເປັນປະຫວັດການ ໃນຊ່ວງທີ່
ເສດຖະກິດຖົດຖອຍ ເພື່ອການກະຕຸ້ນການຈະເລີນເຕີບໂຕຂອງເສດຖະກິດ ແລະຕໍ່ສູ້
ກັບອັດຕາ​ຄົນ​ຫວ່າງ​ງານ.

ໃນຂະນະທີ່ ອັດຕາດອກເບ້ຍຕ່ຳ ແມ່ນມີຈຸດປະສົງ ທີ່ຈະເພີ່ມກິດຈະກຳທາງດ້ານເສດ
ຖະກິດ ​ແຕ່ທະນາຄານກາງໄດ້ຂຶ້ນດອກເບ້ຍ ເພື່ອປ້ອງ​ກັນ​ບໍ່​ໃຫ້​ມີເງິນເຟີ້ສູງ ​ເກີນ​ໄປ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG