ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ Dow ແລະ DuPont ຈະຮວມເຂົ້າກັນ ໂດຍມີມູນຄ່າ ທັງໝົດ 130 ຕື້ໂດລາ


ຊື່ຂອງບໍລິສັດ Dupont ທີ່ຕະຫລາດຮຸ້ນນິວຢອກ. (9​ ທັນວາ 2015)
ຊື່ຂອງບໍລິສັດ Dupont ທີ່ຕະຫລາດຮຸ້ນນິວຢອກ. (9​ ທັນວາ 2015)

ບໍລິສັດ​ເຄມີແລະ​ທຸລະ​ກິດ​ການ​ກະ​ເສດ​ຍັກ​ໃຫຍ່ຂອງ​ສະຫະ
ລັດຄື​ບໍລິສັດ Dow Chemical ​ແລະ DuPont ​ໄດ້​ປະກາດ​
ໃນ​ວັນ​ສຸກ​ວານ​ນີ້ວ່າ ຈະ​ຮວມ​ເຂົ້າກັນ ເປັນ​ບໍລິສັດ​ດຽວທີ່ຈະ
​ມີ​ມູນ​ຄ່າ 130 ​ພັນ​ລ້ານ​ໂດ​ລາ.

ບໍລິສັດ​ທັງ​ສອງ​ ກ່າວ​ວ່າ ການ​ຮວມ​ເຂົ້າກັນນີ້ ຈະ​ເປັນ​ບາດ
ກ້າວ​ອັນ​ທຳ​ອິດ​ໄປ​ສູ່ການຈັດ​ແຈງ​ໃໝ່ ​ໂດຍ​ຈະ​ແບ່ງ​ບໍລິສັດ
​ອອກ​ເປັນ​ສາມ​ທຸລະ​ກິດ ທີ່​ເພັ່ງ​ເລັງ​ໃສ່​ການ​ກະ​ເສດ ວັດ​ຖຸວິ
ທະຍາ​ສາດແລະ​ຜະລິດ​ຕະພັນ​ພິ​ເສດ.

ການສະ​ເໜີ​ຮວມກັນ​ດັ່ງກ່າວ ​ແມ່ນ​ຈະ​ເປັນ​ການ​ສ້າງຕັ້ງບໍ
ລິສັດ​ຊົ່ວຄາວ​ທີ່​ໃຫຍ່ທີ່​ສຸດ​ບໍລິສັດ​ນຶ່ງ​ໃນ​ໂລກ​ຊຶ່ງ​ຈະ​ເປັນ​ຄູ່ແຂ່ງ​ກັບ​ບໍລິສັດ​ເຄມີ​ຂະໜາດ
​ໃຫຍ່​ BASF ຂອງເຢຍຣະມັນ.

ການ​ຕົກລົງ​ທີ່​ວ່າ​ນີ້ມີ​ທ່າ​ທາງ​ວ່າຈະ​ປະ​ເຊີນ​ກັບ​ການກວດ​ສອບ​ຂອງ​ເຈົ້າໜ້າ​ທີ່ຄວບ​ຄຸມ​ຕໍ່
​ຕ້ານ​ການ​ຜູກຂາດ.​ ປະທານ​ຄະນະ​ກຳມະການ​ຍຸຕິ​ທຳ ​ຂອງ​ສະພາ​ສູງ ສະຫະລັດ ທ່ານ Chuck Grassley ກ່າວ​ຢູ່​ໃນ​ຖະ​ແຫຼ​ງຂ່າວ​ສະບັບ​ນຶ່ງ​ໃນວັນ​ສຸກ​ວານ​ນີ້ວ່າ ການສະ​ເໜີ​ຮວມບໍລິສັດ​ດັ່ງກ່າວ​ນີ້​ຕ້ອງ​ໄດ້​ຮັບ​ການກວດ​ສອບຢ່າງ​ລະອຽດ.

DOW Dupont Merger
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG