ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານດັກ ໂຈນສ໌ ຊະນະ ການເລືອກຕັ້ງ ສະມາຊິກ ສະພາສູງ ທີ່ລັດອາລາບາມາ

ຜູ້ສະໝັກ ເອົາຕຳແໜ່ງ ສະມາຊິກສະພາສູງ ສະຫະລັດ ສັງກັດພັກເດໂມແຄຣັດ ທ່ານ ດັກ ໂຈນສ໌ ຂອບໃຈ ພວກສະໜັບສະໜູນ ຢູ່ທີ່ງານ ສະຫຼອງໄຊຊະນະ.
ຜູ້ສະໝັກ ເອົາຕຳແໜ່ງ ສະມາຊິກສະພາສູງ ສະຫະລັດ ສັງກັດພັກເດໂມແຄຣັດ ທ່ານ ດັກ ໂຈນສ໌ ຂອບໃຈ ພວກສະໜັບສະໜູນ ຢູ່ທີ່ງານ ສະຫຼອງໄຊຊະນະ.

ທ່ານດັກ ໂຈນສ໌ ໄດ້ຊະນະ ການເລືອກຕັ້ງພິເສດ ເອົາສະມາຊິກສະພາສູງ ທີ່ຈະເຂົ້າ
ປະຈຳຕຳແໜ່ງ ໃນບ່ອນນັ່ງທີ່ຫວ່າງລົງຂອງ ລັດອາລາບາມາ ທາງພາກໃຕ້ຂອງ
ປະເທດ ທີ່ໄດ້ເຮັດໃຫ້ຫຼາຍຄົນມອງເຫັນວ່າ ເປັນຄວາມປະລາໄຊ ສຳລັບ ພັກ
ຣີພັບບລີກັນ ແລະເປັນການຕອກຢ້ຳຢ່າງເຈັບປວດຕໍ່ປະທານາທິບໍດີ ດໍໂນລ ທຣຳ
ຜູ້ທີ່ໄດ້ໃຫ້ການສະໜັບສະໜຸນ ຜູ້ສະໝັກ ສັງກັດພັກຣີພັບບລີກັນ ທ່ານ ຣອຍ ມໍຣ໌
ຢ່າງຮີບດ່ວນ ຜູ້ທີ່ໄດ້ຖືກໂຈມຕີ ເຖິງແມ່ນວ່າຈະມີສຽງນອງນັນ ຂອງຂໍ້ກ່າວຫາ
ຕ່າງໆນາໆ ໃນການປະພຶດ ທີ່ບໍ່ເໝາະສົມ ດ້ານທາງເພດ.

ຫຼັງຈາກການໂຄສະນາຫາສຽງທີ່ເປັນບັນຫາໂຕ້ແຍ້ງແລ້ວ ພວກມີສິດອອກສຽງ
ກໍໄດ້ສະໜັບສະໜູນ ທ່ານ ໂຈນສ໌ ຫຼາຍກວ່າ ທ່ານມໍຣ໌ ໂດຍສະເລ່ຍ ແລ້ວ 49.9
ເປີເຊັນ ຕໍ່ 48.4 ເປີເຊັນ.

ຜົນທີ່ອອກມານີ້ ໝາຍຄວາມວ່າ ໃນເດືອນມັງກອນຈະມາ ໃນເວລາທ່ານໂຈນສ໌
ສາບານໂຕ ເຂົ້າຮັບຕຳແໜ່ງຢູ່ສະພາສູງ ການມີສຽງສ່ວນຫຼາຍຂອງພັກຣີພັບ
ບລີກັນ ໃນສະພາສູງ ທີ່ມີ 100 ບ່ອນນັ່ງ ຈະຫລຸດລົງ ເປັນ 51 ຕໍ່ 49 ແລະ
ຊຶ່ງເຮັດໃຫ້ເປັນການຍາກຂຶ້ນ ສຳລັບປະທານາທິບໍດີ ທຣຳ ທີ່ຈະຈັດຕັ້ງປະຕິບັດ
ແຜນການຂອງທ່ານໄດ້.

ຜູ້ສະໝັກເອົາຕຳແໜ່ງ ສະພາສູງ ທ່ານ ດັກ ໂຈນສ໌ ຂອບໃຈ ພວກສະໜັບສະໜູນ ໃນຂະນະທີ່ ທ່ານຈັບມື ພັນລະຍາຂອງທ່ານ ທ່ານນາງ ລູອິສ ວັນອັງຄານ ທີ 12 ທັນວາ 2017, ໃນເມືອງ ເບີມິງແຮມ ລັດ ອາລາມາມມາ, ລັດອາລາມາມາ.
ຜູ້ສະໝັກເອົາຕຳແໜ່ງ ສະພາສູງ ທ່ານ ດັກ ໂຈນສ໌ ຂອບໃຈ ພວກສະໜັບສະໜູນ ໃນຂະນະທີ່ ທ່ານຈັບມື ພັນລະຍາຂອງທ່ານ ທ່ານນາງ ລູອິສ ວັນອັງຄານ ທີ 12 ທັນວາ 2017, ໃນເມືອງ ເບີມິງແຮມ ລັດ ອາລາມາມມາ, ລັດອາລາມາມາ.

ພວກເຮົາໄດ້ສະແດງໃຫ້ເຫັນ ບໍ່ພຽງແຕ່ຢູ່ທົ່ວລັດອາລາບາມາ ແຕ່ພວກເຮົາຍັງ
ໄດ້ສະແດງໃຫ້ເຫັນ ທິດທາງແກ່ປະເທດຊາດ ທີ່ວ່າພວກເຮົາສາມາດສ້າງຄວາມ
ສາມັກຄີ”
ທ່ານໂຈນສ໌ ໄດ້ກ່າວຕໍ່ພວກສະໜັບສະໜູນ ທີ່ກຳລັງຮ້ອງເຊຍ ໃນການ
ກ່າວຄຳປາໄສ ສະຫລອງໄຊຊະນະ ເມື່ອຕອນແລງວັນອັງຄານວານນີ້. ທ່ານໄດ້ກ່າວ
ວ່າ ສະພາສູງມີວຽກຫຼາຍທີ່ຈະຕ້ອງໄດ້ເຮັດ ກ່ຽວກັບບັນຫາຕ່າງໆ ທີ່ສຳຄັນ ເຊິ່ງ
ປະ ເຊີນໜ້າປະເທດຢູ່ນັ້ນ, ລວມທັງ ການຮັກສາສຸຂະພາບ ວຽກເຮັດງານທຳ ແລະ
ເສດຖະກິດ.

ສະມາຊິກສະພາສູງ ທ່ານຣອຍ ມໍຣ໌ ສະໝັກລົງແຂ່ງຂັນ (ກາງ), ເບິ່ງຜົນທີ່ອອກມາ ໃນງານປາຕີ້ ກັບບັນດາພະນັກງານ ໃນລະຫວ່າງ ຄ່ຳຄືນການເລືອກຕັ້ງ ຢູ່ທີ່ສູນກາງ ຈັດກິດຈະກຳ RSA , ວັນທີ 12 ທັນວາ 2017,
ສະມາຊິກສະພາສູງ ທ່ານຣອຍ ມໍຣ໌ ສະໝັກລົງແຂ່ງຂັນ (ກາງ), ເບິ່ງຜົນທີ່ອອກມາ ໃນງານປາຕີ້ ກັບບັນດາພະນັກງານ ໃນລະຫວ່າງ ຄ່ຳຄືນການເລືອກຕັ້ງ ຢູ່ທີ່ສູນກາງ ຈັດກິດຈະກຳ RSA , ວັນທີ 12 ທັນວາ 2017,

​ທ່ານມໍຣ໌ ຢູ່ທີ່ການໂຮມຊຸມນຸມຂອງທ່ານນັ້ນ ຍັງບໍ່ທັນໄດ້ຍອມແພ້ ຕໍ່ທ່ານໂຈນສ໌ໃນການ
ເລືອກຕັ້ງເທື່ອ.

ທ່ານໄດ້ກ່າວວ່າ “ມັນຍັງບໍ່ທັນແລ້ວເທື່ອ. ມັນຈະຕ້ອງໃຊ້ເວລາຕື່ມ.”

ຄະນະໂຄສະນາ ຂອງທ່ານ ຊີ້ໄປເຖິງ ກົດໝາຍຂອງອາລາບາມາ ທີ່ກ່ຽວຂ້ອງ ການນັບ
ຄະແນນສຽງ ລວມທັງບົດບັນຍັດນຶ່ງທີ່ຮຽກຮ້ອງໃຫ້ນັບຄະແນນສຽງຄືນໃໝ່ຢ່າງອັດຕະ
ໂນມັດ ຖ້າຫາກຂອບເຂດ ຂອງໄຊຊະນະ ຕ່ຳກວ່າເຄິິ່ງເປີ ເຊັນ.

ຜູ້ສະໝັກ ເອົາຕຳແໜ່ງສະມາຊິກສະພາສູງ ສຫລ ສັງກັດພັກເດໂມແຄຣັດ ທ່ານ ດັກ ໂຈນສ໌ ແລະ ພັນລະຍາ ຂອງ ທ່ານ ທ່ານນາງ ລູອິສ ໂບກມືໃຫ້ແກ່ ບັນດາຜູ້ສະໜັບສະໜູນ ກ່ອນໜ້າການກ່າວຖະແຫລງ ໃນວັນອັງຄານ ທີ 12 ທັນວາ 2017, ໃນເມືອງ ເບີມິງແຮມ, ລັດອາລາບາມາ.

ໃນການຖະແຫລງ ຕໍ່ໂທລະພາບຊີແອັນແອັນນັ້ນ ຜູ້ປົກຄອງລັດອາລາບາມາ
ທ່ານຈອນ ເມີຣໂຣລ ໄດ້ກ່າວວ່າ ທ່ານ ຈະພົບເຫັນວ່າ ມັນ “ອາດຈະເປັນໄປບໍ່ໄດ້”
ທີ່ທ່ານໂຈນສ໌ ຈະບໍ່ຖືກປະກາດເປັນຜູ້ຊະນະເລີດ ໃນເວລາ ການນັບຄະແນນສຽງ
ຈະໄດ້ຖືືກ ຢັ້ງຢືນ ໃນສັບປະດາທີ່ຈະມາເຖິງນີ້. ທ່ານໄດ້ກ່າວວ່າ ຈະບໍ່ມີຄວາມຜິດ
ພາດຫຍັງຫຼາຍ ເກີດຂຶ້ນ” ໃນລະຫວ່າງ ຂັ້ນຕອນການນັບຄະ ແນນສຽງໃນເບື້ອງຕົ້ນ.

ທ່ານມໍຣ໌ ໄດ້ສະໜັບສະໜູນ ທ່ານທຣຳ ແຕ່ໄດ້ປະເຊີນກັບການຄັດຄ້ານ ຈາກບັນດາ
ຜູ້ນຳສັງກັດພັກຣີພັບບລີກັນຄົນອື່ນໆ. ທ່ານໄດ້ຖືກກ່າວຫາ ປະພຶດບໍ່ເໝາະສົມ
ທາງເພດ ໃນຊ່ວງປີ 1970 ໃນເວລາ ພວກແມ່ຍິງທີ່ກ່າວຫາທ່ານຍັງ ເປັນຍິງສາວ
ຢູ່ນັ້ນ ແລະທ່ານຢູ່ໃນໄວ 30 ປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG