ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດ 2 ລູກ ແຕກຂຶ້ນ ທີ່ຄ້າຍທະຫານ ຢູ່ເມືອງທ່າ ເອເດັນ


Map of Yemen.
Map of Yemen.

ການ​ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດ​ສະຫຼະຊີບ​ສອງ​ຄັ້ງ ​ທີ່ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ໃກ້ໆ​ສະໜາມ​ບິນ​ນາໆ​ຊາດ ​ໃນນະຄອນ​ເອ​ເດັນ ປະ​ເທດ​ເຢ​ເມນ ​ໃນ​ວັນ​ພຸດ​ມື້ນີ້​ ອີງ​ຕາມ​ແຫ​ຼ່ງຂ່າວ​ທາງ​ທະຫານ.

ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 6 ຄົນ. ​ແຫລ່ງຂ່າວໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ແຈ້ງວ່າ ສຽງ​ປືນ​ໄດ້​ດັງ​ຂຶ້ນ ຫລັງ​ຈາກ​ສຽງ​ລະ​ເບີດ ໃນ​ຂະນະ​ທີ່​ພວກ​ຫົວ​ຮຸ​ນ​ແຮງ​ພະຍາຍາມ​ທີ່​ສວຍໃຊ້ ສະພາບ​ການ​ທີ່​ສົນລະວົນ​ກັນ​ຢູ່​ນັ້ນ.

ການ​ໂຈ​ມຕີ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ວັນ​ບຸນ​ Eid-al-Fitr ຂອງ​ຊາວ​ມຸສລິ​ມ​ ຊຶ່ງ​ເປັນ​ມື້​ໃນການສະ​ເຫລີ​ມສະຫລອງ ​ການສິ້ນສຸດ​ລົງ​ຂອງ​ເດືອນ​ສັກສິດຣາມາດາ​ນ.

ນະຄອນ​ເອ​ເດັນ ​ແມ່ນ​ເມືອງ​ຫຼວງຊົ່ວຄາວ​ຂອງ​ລັດຖະບານເຢ​ເມນທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ຊາ​ອຸ​ດີ ອາຣາ​ເບຍ ນັບ​ແຕ່​ກຳລັງ​ຂອງ​ລັດຖະບານ​ດັ່ງກ່າວ​ ໄດ້​ເຂົ້າຢຶດ​ເອົາ​ເມືອງ​ທ່າ​ດັ່ງກ່າວ​ໃນ​ປີ​ກາຍ​ແຕ່​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ແມ່ນ​ມີ​ຂຶ້ນ​ເລື້ອຍໆ ​ໃນ​ຂະນະ​ທີ່​ກຳລັງ​ນິຍົມ​ລັດຖະບານ​ໄດ້​ປະ​ທະ​ກັບກຸ່ມ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ລັດ​ອິສລາມ​ຢູ່​ໃນ​ທ້ອງຖິ່ນ ​ແລະ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລກາ​ອີ​ດາ​ທີ່​ເປັນ​ຄູ່​ແຂ່ງ​.

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ ​ຂອງ​ກຸ່ມ​ລັດ​ອິສລາມ ​ໄດ້​ສັງຫານ​ພວກ​ທະຫານ​ເກນ​ໃໝ່ 45 ຄົນ​ ທີ່​ຄ້າຍ​ແຫ່ງ​ນຶ່ງ​ໃນ​ນະຄອນ​ເອ​ເດັນ ​ເມື່ອ​ເດືອນ​ພຶດສະພາ​ຜ່ານ​ມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG