ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພູໄຟໜ່ວຍນຶ່ງ ທີ່ງຽບມາໄດ້ 115 ປີ ຢູ່ນິວຊີແລນ ລະເບີດຂຶ້ນອີກ


ພູໄຟໜ່ວຍນຶ່ງລະເບີດ ທີ່ເກາະເໜືອຂອງນີວຊີແລນ ໃນລະຍະ 115 ປີ ເຮັດໃຫ້ມີຂີ້ເຖົ່າ ພຸ່ງຂຶ້ນສູ່ທ້ອງຟ້າສູງເຖິງ 6 ພັນແມັດ.
ພູໄຟໜ່ວຍນຶ່ງລະເບີດ ທີ່ເກາະເໜືອຂອງນີວຊີແລນ ໃນລະຍະ 115 ປີ ເຮັດໃຫ້ມີຂີ້ເຖົ່າ ພຸ່ງຂຶ້ນສູ່ທ້ອງຟ້າສູງເຖິງ 6 ພັນແມັດ.

ພູ​ໄຟ​ໜ່ວຍນຶ່ງ ທີ່ເກາະ​ເໜືອຂອງນີວຊີ​ແລນ ​ໄດ້​ລະ​ເບີດ​ຂື້ນເປັນ​ຄັ້ງ​ທໍ​າອິດ​ໃນ​ລະຍະ
115 ປີເຮັດ​ໃຫ້​ມີເຝື້ອ​ໜາ​ທີ່​ແອ​ອັດ​ໄປ​ດ້ວຍຂີ້​ເຖົ່າພູ​ໄຟລົບ​ກວນ​ການ​ເດີນທາງ​ໄປມາ
ແລະ​ເຮັດ​ໃຫ້​ປະຊາຊົນໃນ​ເຂດໃກ້​ຄຽງຕ້ອງ​ໄດ້​ຢູ່​ແຕ່​ໃນ​ເຮືອນ ​ໃນ​ວັນ​ອັງຄານ​ນີ້.

ຫລັງ​ຈາກ​ທີ່ໄດ້​ນອນ​ງຽບ​ສະຫງົບມາ​ ຕັ້ງ​ແຕ່​ປີ 1897 ພູ Tangariro ​ກໍໄດ້​ລະ​ເບີດ
​ຂຶ້ນ​ຢ່າງບໍ່​ຄາດ​ຝັນ​ໃນ​ຕອນ​ແລງ​ຂອງ​ວັນ​ຈັນວານ​ນີ້​ເຮັດໃຫ້ຂີ້​ເຖົ່າພູໄຟ​ພຸ່ງຂຶ້ນສູ່​ທ້ອງ
ຟ້າ​ສູງ​ເຖິງ 6000 ແມັດ ແລະ​ອາກາດມີກິ່ນເໝັນ​ຂີວແຮງ​ຄື​ກັນ​ກັບ​ໝື້.

ການລະ​ເບີດທີ່​ວ່າ​ນີ້​ໄດ້ເຮັດ​ໃຫ້ຊາວບ້ານຕື່ນ​ຕົກ​ໃຈ ​ແຕ່ວ່າ​ບໍ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ​ຫຼື
ສ້າງ​ຄວາ​ມ​ເສຍ​ຫາຍ​ໃດໆ​ແກ່​ເຂດ​ພາກ​ກາງຂອງ​ເກາະ​ເໜືອ​ທີ່​ມີ​ປະຊາຊົນ​ອາ ​ໄສ​ຢູ່ບໍ່​
ໜາ​ແໜ້ນປານ​ໃດ​ ຊຶ່ງ​ເປັນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ. ການລະ​ເບີດ ຂອງ​ພູ​ໄຟ​ດັ່ງ
ກ່າວ ​ໄດ້​ພາ​ໃຫ້​ມີ​ການຍົກ​ເລີກ​ຖ້ຽວ​ບິນທ້ອງ​ຖິ່ນຈໍານວນ​ນຶ່ງ ​ແຕ່​ວ່າ​ສາຍ​ຖ້ຽວ​ບິນ​
ນາໆ​ຊາດບໍ່​ໄດ້​ຮັບ​ຜົນ​ກະທົບ​ໃດໆ.

​ເຈົ້າ​ໜ້າ​ທີ່ນີວຊີ​ແລນ ​ໄດ້​ສັງ​ເກດ​ເຫັນ​ວ່າມີການ​ເໜັງ​ຕີງຂອງແຜ່ນ​ດິນຫຼາຍຂຶ້ນ ຢູ່ທີ່​ພູ​
ໄຟ​ດັ່ງກ່າວໃນ​ອາທິດ​ຜ່ານ​ມານີ້ ​ແຕ່​ບໍ່​ໄດ້​ຄາດ​ຄະ​ເນ​ວ່າ ພູໄຟ​ຈະ​ລະ​ເບີດ​. ບັດ​ນີ້ ​ເຂົາ
ເຈົ້າ​ກ່າວ​ວ່າ ອາດ​ຈະ​ມີການລະ​ເບີດເພີ່ມ​ຕື່ມ ​ໂດຍ​ຈະ​ກາດໃຫ້​ຊາບ ລ່ວງ​ໜ້າ​ເປັນ​ເວລາ​
ສັ້ນໆ​ຫຼືບໍ່​ມີ​ເລີຍ​ກໍ​ເປັນ​ໄດ້.

​ລົບ​ກວນ​ການ​ເດີນທາງ​ໄປມາ ແລະ​ເຮັດ​ໃຫ້​ປະຊາຊົນໃນ​ເຂດໃກ້​ຄຽງຕ້ອງ​ໄດ້​ຢູ່​ແຕ່​ໃນ​
ເຮືອນ ​ໃນ​ວັນ​ອັງຄານ​ນີ້.

ຫລັງ​ຈາກ​ທີ່ໄດ້​ນອນ​ງຽບ​ສະຫງົບມາ​ຕັ້ງ​ແຕ່​ປີ 1897 ພູ Tangariro ​ກໍໄດ້​ລະ​ເບີດ​ຂຶ້ນ
​ຢ່າງ​ບໍ່​ຄາດ​ຝັນ​ ໃນ​ຕອນ​ແລງ​ຂອງ​ວັນ​ຈັນວານ​ນີ້ ​ເຮັດ​ໃຫ້ຂີ້​ເຖົ່າພູໄຟ​ພຸ່ງຂຶ້ນສູ່​ທ້ອງຟ້າ
​ສູງ​ເຖິງ 6000 ​ແມັດ ແລະ​ອາກາດກິ່ນເໝັນ​ຂີວແຮງ​ຄື​ກັນ​ກັບ​ໝື້.

ການລະ​ເບີດທີ່​ວ່າ​ນີ້​ໄດ້ເຮັດ​ໃຫ້ຊາວບ້ານຕື່ນ​ຕົກ​ໃຈ ​ແຕ່ວ່າ​ບໍ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ​ຫຼື
ສ້າງ​ຄວາ​ມ​ເສຍ​ຫາຍ​ໃດໆ​ແກ່​ເຂດ​ພາກ​ກາງຂອງ​ເກາະ​ເໜືອ​ທີ່​ມີ​ປະຊາຊົນ​ອາ ​ໄສ​ຢູ່ບໍ່
​ໜາ​ແໜ້ນປານ​ໃດ​ ຊຶ່ງ​ເປັນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ. ການລະ​ເບີດ ຂອງ​ພູ​ໄຟ​ດັ່ງກ່າວ
ໄດ້​ພາ​ໃຫ້​ມີ​ການ​ຍົກ​ເລີກ​ຖ້ຽວ​ບິນທ້ອງ​ຖິ່ນຈໍານວນ​ນຶ່ງ ​ແຕ່​ວ່າ​ສາຍ​ຖ້ຽວ​ບິນ​ນາໆ​ຊາດ
ບໍ່​ໄດ້​ຮັບ​ຜົນ​ກະທົບ​ໃດໆ.

​ເຈົ້າ​ໜ້າ​ທີ່ນີວຊີ​ແລນ ​ໄດ້​ສັງ​ເກດ​ເຫັນ​ວ່າມີການ​ເໜັງ​ຕີງຂອງແຜ່ນ​ດິນຫຼາຍຂຶ້ນ ຢູ່ທີ່​ພູ​ໄຟ
​ດັ່ງກ່າວໃນ​ອາທິດ​ຜ່ານ​ມານີ້ ​ແຕ່​ບໍ່​ໄດ້​ຄາດ​ຄະ​ເນ​ວ່າ ພູໄຟ​ຈະ​ລະ​ເບີດ​. ບັດ​ນີ້ ​ເຂົາ​ເຈົ້າ​
ກ່າວ​ວ່າ ອາດ​ຈະ​ມີການລະ​ເບີດເພີ່ມ​ຕື່ມ ​ໂດຍ​ຈະ​ກາດໃຫ້​ຊາບ ລ່ວງ​ໜ້າ​ເປັນ​ເວລາ​ສັ້ນໆ
​ຫຼືບໍ່​ມີ​ເລີຍ​ກໍ​ເປັນ​ໄດ້.

XS
SM
MD
LG