ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົມພາຍຸ ໂດຣຽນ ໄດ້ປະທະ ເຂດກ້ຳ ຕາເວັນອອກສຸດ ຂອງ ການາດາ


ເຮືອບິນເຮລິຄັອບເຕີ ຂອງໜ່ວຍຍາມຝັ່ງ ສະຫະລັດ ກຳລັງບິນ ເທິງເກາະ Marsh Harbor ຫຼັງຈາກທີ່ໄດ້ຖືກພັດຖະລົ່ມ ໂດຍພາຍຸເຮີຣິເຄນ ໂດຣຽນ ຢູ່ທີ່ເກາະ ອາບາໂຄ ຂອງບາຮາມັສ, ວັນທີ 8 ກັນຍາ 2019.
ເຮືອບິນເຮລິຄັອບເຕີ ຂອງໜ່ວຍຍາມຝັ່ງ ສະຫະລັດ ກຳລັງບິນ ເທິງເກາະ Marsh Harbor ຫຼັງຈາກທີ່ໄດ້ຖືກພັດຖະລົ່ມ ໂດຍພາຍຸເຮີຣິເຄນ ໂດຣຽນ ຢູ່ທີ່ເກາະ ອາບາໂຄ ຂອງບາຮາມັສ, ວັນທີ 8 ກັນຍາ 2019.

ພາຍຸທີ່ສ້າງປະຫວັດສາດ ຊຶ່ງຮູ້ຈັກກັນຄື ໂດຣຽນ ທີ່ໄດ້ພັດຖະລົ່ມເປັນຄັ້ງສຸດທ້າຍ ໃນ
ວັນອາທິດວານນີ້ ກ່ອນທີ່ມັນຈະມຸ້ງໜ້າໄປມະຫາສະໝຸດແອັດແລນຕິກຕອນເໜືອ
ແລະມັນກໍໄດ້ນຳມາ ຊຶ່ງຄວາມຫາຍະນະ ແລະຄວາມຕາຍ.

ພາຍຸໂດຣຽນ ມາບັດນີ້ ໄດ້ກາຍມາເປັນສິ່ງທີ່ຮູ້ຈັກກັນຄື ລົມພາຍຸໝຸນເຂດຮ້ອນ ຫຼື
ໄຊໂຄລນ ຊຶ່ງມັນໄດ້ປະທະເຂດທີ່ເອີ້ນວ່າ ແມຣີທາມສ໌ (Maritimes) ທີ່ປະກອບດ້ວຍ
3 ແຂວງ ຕັ້ງຢູ່ແຄມຝັ່ງທະເລທາງພາກຕາເວັນອອກ ຂອງການາດາ ແລະເຂດຕາເວັນ
ອອກສຸດຂອງແຂວງຄູເບັກ ໂດຍກຳລັງລົມພາຍຸເຂດຮ້ອນ ໄດ້ພັດເອົາຫລັງຄາຂອງ
ເຮືອນ ແລະຕຶກອາຄານທັງຫຼາຍ ອອກໝົດ ຖອນຮາກຖອນໂຄນຕົ້ນໄມ້ຕ່າງໆ ແລະ
ທຳລາຍລະບົບໄຟຟ້າຂອງເຮືອນຊານ ຫຼາຍຮ້ອຍພັນຫຼັງ.

ບໍ່ມີລາຍງານ ຂອງການສູນເສຍຊີວິດ ຈາກລົມພາຍຸດັ່ງກ່າວ ຢູ່ໃນການາດາ.

ໃນຂະນະດຽວກັນ ອົງການການບິນຂອງລັດຖະບານກາງສະຫະລັດ ຫຼື FAA ກໍໄດ້
ແຈ້ງອອກຂໍ້ຈຳກັດຂອງຖ້ຽວບິນເປັນການຊົ່ວຄາວ ສຳລັບເຮືອບິນ ສະຫະລັດ ທີ່ບິນ
ຜ່ານເກາະບາຮາມັສ ເພື່ອສະຫງວນນ່ານຟ້າໄວ້ ສຳລັບພາລະກິດການຊອກຄົ້ນຫາ
ແລະກອບກູ້ຊີວິດ.

ອົງການ FAA ກ່າວວ່າ ຄຳສັ່ງຂອງຕົນ ໄດ້ແຈ້ງອອກມາຍ້ອນການຂໍຮ້ອງໂດຍ
ລັດຖະບານຂອງ ບາຮາມາ.

ຫົວໜ້າອົງການການພັດທະນາສາກົນຂອງສະຫະລັດ ຫຼື USAID ທ່ານມາກຄ໌ ກຣີນ
ໄດ້ໄປສຳຫຼວດເບິ່ງຄວາມເສຍຫາຍ ທີ່ໝູ່ເກາະ ອາບາໂຄ (Abaco) ແລະເກາະເກຣດ
ບາຮາມາ (Great Bahama). ທ່ານໄດ້ກ່າວວ່າ ໂດຍສ່ວນໃຫຍ່ ເຫັນວ່າ ຄືກັນກັບ
ລະເບີດ ນິວເຄລຍ ໄດ້ແຕກຂຶ້ນຢູ່ນະທີ່ນີ້.

ທ່ານກຣີນ ໄດ້ເວົ້າວ່າ “ພວກເຮົາຮັບຮູ້ວ່າ ເສັ້ນທາງຂ້າງໜ້າແມ່ນຍາວໄກ ແຕ່ພວກ
ເຮົາ ຈະທຳງານຢ່າງໄກ້ຊິດ ກັບທ່ານນາຍົກລັດຖະມົນຕີ ແລະລັດຖະບານຂອງທ່ານ
ເພື່ອໃຫ້ໝັ້ນໃຈວ່າ ພວກເຮົາ ຈະສະໜອງການຊ່ອຍເຫຼືອບັນເທົາທຸກໃນທັນທີ.”

ກອງທັບເຮືອ ແລະໜ່ວຍຍາມຝັ່ງຂອງສະຫະລັດ ແມ່ນກຳລັງນຳເອົາສິ່ງຕ່າງໆ ທີ່ຈຳ
ເປັນທີ່ສຸດ ເຊັ່ນ ອາຫານ ນ້ຳສະອາດ ສຸຂາພິບານ ແລະທີ່ພັກສຸກເສີນ ເປັນຕົ້ນ. ການ
ຊ່ອຍເຫຼືອບັນເທົາທຸກ ກໍຍັງລັ່ງໄຫລເຂົ້າມາ ຈາກອົງການສະຫະປະຊາຊາດ ອົງການ
ກາແດງ ກຳປັ່ນລົບຂອງກອງທັບເຮືອອັງກິດ ແລະກຳປັ່ນນຳທ່ຽວເອກະຊົນຫຼາຍລຳ.

ຈຳນວນຕົວເລກຂອງຜູ້ທີ່ເສຍຊີວິດ ໃນເວລານີ້ ຢູ່ທີ່ເກາະບາຮາມັສ ແມ່ນ 44 ຄົນ.
ແຕ່ບັນດາເຈົ້າໜ້າທີ່ ກ່າວວ່າ ຫຼາຍພັນຄົນ ແມ່ນຍັງຫາຍສາບສູນຢູ່ ແລະວ່າ ຈຳນວນ
ຕົວເລກຂອງການເສຍຊີວິດ ແມ່ນແນ່ນອນ ຈະເພີ້ມສູງຂຶ້ນເລື້ອຍໆ.

ຫຼາຍໆຄົນຢູ່ທີ່ເກາະອາບາໂຄ ສູນເສຍທຸກສິ່ງທຸກຢ່າງ ເຊັ່ນ ເຮືອນຊານ ເຄື່ອງຂອງ
ສ່ວນຕົວ ແລະວິຖີຊີວິດໃນການດຳລົງຊີບຂອງພວກເຂົາເຈົ້າ. ຈຳນວນຕົວເລກ ຂອງ
ຜູ້ທີ່ຂາດທີ່ຢູ່ອາໄສ ແມ່ນກະປະມານໄດ້ວ່າ ມີຢູ່ 70,000 ຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG