ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກະດິງປະຕູໜ້າບ້ານທີ່ມີວີດິໂອ ເຮັດໃຫ້ເຈົ້າຂອງເຮືອນສາມາດມອງເຫັນໄດ້ວ່າແມ່ນໃຜ ຫລື ແມ່ນຫຍັງ ຢູ່ໜ້າປະຕູເຮືອນ


ຕໍາຫວດຄົນນຶ່ງເຍີງພາບທີ່ກ້ອງວີດິໂອຢູ່ໃນກະດິງໜ້າບ້ານບັນທຶກໄວ້ໃຫ້ຄົນເບິ່່ງ
ຕໍາຫວດຄົນນຶ່ງເຍີງພາບທີ່ກ້ອງວີດິໂອຢູ່ໃນກະດິງໜ້າບ້ານບັນທຶກໄວ້ໃຫ້ຄົນເບິ່່ງ

ເມື່ອມາເວົ້າເຖິງອຸປະກອນໃນດ້ານການຮັກສາຄວາມສະຫງົບປອດໄພຢູ່ເຮືອນແລ້ວ, ກະດິງປະຕູໜ້າບ້ານທີ່ມີວີດິໂອແມ່ນໄດ້ຮັບຄວາມສົນໃຈຢ່າງຫລວງຫລາຍ. ມັນເຮັດໃຫ້ເຈົ້າຂອງເຮືອນສາມາດມອງເຫັນໄດ້ວ່າແມ່ນໃຜ ຫລື ແມ່ນຫຍັງ ຢູ່ໜ້າປະຕູເຮືອນນັ້ນ ແລະ ກໍບັນທຶກໄວ້ໃນວີດິໂອ. ນອກຈາກມີມະ ນຸດ ມາປາກົດຢູ່ໜ້າປະຕູແລ້ວ ສິ່ງທີ່ກ້ອງວີດິໂອຖ່າຍເອົາຢູ່ຂ້າງນອກປະຕູນັ້ນ ເຮັດໃຫ້ເຈົ້າຂອງເຮືອນຫລາຍຄົນຮູ້ສຶກປະຫລາດໃຈ. Elizabeth Lee ມີລາຍ ລະອຽດກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ອັນນີ້ຄືຊີວິດທີ່ເປັນຄວາມລັບຂອງສັດທີ່ເປີດເຜີຍຜ່ານຣິງ (Ring), ຊຶ່ງ ເປັນກະດິງທີ່ບັນທຶກພາບວີດິໂອໄດ້.

ທ່ານນາງ ໄລລາ ຣູຮາຍ (Leila Rouhi), ປະທານຂອງບໍລິສັດ Ring ເລົ່າສູ່ຟັງວ່າ:
“ຄວາມຕັ້ງໃຈອັນທໍາອິດຂອງບໍລິສັດ Ring ແມ່ນນໍາເອົາຄວາມປອດໄພ ແລະຄວາມສະຫງົບມາໃຫ້ແກ່ເຈົ້າຂອງເຮືອນ.”

ແຕ່ວ່າ ແທນທີ່ຈະມັນຈະປ້ອງກັນອາດຊະຍາກອນທີ່ເປັນມະນຸດນັ້ນກະດິງໜ້າປະຕູບ້ານນີ້ ໄດ້ເຮັດໃຫ້ອຸປະກອນດ້ານການຮັກສາຄວາມສະຫງົບອັນນຶ່ງ ຈັບເອົາການປະພຶດທີ່ໜ້າແປກໃຈ.

ອາດຊະຍາກອນ 4 ຂາ ທີ່ວ່ານີ້ ຄືແມວຂີ້ລັກໂຕນີ້ ທີ່ຖືກຈັບໄດ້ຢູ່ໃນບັນທຶກ ຂອງກ້ອງວີດິໂອນັ້ນ. ຜູ້ທີ່ເປັນນັກໂຈ່ໂຈມຢູ່ເລື້ອຍໆນີ້ ມັກລັກໄປຫາກະຖັງຂີ້ ເຫຍື້ອ. ຄົນຂີ້ລັກຜູ້ນີ້ ມັກໄປລັກເອົາອາຫານຢູ່ໃນລົດ. ຈົ່ງເບິ່ງພາບຢູ່ຈໍຂ້າງ ຊ້າຍທາງລຸ່ມຫັ້ນ. ແມ່ນແລ້ວ, ນັ້ນແມ່ນແຂ້ທີ່ອອກນອກລູ້ນອກທາງທີ່ມີຄວາມຜິດໃນຖານ ທໍາລາຍຊັບສິນດ້ວຍການລັກເຂົ້າໄປໃນຮົ້ວເຮືອນ.

ທ່ານນາງ ຣູຮາຍ ເລົ່າສູ່ຟັງອີກວ່າ:
“ແມ່ນ, ຂ້ອຍໝາຍຄວາມວ່າ ມັນເປັນສິ່ງທີ່ບໍ່ຄາ ດຫວັງໄວ້ອີ່ຫລີ. ແລະຂ້າພະເຈົ້າຄິດວ່າພວກເຮົາໄດ້ພົບວ່າ ລູກຄ້າຂອງພວກເຮົາໄດ້ຄົ້ນພົບວິທີໃຊ້ອຸປະກອນ Ring ຂອງເຂົາເຈົ້າໃນແບບ ອື່ນໆ ໄດ້ຫລາຍຢ່າງ ທີ່ເຮັດໃຫ້ ຮູ້ສຶກປະຫລາດໃຈແບບມ່ວນໆອີ່ຫລີ. ຂ້າພະເຈົ້າຄິດວ່າ ຕົວຢ່າງທີ່ເຮັດໃຫ້ເປັນຕາ ຢາກຫົວຫລາຍອີ່ຫລີ ຂອງການເຮັດແນວນັ້ນ ກໍຄືການຈັບພາບຂອງສັດປ່າຢູ່ປະຕູໜ້າບ້ານຂອງທ່ານ.”

ມີຈໍານວນກະດິງປະຕູໜ້າບ້ານທີ່ນັບມື້ ນັບຫລາຍຂຶ້ນທີ່ມີກ້ອງຖ່າຍຮູບ ເພື່ອຮັກສາຄວາມສະຫງົບ ຝັງຢູ່ໃນຫັ້ນໄວ້ໃຫ້ແກ່ລູກຄ້າຢູ່ແລ້ວ. ພວກມັນສະໜອງລັກສະນະໃຊ້ງານທີ່ຄ້າຍຄືກັນນີ້.

ທ່ານນາງ ຣູຮາຍ ກ່າວເພີ້ມອີກວ່າ:
“ເມື່ອເຫັນມີການເໜັງຕີງໃດໆ, ເມື່ອມີສິ່ງທີ່ລໍຖ້າຢູ່ຫັ້ນ ມັນກໍບັນທຶກໄວ້, ສະນັ້ນ ເມື່ອມີຜູ້ໃດ ກົດກະດິງປະຕູໜ້າບ້ານຂອງທ່ານ ທ່ານຍັງສາມາດເບິ່ງເຫັນໄດ້ ໂລດອີກດ້ວຍ.”

ນອກຈາກການຈັບພາບການປະພຶດບໍ່ດີຂອງສັດແລ້ວ, ວີດິໂອຢູ່ໃນກະດິງໜ້າບ້ານຍັງເອົາພາບສັ້ນໆ ກ່ຽວກັບສິ່ງທີ່ສັດເຮັດໃນຍາມພັກຜ່ອນ ຫລື ເພື່ອຄວາມມ່ວນຊື່ນມາໃຫ້ເຫັນອີກດ້ວຍ.

ທ່ານນາງ ຣູຮາຍໃຫ້ຄວາມເຫັນອີກວ່າ:
“ທີ່ຈິງແລ້ວຂ້ອຍໄດ້ພົບໝາຫລາຍໂຕຢູ່ໃນຄຸ້ມບ້ານນີ້ ທີ່ຍ່າງຜ່ານໜ້າບ້ານຂ້ອຍໄປ”

ວີດິໂອຢູ່ໃນກະດິງໃສ່ໜ້າບ້ານຫລາຍອັນຍັງມີໂທລະໂຄ່ງສໍາລັບສື່ສານນໍາກັນຢູ່ສອງຝ່າຍນໍາອີກມານໍາມັນນັ້ນ ເມື່ອໝາພະຍາຍາມໂຕນີ້ພະຍາຍາມທີ່ຈະລັກອອກໄປເລາະຫລິ້ນ ຢູ່ຂ້າງນອກໜ້ອຍນຶ່ງ.
“ແຊດີ, ກັບເຂົ້າມາເຮືອນ, ດຽວນີ້.”

ແລະແລ້ວນາງກໍຟັງຄວາມ. “ເປັນເດັກດີຫລາຍ.”

ກາຢາກໃຫ້ສັດໂຕອື່ນຟັງຄວາມຄືແນວນີ້ເດ້ເນາະຄືຈະດີ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG