ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາໆຊາດ ສັນຍາ ຈະຊ່ວຍເຫລືອ ອົບພະຍົບ ຊີເຣຍ ຫຼາຍລ້ານໂດລາ (ສະໄລດ໌/ວີດີໂອ)


ກອງປະຊຸມ ຊອກຫາທຶນ ຊ່ວຍເຫລືອແກ່ຊາວຊີເຣຍ ຈາກ ນາໆຊາດ ທີ່ປະເທດ Kuwait
ກອງປະຊຸມ ຊອກຫາທຶນ ຊ່ວຍເຫລືອແກ່ຊາວຊີເຣຍ ຈາກ ນາໆຊາດ ທີ່ປະເທດ Kuwait
ບັນດາປະເທດແລະອົງການໃຫ້ຄວາມຊ່ວຍເຫລືອນາໆຊາດ ​
ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາເປັນມູນຄ່າຫຼາຍລ້ານໂດລາ​ເພື່ອນຳໄປ
ຊ່ວຍ ບັນດາ​ຜູ້​ທີ່​ໄດ້​ຮັບ​ຜົນກະທົບຈາ​ກການ​ສູ້​ລົບຢູ່​ໃນຊີ​ເຣຍ
ບ່ອນ​ທີ່​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban
Ki-moon ກ່າວ​ວ່າ ການ​ຂັດ​ແຍ້​ງ​ໄດ້​ເຮັດ​ໃຫ້​ປະ​ເທດດັ່ງກ່າວ
ຖອຍກັບ​ຄືນຫລັງ​ “ຫລາຍ​ປີ ຫຼືແມ່ນທັງທົດສະວັດ ກໍເປັນໄດ້”

ທ່ານ Ban ​ເປັນ​ປະທານກອງ​ປະຊຸມ ​ໃຫ້ການຊ່ວຍເຫຼືອດັ່ງ
ກ່າວ ​ໃນ​ວັນ​ພຸດ​ມື້​ນີ້ ທີ່​ປະ​ເທດ Kuwait ອັນ​ເປັນ​ພາກ​ສ່ວນ
ນຶ່ງ ​ໃນ​ຄວາມພະຍາຍາມ ​ຂອງສະຫະ​ປະຊາ​ຊາດ ​ເພື່ອ​ຫາ
​ເງິນ ແບບ​ທີ່​ບໍ່​ມີ​ມາ​ກ່ອນ ໃນມູນຄ່າ​ເຖິງ 6 ພັນ 5 ຮ້ອຍ​ລ້ານ​
ໂດ​ລາ ໃນ​ປີ​ນີ້.



Kuwait ​ໄດ້​ເປີດ​ກອງ​ປະຊຸມ ດ້ວຍ​ການ​ໃຫ້​ຄໍາ​ໝັ້ນ​ສັນຍາເປັນເງິນ 500 ລ້ານໂດ​ລາ ​ໃນ
​ຂະນະ​ທີ່ ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ປະກາດ ​ໃຫ້ການ
ຊ່ວຍເຫຼືອໃໝ່ 380 ລ້ານ​ໂດ​ລາ. ສະຫະລັດໄດ້ໃຫ້ຄວາມ ໝັ້ນໝາຍໃນມູນຄ່າ 1 ພັນ​ 7
ລ້ານ​ໂດ​ລາ ​ເພື່ອຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທໍາ ​ນັບ​ຕັ້​ງແຕ່ໄດ້​ເລີ້ມ​ມີ​ການ​ສູ້ລົບ​ກັນມາ
ເປັນ​ເວລາເກືອບສາມ​ປີ.

Syria refugees by country

ອົບພະຍົບຊີເຣຍ ຢູ່ໃນປະເທດຕ່າງໆ:

ເລບານອນ: 868,970
ຈໍແດນ: 582,166
ເທີກີ: 571,513
ອີຣັກ: 212,918
ອີຈິບ: 132,383

ແຫລ່ງຂ່າວ: UNHCR

ສະຫະ​ປຊາ​ຊາດ ກ່າວ​ວ່າ ຊາວ​ຊີເຣຍ ຫລາຍ​ກວ່າເກົ້າລ້ານ​ຄົນ
ໄດ້​ຖືກ​ບັງຄັບ​ໃຫ້​ຫລົບໜີຈາກ​ບ້ານ​ເຮືອນເຂົາເຈົ້າ ຮວມ​ທັງ 2
ລ້ານ 3 ​ແສນ​ຄົນ ທີ່ໄປຫລົບໄພຢູ່​ໃນ​ບັນດາ​ປະ​ເທດ​ເພື່ອນ​ບ້ານ.

ຄວາມ​ຕ້ອງການ ການ​ຊ່ວຍ​ເຫລືອ​ທາງ​ດ້ານ​ມະນຸດສະ​ທໍາ ​ໄດ້
ເພີ້ມທະວີຂຶ້ນໃນ ​ປີ​ທີ່​ຜ່ານ​ມາ ໂດຍ​ຈໍານວນຜູ້​ຄົນ​ບໍ່​ມີ​ທີ່ຢູ່​ອາ​ໄສ
ທັງຢູ່​ໃນ ​ແລະ​ນອກຊີ​ເຣຍ ເພີ້ມ ຂຶ້ນຫລາຍ​ກວ່າ​ສອງເທົ່າ ນັບ​
ຕັ້ງ​ແຕ່ ບັນດາ​ປະເທດ ແລະອົງການທີ່ໃຫ້ຄວາມຊ່ວຍເຫລືອໄດ້
​ພົບ​ປະກັນ ​ເພື່ອໃຫ້​ຄໍາ​ໝັ້ນ​ສັນ​ຍາ​ເປັນເງິນ 1 ພັນ​ 5 ຮ້ອຍລ້ານ
​ໃນ​ເດືອນ​ມັງກອນ ​ປີກາຍນີ້.

ການ​ປະຊຸມ​ໃນ​ວັນ​ພຸດມື້​ນີ້ ​ມີຂື້ນ​ນຶ່ງ​ອາທິດ ກ່ອນການ​ເຈລະຈາ​ສັນຕິພາບໃນຊີເຣຍ ທີ່ມີ
ການຄອງຄອຍຖ້າ ມາເປັນເວລາດົນນານແລ້ວນັ້ນ ຈະ​ເລີ້ມ​ຂື້ນ​ທີ່ປະ​ເທດ Switzerland.

Syria
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG