ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ບໍລິຈາກ ໃຫ້ທຶນຊ່ອຍເຫຼືອ ເພື່ອບັນເທົາທຸກ 2,400 ລ້ານໂດລາ ສຳລັບອັຟການິສຖານ


ພະຍາບານຄົນນຶ່ງກຳລັງເບິ່ງແຍງລູກນ້ອຍໃນໜ່ວຍບຳລຸງລ້ຽງທາລົກເກີດໃໝ່ ຂອງໂຮງໝໍແມ່ແລະເດັກ ມາລາລາຍ ຢູ່ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ທັນວາ 2021.
ພະຍາບານຄົນນຶ່ງກຳລັງເບິ່ງແຍງລູກນ້ອຍໃນໜ່ວຍບຳລຸງລ້ຽງທາລົກເກີດໃໝ່ ຂອງໂຮງໝໍແມ່ແລະເດັກ ມາລາລາຍ ຢູ່ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ທັນວາ 2021.

ບັນດາຜູ້ບໍລິຈາກນາໆຊາດ ໄດ້ລະດົມທຶນຫຼາຍກວ່າ 2,400 ລ້ານໂດລາ ໃນວັນພະຫັດວານນີ້ ເພື່ອປ້ອງກັນອັຟການິສຖານໃນດ້ານມະນຸດສະທຳບໍ່ໃຫ້ພັງທະລາຍລົງ ເຖິງແມ່ນຈະມີຄວາມວິຕົກກັງວົນກ່ຽວກັບລັດຖະບານຕາລີຂອງປະເທດນີ້ ຢູ່ກໍຕາມ.

ທ່ານແອນໂທນີໂອ ກູເຕເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວໃນກອງປະຊຸມຜ່ານທາງໄກໂດຍປະຕິຍານວ່າ “ປາດສະຈາກມາດຕະການໃນທັນທີແລ້ວ ພວກເຮົາກໍປະເຊີນກັບວິກິດການຄວາມອຶດຢາກແລະການຂາດສານອາຫານຢູ່ໃນອັຟການິສຖານ.” ທ່ານກ່າວອີກວ່າ “ຫຼາຍໆຄົນ ໄດ້ຂາຍລູກເຕົ້າຂອງພວກເຂົາ ແລະຂາຍອະໄວຍະວະຂອງພວກເຂົາ ໄປແລ້ວ ເພື່ອທີ່ຈະລ້ຽງດູຄອບຄົວຂອງພວກເຂົາ. ຜົນທີ່ສຸດແລ້ວ ເສດຖະກິດຂອງອັຟການິສຖານ ໄດ້ລົ້ມລະລາຍ.”

ໂດຍທີ່ອັຟການິສຖານໄດ້ຮັບຜົນກະທົບຈາກສົງຄາມມາໄດ້ຫຼາຍທົດສະວັດ ໄພແຫ້ງແລ້ງທີ່ຮ້າຍແຮງຕໍ່ເນື່ອງ ແລະການລະບາດຂອງພະຍາດໂຄວິດ-19 ອົງການສະຫະປະຊາຊາດ ໄດ້ຮຽກຮ້ອງຂໍທຶນ 4,400 ລ້ານໂດລາ ເພື່ອຊ່ອຍເຫຼືອຊາວອັຟການິສຖານ 20 ຄົນ ໃນດ້ານອາຫານການກິນ ບ່ອນພັກອາໄສ ການຮັກສາສຸຂະພາບ ແລະສິ່ງທີ່ຈຳເປັນອື່ນໆ ຊຶ່ງເປັນການຮຽກຮ້ອງຄັ້ງດຽວທີ່ໃຫຍ່ສຸດເທົ່າທີ່ເຄີຍມີມາ.

ພາຍໃນບັນດາປະເທດຜູ້ບໍລິຈາກລາຍໃຫຍ່ ກໍຄື ອັງກິດ ໂດຍໃຫ້ 374 ລ້ານໂດລາ ສະຫະລັດ ຊຶ່ງໄດ້ປະກາດໃຫ້ເກືອບ 204 ລ້ານໂດລາ ໃນການຊ່ອຍເຫຼືອຊຸດໃໝ່ ເຢຍຣະມັນ ໃຫ້ 218 ລ້ານໂດລາ ແລະຍີ່ປຸ່ນ ໃຫ້ 109 ລ້ານໂດລາ. ລວມທັງໝົດ ອົງການສະຫະປະຊາຊາດ ໄດ້ກ່າວວ່າ ມີຜູ້ບໍລິຈາກ 41 ປະເທດ ໄດ້ໃຫ້ທຶນຊຸດໃໝ່.

ໂດຍຊາວອັຟການິສຖານ ຫຼາຍກວ່າ 24 ລ້ານຄົນ 60 ເປີເຊັນຂອງປະຊາກອນ ຕ້ອງການການຊ່ອຍເຫຼືອດ້ານມະນຸດສະທຳ ແລະ 9 ລ້ານຄົນ ຢູ່ໃນຄວາມສ່ຽງຕໍ່ຄວາມອຶດຢາກ ຊຶ່ງເປັນນຶ່ງໃນວິກິດການທີ່ຮ້າຍແຮງສຸດໃນໂລກ.

ໃນອາທິດນີ້ ຫົວໜ້າດ້ານມະນຸສະທຳຂອງສະຫະປະຊາຊາດ ທ່ານມາຕິນ ກຣິຟຟິສ (Martin Griffiths) ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງກາບູລ ແລະເມືອງບາມີຢານ ຢູ່ພາກກາງຂອງອັຟການິສຖານ ໄລຍະສັ້ນໆ.

ທ່ານກຣິຟຟິສ ໄດ້ກ່າວຈາກນະຄອນຫຼວງໂດຮາ ຂອງກາຕາ ບ່ອນທີ່ທ່ານໄດ້ເດີນທາງໄປຮອດ ວ່າ “ຂ້າພະເຈົ້າໄດ້ເຫັນຄວາມທຸກທໍລະມານຂອງມະນຸດ ໃນລະຫວ່າງສາມວັນນັ້ນ ໄດ້ເຮັດໃຫ້ຂ້າພະເຈົ້າບໍ່ມີຄຳເວົ້າໃດໆເລີຍ.” ກາຕາ ພ້ອມກັບອົງການສະຫະປະຊາຊາດ ອັງກິດ ແລະເຢຍຣະມັນ ເປັນເຈົ້າພາບຮ່ວມຈັດກອງປະຊຸມການໃຫ້ທຶນບໍລິຈາກ.

ທ່ານກຣິຟຟິສ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍເດັກ ແລະໄດ້ຮູ້ສຶກສະເທືອນໃຈຢ່າງເລິງເຊິ່ງ ເມື່ອໄດ້ເຫັນພວກເດັກທາລົກໂຕນ້ອຍໆ ທີ່ບໍ່ມີແຮງພໍທີ່ຈະຮ້ອງໄຫ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG