ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບໍລິຈາກ ສັນຍາ ຈະຊ່ອຍເຫຼືອ ຊີເຣຍ ແລະ ເພື່ອນບ້ານ 4.4 ຕື້ ໂດລາ


ອົບພະຍົບເດັກນ້ອຍຊີເຣຍ ທີ່ສູນອົບພະຍົບ ແກລບິດ ຢູ່ແຂວງອິດລິບ ໃກ້ໆຊາຍແດນຊີເຣຍ ຕິດກັບເທີກີ.
ອົບພະຍົບເດັກນ້ອຍຊີເຣຍ ທີ່ສູນອົບພະຍົບ ແກລບິດ ຢູ່ແຂວງອິດລິບ ໃກ້ໆຊາຍແດນຊີເຣຍ ຕິດກັບເທີກີ.

ຜູ້ບໍລິຈາກນາໆຊາດ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການຊ່ອຍເຫຼືອທາງດ້ານມະນຸດສະ
ທຳ ແກ່ຊີເຣຍ ແລະ ບັນດາປະເທດເພື່ອນບ້ານ ໃນມູນຄ່າ 4 ພັນ 400 ລ້ານໂດລາ ສຳ
ລັບລ້ຽງດູພວກອົບພະຍົບໃນປີນີ້.

ແຕ່ການໃຫ້ຄຳໝັ້ນສັນຍາດັ່ງກ່າວ ແມ່ນຫລຸດຈາກເປົ້າໝາຍ 7 ພັນກວ່າລ້ານໂດລາ ຢ່າງຫຼວງຫຼາຍ ທີ່ທາງອົງການສະຫະປະຊາຊາດໄດ້ຕັ້ງເອົາໄວ້.

ຫົວໜ້າຫ້ອງການປະສານງານດ້ານມະນຸດສະທຳ ຂອງສະຫະປະຊາຊາດ ທ່ານມາກ
ລໍຄັອກ (Mark Lawcock) ກ່າວວ່າ ການໃຫ້ຄຳໝັ້ນສັນຍາທີ່ກອງປະຊຸມຜູ້ບໍລິຈາກ
ນາໆຊາດ ຢູ່ນະຄອນບຣັສເຊິລສ໌ ແມ່ນເປັນການເລີ້ມຕົ້ນ “ທີ່ດີ.”

ທ່ານກ່າວວ່າ ອີງຕາມປີກ່ອນໆ ແລ້ວ ທ່ານຄາດວ່າ ຈະມີເງິນໃນຈຳນວນເພີ້ິ້ມຕື່ມສົ່ງ
ເຂົ້າມາສົມທົບອີກ.

Syrian War Produces More Refugees as Aid Funds Fall Short
please wait

No media source currently available

0:00 0:02:13 0:00

ທ່ານລໍຄັອກເວົ້າວ່າ ປະເທດໃຫ້ການບໍລິຈາກທີ່ສຳຄັນໆ ຮວມທັງສະຫະລັດ ຍັງບໍ່
ທັນໃຫ້ການຢືນຢັນ ກ່ຽວກັບຄຳໝັ້ນສັນຍາ ຂອງພວກເຂົາເຈົ້າເທື່ອ. ທ່ານເວົ້າວ່າ ສະຫະລັດໄດ້ໃຫ້ການຊ່ອຍເຫຼືອ ຫຼາຍກວ່າ 1 ພັນລ້ານຕໍ່ປີ ແກ່ຊີເຣຍແລະຂົງເຂດ ໃນໄລຍະສອງສາມປີທີ່ຜ່ານມານີ້.

ທ່ານລໍຄັອກກ່າວວ່າ ຈຳນວນເງິນເພີ້ມຕື່ມສຳລັບປີ 2019 ແມ່ນມີຄວາມຈຳເປັນ
ສຳລັບຈຸດປະສົງທາງດ້ານມະນຸດສະທຳ ເພື່ອໃຫ້ການຊ່ອຍເຫຼືອແກ່ພວກອົບພະ
ຍົບໃນປະເທດໃກ້ຄຽງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG