ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຊີນີ ເພງດິສໂກ້ ເຖິງແກ່ມໍລະນະກຳ


ລາຊີນີດິສໂກ້ Donna Summer ສະແດງຄອນເສີດ ເນື່ອງໃນພິທີມອບລາງວັນໂນແບລ ຂະແໜງສັນຕິພາບທີ່ນະຄອນ ອົສໂລ (11 ທັນວາ 2009)
ລາຊີນີດິສໂກ້ Donna Summer ສະແດງຄອນເສີດ ເນື່ອງໃນພິທີມອບລາງວັນໂນແບລ ຂະແໜງສັນຕິພາບທີ່ນະຄອນ ອົສໂລ (11 ທັນວາ 2009)

ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ Donna Summer ຊຶ່ງ​ເປັນ​ທີ່​ຮູ້ກັນ​ແກ່​ຄົນ​ສ່ວນ​ຫຼາຍວ່າ ລາ​ຊີ​ນີ
ເພງດິສ​ໂກ້​ຫຼື Queen of Disco ​ນັ້ນ ໄດ້​ເຖິງ​ແກ່​ມໍລະນະ​ກຳ​ແລ້ວ.

ນາງ Summer ທີ່ໄດ້ຮັບ​ລາງວັນ Grammy ຫ້າ​ຄັ້ງ​ ໄດ້​ເຖິງ​ແກ່​ມໍລະນະ​ກຳໃນ​ວັນ​ພະຫັດ
ວານ​ນີ້ທີ່ລັດຟຣໍລິ​ດາ ຮວມອາຍຸ​ໄດ້ 63 ປີ. ບັນດາ​ຜູ້​ທີ່ຢູ່ໃກ້​ຊິດ​ກັບນາງ​ກ່າ​ວວ່າ ນາງໄດ້​ຕໍ່
ສູ້ກັບໂຣກມະ​ເຮັງ​ໃນປອດ​ມາເປັນ​ເວລາດົນ​ນານ​ສົມຄວນແຕ່​ວ່າ​ພະຍາຍາມປົກ​ປິດ​ພະຍາດ
​ຂອງ​ນາງ​ໄວ້​ເປັນ​ເລື້ອງ​ສ່ວນ​ຕົວ.

​ນາງ Summer ​ໄດ້ກ້າວ​ຂື້ນ​ມາ​ເປັນ​ດາຣາ​ທີ່​ມີ​ຊື່​ສຽງ​ໃນຊຸມ​ປີ 1970 ດ້ວຍ​ເພງ​ຍອດ​ນິຍົມ
Hot Stuff, ​Bad Girls ​ແລະ Last Dance ທີ່​ຊ່ວຍບົ່ງບອກ​ເຖິງຍຸກ​ສະໄໝ​ຂອງດິສ​ໂກ້
​ນັ້ນ.

ນາງ​ໄດ້​ເກີດ​ມາ ​ໂດຍ​ມີ​ຊື່ວ່າ Donna Gaines ​ໃນ​ວັນທີ 31 ເດືອນ​ທັນ​ວາປີ 1948 ທີ່​
ນະຄອນ Boston ລັດ Massachusetts ຢູ່​ໃນ​ຄອບຄົວ​ທີ່​ເຂັ່ງຂັດ​ທາງສາສະໜາ​ແລະ​
ການ​ຮ້ອງ​ເພງ​ຂອງນາງເລີ້ມມາ​ແຕ່ອາຍຸ​ຍັງ​ນ້ອຍ​ຈາກ​ການ​ຮ້ອງ​ເພງໝູ່​ຢູ່​ໃນ​ວັດ.

ນາງ​ໄດ້​ຍ້າຍ​ໄປ​ຢູ່ຢູ​ໂຣບໃນ​ທ້າຍ​ຊຸມປີ 1960 ບ່ອນ​ທີ່ນາງ​ໄດ້​ເປັນ​ຕົວ​ເອກ ຂອງ​ບໍລິສັດ
​ເພງ​ເຢຍລະ​ມັນ ທີ່​ມີ​ຊື່ວ່າ "Hair" ​ແລະ​ຮຽນ​ເວົ້າ​ພາສາ​ເຢຍລະ​ມັນ ​ໄດ້ຢ່າງ​ລ່ຽນ​ໄຫລ.

ນາງ Summer ​ໄດ້​ກັບ​ຄືນ​ມາສະຫະລັດອີກແລະໄດ້ກໍ​ຮັບ​ຄວາມ​ນິຍົມ​ຊົມ​ຊອບຈາກ​ປະ
ຊາຊົນດ້ວຍ​ຄວາມສໍາ​ເລັດ ໃນ​ປີ 1979 ​ດ້ວຍ​ການ​ອອກ​ເພງ​ໃໝ່​ໃນ​ຊຸດ "Bad Girls."​

​ເພງ​ຂອງ​ນາງ​ຍັງ​ສືບ​ຕໍ່​ໄດ້​ຮັບ​ຄວາມນິຍົມ​ມາຈົນ​ເຖິງ​ຊຸມປີ 1980 ຮວມ​ທັງ​ເພງ "She
Workds hard for the Money” ຫຼື ​“ລາວ​ເຮັດ​ວຽກ​ໜັກ​ເພື່ອເ​ງິນ.” ​ທີ່​ອອກ​ໃນ​ປີ
1983.

ນາງ Summer ​ໄດ້​ແຕ່ງ​ງານ​ກັບນັກ​ຮ້ອງ ພ້ອມ​ທັງ​ເປັນ​ນັກ​ປະພັນ​ເພງ Bruce Su-
dano ​ໃນ​ປີ 1980. ​ຄູ່​ຜົວ​ເມຍທັງ​ສອງມີ​ລູກ​ດ້ວຍ​ກັນສອງ​ຄົນ.

ປະທານາທິບໍດີ Barak Obama ກ່າວ​ວ່າ ທ່ານ​ພ້ອມ​ດ້ວຍ​ສັດ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​
ນາງ Michelle Obama ມີຄວາມ​ເສົ້າ​ສະຫລົດ​ໃຈ ກ່ຽວ​ກັບການ​ຈາກ​ໄປ​ຂອງນາງ
Summer ແລະ​ຮ້ອງນາງ​ວ່າ ​ຜູ້​ມີ​ຊື່​ສຽງ​ທີ່​ລື​ມນໍ້າ​ສຽງ​ບໍ່​ໄດ້.

XS
SM
MD
LG