ປະທານຂອງສະພາ ຢູໂຣບ ໄດ້ຖືກຊັກຖາມໃນປະເທດ ໂປແລນ ໃນຂະນະທີ່ການສືບ
ສວນສອບສວນ ກ່ຽວກັບ ກົນໄກປີຣາມິດ ດຳເນີນຕໍ່ໄປ.
ການສໍ້ໂກງດ້ານການເງິນດັ່ງກ່າວນັ້ນ ໄດ້ຖືກເປີດເຜີຍໃນປີ 2012 ໃນເວລາທີ່ທ່ານ
ດໍໂນລ ທັສ ໄດ້ເປັນນາຍົກລັດຖະມົນຕີຂອງປະເທດ ໂປແລນ.
ບັນດາຜູ້ພິພາກສາເວົ້າວ່າ ຜູ້ລົງທຶນປະມານ 20 ຄົນ ໄດ້ສູນເສຍເງິນຫຼາຍກວ່າ 225
ລ້ານໂດລາ ໃນສິ່ງທີ່ກາຍເປັນກົນໄກປີຣາມິດ ຂອງສະຖາບິນການເງິນ ແອມເບີ ໂກລດ໌
(Amber Gold) ແລະ ໄດ້ກ່າວຫາວ່າ ບັນດາເຈົ້າໜ້າທີ່ບໍ່ໄດ້ເອົາມາດຕະການທີ່ຈຳ
ເປັນ ຕໍ່ການສໍ້ໂກງດັ່ງກ່າວ ເຖິງແມ່ນຈະມີສັນຍານເຕືອນກໍຕາມ.
ທ່ານ ມິຄາລ ລູກຊາຍຂອງທ່ານ ທັສ ໄດ້ເປັນຜູ້ມີສ່ວນົວພັນກັບສະຖາບັນ ແອມເບີ
ໂກຣດ໌.
ພວກນັກວິຈານເວົ້າວ່າ ພັກທີ່ກຳລັງປົກຄອງປະເທດ ໂປແລນ ຢູ່ ໄດ້ໃຊ້ການສືບສວນ
ສອບສວນ ໃນຄວາມພະຍາຍາມທີ່ຈະສ້າງຄວາມເສື່ອມເສຍໃຫ້ທ່ານ ທັສ, ຜູ້ທີ່ຢູ່ໃນພັກ
ການເມືອງຝ່າຍຄ້ານຂອງ ໂປແລນ ນັ້ນ.