ປະທານາທິບໍດີ Donald Trump ໄດ້ກ່າວພ້ອມກັບມີການຫົວນ້ອຍນຶ່ງຢູ່ພິທີຮັບປະ
ທານອາຫານຄ່ຳໃນແລງວັນພະຫັດວານນີ້ ທີ່ທ່ານໄດ້ເປັນເຈົ້າພາບຈັດ ຂຶ້ນຕ້ອນຮັບ
ປະທານປະເທດ ທ່ານ Xi Jinping ຫລັງຈາກໄດ້ມີການສົນທະ ນາກັນຢ່າງຍືດຍາວ
ວ່າ “ຂ້າພະເຈົ້າບໍ່ໄດ້ຫຍັງໝົດ ແນ່ນອນ ບໍ່ໄດ້ຫຍັງໝົດ” ຈາກແຂກຂອງທ່ານ. ແຕ່
ທ່ານ Trump ໄດ້ກ່າວເພີ້ມວ່າ ຜູ້ນຳທັງສອງທີ່ໄດ້ ໂອ້ລົມກັນ ກ່ອນໜ້ານັ້ນ ຢູ່ທີ່ບ້ານ
ພັກຕາກອາກາດຂອງປະທານາທິບໍດີ ຢູ່ລັດ Florida ນັ້ນ ໄດ້ກາຍມາເປັນ “ການລຶ້ງ
ເຄີຍແບບມີມິດຕະພາບ" ຢ່າງໄວວາ ແລະທ່ານໄດ້ທຳນາຍວ່າ “ໃນໄລຍະຍາວແລ້ວ
ພວກເຮົາຈະມີຄວາມສຳພັນອັນຍິ່ງໃຫຍ່ ແລະຂ້າພະເຈົ້າຫວັງວ່າຈະໄດ້ເຫັນສິ່ງນັ້ນ.”
ປະທານປະເທດຈີນ ທ່ານ Xi ບໍ່ໄດ້ໃຫ້ຄວາມເຫັນໃດໆໃນຂະນະທີ່ບັນດານັກຂ່າວຢູ່
ໃນຫ້ອງຮັບປະທານອາຫານ ທີ່ Mar-a-Lago ແລະປະທານາທິບໍດີ Trump ກໍບໍ່ໄດ້
ຕອບຄຳຖາມໃດໆກ່ຽວກັບ ຊີເຣຍ ຫລືເກົາຫລີເໜືອ ທີ່ໄດ້ຖາມທ່ານໂດຍກົງຈາກ
ພວກນັກຂ່າວ.
ກ່ອນໜ້ານີ້ປະທານາທິບໍດີ Trump ແລະບັນດາສະມາຊິກໃນຄະນະລັດຖະບານຂອງ
ທ່ານ ໄດ້ສະແດງໃຫ້ເຫັນຢ່າງແຈ້ງວ່າ ພວກທ່ານຫວັງວ່າຈະກົດດັນປັກກິ່ງໃຫ້ດຳເນີນ
ການເພີ້່ມຕື່ມ ເພື່ອຄວບຄຸມການພັດທະນາອາວຸດນິວເຄລຍຂອງເກົາ ຫລີເໜືອ.
ໃນການໃຫ້ຄວາມເຫັນຕໍ່ບັນດານັກຂ່າວ ຢູ່ເທິງເຮືອບິນປະຈຳຕຳແໜ່ງ Air Force
One ນັ້ນ ປະທານາທິບໍດີ Trump ກ່າວວ່າ ການຂາດດຸນການຄ້າ ປະມານ 310 ພັນ
ລ້ານໂດລາຂອງສະຫະລັດກັບຈີນ ເປັນຫົວຂໍ້ສຳຄັນຢູ່ໃນລາຍການປະຊຸມ.
“ພວກເຮົາໄດ້ຮັບການປະຕິບັດຕໍ່ຢ່າງບໍ່ເປັນທຳ ແລະໄດ້ເຮັດຂໍ້ຕົກລົງການຄ້າທີ່ຂີ້
ຮ້າຍກັບຈີນ ເປັນເວລາຫລາຍໆປີທີ່ຜ່ານມາ. ແລະນັ້ນແມ່ນສິ່ງນຶ່ງທີ່ພວກເຮົາຈະ
ສົນທະນາກັນ.”
ແຕ່ທ່ານປາກົດວ່າ ໄດ້ເຊື່ອມໂຍງບັນຫາດັ່ງກ່າວ ໃສ່ຄວາມເປັນຫ່ວງຂອງສະຫະລັດ
ກັບໂຄງການອາວຸດນິວເຄລຍຂອງເກົາຫລີເໜືອ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ