ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານທຣ້ຳ ກ່າວວ່າ ໂລກເຣົາ ອາດຈະດີຂຶ້ນກວ່ານີ້ ຄັນ Hussein ແລະ Gadhafi ຍັງມີອຳນາດຢູ່


ຜູ້ສະໝັກ ເປັນປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ທ່ານ Donald Trump ກ່າວຄຳປາໄສ ຕໍ່ບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ການແວ່ໂຄສະນາຫາສຽງ, ວັນທີ 23 ຕຸລາ 2015 ໃນເມືອງ Doral, ລັດ Florida.
ຜູ້ສະໝັກ ເປັນປະທານາທິບໍດີ ສັງກັດພັກ ຣີພັບບລີກັນ ທ່ານ Donald Trump ກ່າວຄຳປາໄສ ຕໍ່ບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ການແວ່ໂຄສະນາຫາສຽງ, ວັນທີ 23 ຕຸລາ 2015 ໃນເມືອງ Doral, ລັດ Florida.

ໂລກເຣົາ ອາດຈະດີຂຶ້ນກວ່ານີ້ ຖ້າພວກຜະເດັດການ ເຊັ່ນ
Saddam Hussein ຂອງອີຣັກ ແລະ Moammar Gadhafi
ແຫ່ງລີເບຍ ຍັງກຳອຳນາດຢູ່ ຊຶ່ງນັ້ນແມ່ນຄຳເວົ້າຂອງທ່ານ
Trump​ ຜູ້ສະໝັກປະທານາທິບໍດີ ຈາກພັກ ຮິພັບບລິກກັນ
ທີ່ກ່າວຕໍ່ຕາໜ່າງຂ່າວ CNN ໃນລາຍການ “State of the
Union”
ທີ່ເອີ້ນ ອີຣັກວ່າ ເປັນ “ມະຫາວິທະຍາໄລ Harvard
ຂອງການກໍ່ການຮ້າຍ”
ແລະວ່າ ປະເທດນັ້ນ ໄດ້ກາຍເປັນ
“ພື້ນທີ່ຂອງການເຝິກແອບພວກກໍ່ການຮ້າຍ.”

ທ່ານທຣ້ຳ ເວົ້າອີກວ່າ “ພວກຄົນ ແມ່ນໄດ້ຖືກຕັດຫົວ. ພວກ
ເຂົາໄດ້ຖືກຈຸ່ມຫົວ ຈົມນ້ຳຕາຍ. ດຽວນີ້ ມັນຮ້າຍແຮງທີ່ສຸດ
ເກີນກວ່າຕອນຢູ່ພາຍໃຕ້ Saddam Hussein ຫຼື Gadhafi ອີກ.”

ທ່ານທຣ້ຳ ໄດ້ກ່າວວ່າ ຕາເວັນອອກກາງ ໄດ້ “ລະເບີດຂຶ້ນ” ອ້ອມຮອບ ປະທານາທິບໍດີ
ສະຫະລັດ ທ່ານບາຣັກ ໂອບາມາ ແລະ ອະດີດລັດຖະມົນຕີຕ່າງປະເທດ ທ່ານນາງຮິນລາຣີ ຄລິນຕັນ ຊຶ່ງເປັນຄູ່ແຂ່ງຂັນ ຝ່າຍກົງກັນຂ້າມ ສັງກັດພັກເດໂມແຄຣດ ທີ່ໃຫຍ່ທີ່ສຸດ ໃນທຳນຽບຂາວ.

ທ່ານທຣ້ຳ ຜູ້ທີ່ນຳໜ້າ ໃນການຢັ່ງຫາງສຽງ ສັງກັດພັກຣີພັບບລີກັນ ຍັງໄດ້ຕຳນິຕິຕຽນ
ການຕັດສິນໃຈ ຍົກທັບບຸກຕີອີຣັກ ໂດຍອະດີດປະທານາທິບໍດີ George W. Bush ເມື່ອ
ປີ 2003 ບົນພື້ນຖານ ລາຍງານສືບລັບທີ່ຜິດພາດ ວ່າ ປະເທດດັ່ງກ່າວນັ້ນ ມີອາວຸດ ທີ່ບໍ່
ເປັນໄປຕາມກົດເກນຕ່າງໆ.

XS
SM
MD
LG