ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ແລະ ທ່ານ ປູຕິນ ສົນທະນາກັນ ໃນງານລ້ຽງ ອາຫານຄໍ່າ ບໍ່ເຖິງໜຶ່ງຊົ່ວໂມງ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, (ຊ້າຍ) ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນເວລາທີ່ທ່ານເດີນທາງຮອດກອງປະຊຸມສຸດຍອດ G-20 ໃນເມືອງ ແຮມເບີກ, ເຢຍຣະມັນ. 7 ກໍລະກົດ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, (ຊ້າຍ) ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໃນເວລາທີ່ທ່ານເດີນທາງຮອດກອງປະຊຸມສຸດຍອດ G-20 ໃນເມືອງ ແຮມເບີກ, ເຢຍຣະມັນ. 7 ກໍລະກົດ, 2017.

ທຳນຽບຂາວ ໄດ້ປະຕິເສດທີ່ຈະເປີດເຜີຍຂໍ້ມູນໃດໆ ກ່ຽວກັບ ການສົນທະນາໃນງານ
ລ້ຽງອາຫານຄໍ່າ ຂອງກອງປະຊຸມສຸດຍອດກຸ່ມ G20 ທີ່ຖືກຈັດຂຶ້ນໃນຕົ້ນເດືອນນີ້ລະ
ຫວ່າງປະທານາທິບໍດີ ດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ
ປູຕິນ.

ໂຄສົກທຳນຽບຂາວ ທ່ານນາງ Sarah Huckabee Sanders ໄດ້ ກ່າວຕໍ່ບັນດານັກ
ຂ່າວຜູ້ທີ່ໄດ້ກົດດັນໃຫ້ລາວເວົ້າກ່ຽວກັບ ຫົວຂໍ້ທີ່ຜູ້ນຳ ທັງສອງທ່ານໄດ້ປຶກສາຫາລືກັນ
ໃນວັນພຸດວານນີ້ວ່າ “ນີ້ແມ່ນງານລ້ຽງ ອາຫານຄໍ່າ ທີ່ເປັນກັນເອງ ແລະ ນັ້ນກໍແມ່ນ
ທຳມະຊາດຂອງຄໍ່າຄືນ ນັ້ນ.”

​ເມື່ອ​ເບິ່ງ​ກັບ​ຄືນ​ໄປ ເຖິງການ​ລາຍ​ງານ​ຂ່າວ​ ກ່ຽວ​ກັບ​ການ​ພົບ​ປະລະ​ຫວ່າງທ່ານ​ທຣຳ ​
ແລະທ່ານປູຕິນ ໃນມື້ກ່ອນນັ້ນ ເວລາຂ່າວການພົບປະຄັ້ງທຳ​ອິດໄດ້​ເປັນ​ທີ່​ຮູ້​ກັນ ຢູ່​ໃນ
ສະຫະລັດ ທ່ານນາງ Sanders ເວົ້າວ່າ ມັນເປັນເລື່ອງ “ທີ່ໜ້າຢາກຫົວໜ້ອຍນຶ່ງ” ທີ່ຈະ
ກ່າວເຖິງການ​ສົນທະນາ​ລະຫວ່າງ​ປະທານາທິບໍດີ​ທັງ​ສອງ ​ເປັນ​ການ​ໂອ້​ລົມ​ສ່ວນ​ຕົວ ​
ເວລາມີຜູ້ນຳຂອງປະເທດອື່ນໆຫຼາຍກວ່າ 20 ຄົນແລະນາຍພາສານັ່ງນັ່ງ​ຢູ່​ໃກ້ໆ ​ແລະ
ກໍສາມາດມອງເຫັນໄດ້ ໃນລະຫວ່າງງານລ້ຽງອາຫານຄ່ຳ​ຢ່າງ​ເປັນ​ທາງ​ການຢູ່​ໃນ​ຫ້ອງ
ຮັບປະທານອາຫານຂະໜາດໃຫຍ່.

ແນວໃດກໍຕາມ, ອະດີດນັກການທູດ, ນັກວິເຄາະຂ່າວການເມືອງ ແລະ ສະມາຊິກສະ
ພາພັກເດໂມແຄຣັດຫຼາຍຄົນ ໄດ້ກ່າວຊໍ້າຄຳເວົ້າດຽວກັນ ໃນວັນພຸດວານນີ້ ເມື່ອຖືກ
ຖາມ ກ່ຽວກັບການສົນທະນາທີ່ຖືກຂະຫຍາຍອອກເປັນຄັ້ງທີສອງລະຫວ່າງ ທ່ານ ທຣຳ
ແລະ ທ່ານ ປູຕິນ ວ່າ “ມັນບໍ່ປົກກະຕິ.”

ສະມາຊິກພັກເດໂມແຄຣັດລະດັບສູງ ໃນຄະນະກຳມະການສືບລັບສະ ພາຕໍ່າ ທ່ານ
Adam Schiff ໄດ້ກ່າວວ່າ ລາວຕົກໃຈທີ່ໄດ້ຍິນ ກ່ຽວ ກັບ ການພົບປະກັນ ແລະ ຮູ້ວ່າ
“ມັນມີບັນຫາຢ່າງຍິ່ງ.”

ທ່ານ Schiff ໄດ້ຂຽນຂໍ້ຄວາມໃນ Twitter ວ່າ “ເດົາວ່ານີ້ຄົງແມ່ນ ສິ່ງທີ່ທ່ານ ທຣຳ
ເອີ້ນວ່າ ຄວາມໂປ່ງໃສ”.

ອະດີດ​ເອກ​ອັກຄະ​ລັດຖະທູດ ສະຫະລັດ ປະຈຳ ຣັດເຊຍ ທ່ານ Michael McFaul
ໄດ້ກ່າວວ່າ “ທ່ານປະທານາທິບໍດີຄວນໃຫ້ລາຍລະອຽດ ກ່ຽວກັບ ການສົນທະນາ​
ແບບໜຶ່ງຕໍ່ໜຶ່ງຂອງທ່ານກັບທ່ານ ປູຕິນໃນທັນທີທັນໃດ ໂດຍຜ່ານທາງ Twitter ຫຼືບໍ່ກໍໂຄສົກຂອງທຳນຽບຂາວ ກ່ອນທີ່ທ່ານ ປູຕິນ ຈະຖະແຫຼງ.”

ຂໍ້ຄວາມໃນ Twitter ຂອງທ່ານ ທຣຳ ແລະ ເຈົ້າໜ້າທີ່ທຳນຽບຂາວ ໄດ້ປະຕິເສດຕໍ່
ການກ່າວຫາຢ່າງຮຸນແຮງວ່າ ການເຈລະຈາຄັ້ງທີສອງ ລະຫວ່າງທ່ານ ປູຕິນ ແລະ
ທ່ານທຣຳ ແມ່ນໄດ້ຖືກປົກປິດໄວ້ ເປັນ ຄວາມລັບ, ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ
ການສົນທະນາເຊິ່ງໜ້າ ຄັ້ງທຳອິດ ໃນເມືອງ Hamburg ເມື່ອວັນທີ 7 ກໍລະກົດ ທີ່
ຜ່ານມາ ເຊິ່ງແມ່ນການປະຊຸມດົນກວ່າສອງຊົ່ວໂມງພ້ອມດ້ວຍລັດຖະມົນຕີກະຊວງ ການຕ່າງປະເທດ ສະຫະລັດ ແລະ ຣັດເຊຍ ເຂົ້າຮ່ວມນຳ, ກັບນາຍພາສາຂອງທັງ
ສອງຝ່າຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG