ທ່ານ ດໍໂນລ ທຣຳ ໃນຂະນະທີ່ຢືນຢູ່ຄຽງຂ້າງ ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ
ປູຕິນ ໄດ້ປະກາດວ່າ ທ່ານບໍ່ໄດ້ມອງເຫັນເຫດຜົນໃດ ທີ່ພາໃຫ້ເຊື່ອວ່າ ມົສກູແຊກແຊງ
ເຂົ້າໃນ ການເລືອກຕັ້ງ ທີ່ນຳໄປສູ່ການຊ່ວຍໃຫ້ທ່ານໄດ້ເປັນປະທານາທິບໍດີ ສະຫະລັດ
ໃນປີ 2016 ນັ້ນ.
ອົງການສືບລັບ ທີ່ສຳຄັນໆຂອງສະຫະລັດ ທັງໝົດ ຕ່າງກໍໄດ້ສະຫລຸບວ່າ ມີການແຊກ
ແຊງເຊັ່ນນັ້ນ ໂດຍຣັດເຊຍ ໃນລະຫວ່າງການເລືອກຕັ້ງ ແລະເລື້ອງນີ້ ເປັນຈຸດເພັ່ງເລັງ
ຂອງການສືບສວນສອບສວນ ທີ່ສຳຄັນຂອງລັດຖະບານກາງ ທີ່ແນເປົ້າໝາຍໃສ່ ບໍ່ພຽງ
ແຕ່ພວກຣັດເຊຍເທົ່ານັ້ນ ແຕ່ບັນດາພະນັກງານ ຢູ່ໃນຄະນະໂຄສະນາຫາສຽງ ການ
ເລືອກຕັ້ງ ຂອງປະທານາທິບໍດີ ທຣຳ ນຳດ້ວຍ.
“ປະທານາທິບໍດີ ປູຕິນ ໄດ້ປະຕິເສດ ຢ່າງແຂງຂັນ ແລະໜັກແໜ້ນ ທີ່ສຸດ ໃນມື້ນີ້”
ທ່ານທຣຳ ໄດ້ກ່າວເຖິງ ການສອບຖາມ ທ່ານປູຕິນ ໃນວັນຈັນວານນີ້ ກ່ຽວກັບເລື້ອງ
ດັ່ງກ່າວ. ທ່ານທຣຳ ກ່າວຕື່ມວ່າ “ປະທານາທິບໍດີ ປູຕິນ ກ່າວວ່າ ມັນບໍ່ແມ່ນຣັດເຊຍ.
ຂ້າພະເຈົ້າ ເຫັນວ່າ ບໍ່ມີເຫດຜົນອັນໃດ ເປັນຫຍັງມັນຄວນເປັນຈັ່ງຊັ້ນ.”
ທ່ານປູຕິນ ໄດ້ກ່າວວ່າ ທ່ານໄດ້ບອກທ່ານທຣຳ ໃນລະຫວ່າງ ການໂອ້ລົມກັນ ທີ່ວ່າ
“ລັດຖະບານຂອງຣັດເຊຍ ບໍ່ເຄີຍແຊກແຊງ ແລະບໍ່ມີແຜນການທີ່ຈະແຊກແຊງ
ເຂົ້າພາຍໃນຂັ້ນຕອນ ການເລືອກຕັ້ງຂອງອາເມຣິກາ.”
ທ່ານທຣຳ ໄດ້ແຈ້ງໃຫ້ບັນດານັກຂ່າວ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ຢູ່ໃນທຳນຽບ
ປະທານາທິບໍດີ ຟິນແລນຊາບວ່າ ທ່ານໄດ້ໃຊ້ “ເວລາຫຼາຍພໍສົມຄວນ” ໃນການຍົກ
ເອົາການແຊກແຊງຂອງຣັດເຊຍ ຂຶ້ນມາໂອ້ລົມກັນ.
ປະທານາທິບໍດີ ສະຫະລັດ ໄດ້ກ່າວວ່າ ທ່ານບໍ່ໄດ້ຕ້ອງຕິ ຄູ່ຕຳແໜ່ງຂອງທ່ານຈາກ
ຣັດເຊຍ ໂດຍກົງ ກ່ຽວກັບ ເລື້ອງດັ່ງກ່າວ ຫຼື ເລື້ອງອື່ນໃດ ທີ່ວໍຊິງຕັນ ແລະ ມົສກູ
ມີຄວາມເຫັນທີ່ແຕກຕ່າງກັນ ທີ່ມີຄວາມໝາຍ.
ສ່ວນພວກນັກການເມືອງອາເມຣິກັນ ຢູ່ທັງສອງຟາກຂອງວົງການເມືອງ ພ້ອມດ້ວຍ
ບັນດາອະດີດເຈົ້າໜ້າທີ່ສືບລັບ ແລະ ນັກການທູດ ໄດ້ເລີ້ມຕ້ອງຕິຢ່າງໜັກ ເຖິງຄວາມ
ເຫັນຂອງທ່ານທຣຳ ແມ່ນກະທັງກ່ອນໜ້າ ທີ່ທ່ານປະທານາທິບໍດີ ຈະຂຶ້ນເຮືອບິນປະຈຳ
ຕຳແໜ່ງຂອງທ່ານ ຄື Air Force One ເພື່ອບິນກັບຄືນມາປະເທດ.
ຫຼາຍຊົ່ວໂມງຫລັງຈາກນັ້ນ ໃນລະຫວ່າງເດີນທາງກັບຄືນມາຍັງ ວໍຊິງຕັນ ທ່ານ ທຣຳ ໄດ້
ຂຽນລົງທວີດເຕີ ວ່າ ທ່ານມີ “ຄວາມໝັ້ນໃຈຢ່າງຍິ່ງ ໃນພະນັກງານສືບລັບ ຂອງຂ້າ
ພະເຈົ້າ.” ທ່ານຂຽນຕື່ມວ່າ “ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຍັງ ຮັບຮູ້ວ່າ ເພື່ອທີ່ຈະສ້າງ
ອະນາຄົດທີ່ສົດໃສກວ່າເກົ່າ ພວກເຮົາ ບໍ່ຄວນທີ່ຈະສຸມໃສ່ເລື້ອງ ໃນອະດີດ....”