ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ໄດ້ຕັດສິນໃຈ ກ່ຽວກັບ ຂໍ້ຕົກລົງ ນິວເຄລຍ ຂອງອີຣ່ານ ແລ້ວທ່ານຈະບອກໃຫ້ຮູ້


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກຳລັງຫລຽວຂຶ້ນເບິ່ງ ໃນລະຫວ່າງ ການພົບປະ ກັບປະທານາທິບໍດີ ລັດ ປາແລັສໄຕນ໌ ທ່ານ Mahmoud Abbas ລະຫວ່າງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຢູ່ໃນນະຄອນ ນິວຢອກ, ວັນທີ 20 ກັນຍາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກຳລັງຫລຽວຂຶ້ນເບິ່ງ ໃນລະຫວ່າງ ການພົບປະ ກັບປະທານາທິບໍດີ ລັດ ປາແລັສໄຕນ໌ ທ່ານ Mahmoud Abbas ລະຫວ່າງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຢູ່ໃນນະຄອນ ນິວຢອກ, ວັນທີ 20 ກັນຍາ 2017.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນພຸດວານນີ້ວ່າ ທ່ານໄດ້ຕັດສິນໃຈແລ້ວ ວ່າ
ສະຫະລັດ ຈະຖອນອອກຈາກຂໍ້ຕົກລົງສາກົນ ປີ 2015 ເພື່ອລະງັບ ການພັດທະນາ
ອາວຸດນິວເຄລຍຂອງ ອີຣ່ານ ຫຼືບໍ່.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວ ໃນເວລາຖ່າຍຮູບຮ່ວມກັບ ປະທານາທິບໍດີ ລັດ
ປາແລັສໄຕນ໌ ທ່ານ Mahmoud Abbas ທີ່ນະຄອນ ນິວຢອກວ່າ “ຂ້າພະເຈົ້າ
ໄດ້ຕັດສິນໃຈແລ້ວ. ແລ້ວຂ້າພະເຈົ້າ ຈະແຈ້ງໃຫ້ຮູ້.”

ໃນວັນອັງຄານທີ່ຜ່ານມານີ້, ທ່ານ ທຣຳ ໄດ້ວິພາກວິຈານຂໍ້ຕົກລົງດັ່ງກ່າວ ທີ່ກອງປະຊຸມ
ສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ໂດຍເອີ້ນມັນວ່າ ເປັນການຕົກລົງທີ່ຂີ້ຮ້າຍ
ທີ່ສຸດທີ່ ສະຫະລັດ ເຄີຍເຮັດມາ. ຂໍ້​ຕົກລົງ​ນີ້​ໄດ້ເຈລະຈາກັນໃນລະຫວ່າງ ການປະຕິບັດ
ງານຂອງລັດຖະບານ ທ່ານ ບາຣັກ ໂອບາມາ. ຂໍ້ກຳນົດຕ່າງໆ​ແມ່ນຈະກີດກັ້ນ ບໍ່​ໃຫ້
ເຕຫະຣ່ານ ພັດທະນາອາວຸດນິວເຄລຍ ເພື່ອແລກປ່ຽນກັບການຍົກເລີກ ມາດຕະການ
ລົງໂທດຢ່າງໜັກ.

ປະທານາທິບໍດີ ອີີຣ່ານ ທ່ານ Hassan Rouhani ໄດ້ກ່າວໃນກອງປະຊຸມສະມັດຊາ
ໃຫຍ່ ໃນວັນພຸດວານນີ້ວ່າ ເຕຫະຣ່ານ ໄດ້ປະຕິບັດຕາມພັນທະສາກົນຂອງຕົນ ແລະ
ຈະບໍ່ລ່ວງລະເມີດມັນ.

ປະທານາທິບໍດີ ຂອງອີຣ່ານ ທ່ານ Hassan Rouhani ກ່າວໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຢູ່ສຳນັກງານໃຫຍ່ ສະຫະປະຊາຊາດ ໃນນະຄອນ ນິວຢອກ, ວັນທີ 20 ກັນຍາ 2017.
ປະທານາທິບໍດີ ຂອງອີຣ່ານ ທ່ານ Hassan Rouhani ກ່າວໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຢູ່ສຳນັກງານໃຫຍ່ ສະຫະປະຊາຊາດ ໃນນະຄອນ ນິວຢອກ, ວັນທີ 20 ກັນຍາ 2017.

ທ່ານ Rouhani ໄດ້ກ່າວວ່າ “ຂ້າພະເຈົ້າຂໍປະກາດຕໍ່ບັນດາທ່ານວ່າ ສາທາລະນະລັດ
ອິສລາມ ອີຣ່ານ ຈະບໍ່ເປັນປະເທດທຳອິດ ທີ່ລ່ວງລະເມີດຂໍ້ຕົກລົງນັ້ນ,​ ແຕ່ຈະຕອບ
ໂຕ້ ຢ່າງເດັດຂາດ ແລະ ຢ່າງເດັດດ່ຽວ ຕໍ່ການລ່ວງລະເມີດ ໂດຍຝ່າຍໃດໆກໍຕາມ.
ມັນຈະເປັນຕາເສຍດາຍຢ່າງຍິ່ງ ຖ້າຂໍ້ຕົກລົງນີ້ຫາກຖືກທຳລາຍໂດຍນັກເລງມາໃໝ່
ໃນ​ເວທີການເມືອງຂອງໂລກ.”

ທ່ານ Rouhani ຢືນຢັດວ່າ ຂໍ້ຕົກລົງດັ່ງກ່າວຈະບໍ່ສາມາດເຈລະຈາຄືນ​ໄດ້, ເຊິ່ງແມ່ນ
ທາງເລືອກນຶ່ງ ທີ່ທ່ານ ທຣຳ ໄດ້ສະເໜີແນະ.

ທ່ານ Rouhani ໄດ້ກ່າວທີ່ກອງປະຊຸມຖະແຫຼງຂ່າວວ່າ “ຂໍ້ຕົກລົງນີ້ແມ່ນ ສິ່ງທີ່ບໍ່ມີ
ໃຜສາມາດແຕະຕ້ອງໄດ້. ນີ້ແມ່ນຕຶກທີ່ມີໂຄງຮ່າງ ເຊິ່ງ “ຖ້າເຈົ້າເອົາຫີນຈີ່ກ້ອນນຶ່ງ
ອອກ, ຕຶກທັງໝົດກໍຈະຍຸບລົງ.”

ບັນດາຜູ້ກວດກາຈາກອົງການພະລັງງານ​ປະລະມານູ​ສາກົນ​ຫຼື IAEA ທີ່ເຝົ້າຕິດຕາມ
ການຈັດຕັ້ງປະຕິບັດຂໍ້ຕົກລົງນີ້ ໄດ້ພົບເຫັນວ່າ ອີີຣ່ານ ໄດ້ປະຕິບັດຕາມຂໍ້​ຕົກລົງ​ດັ່ງກ່າວ
ມາຕະຫຼອດ. ແຕ່ບັນດາເຈົ້າໜ້າທີ່ ສະຫະລັດໂຕ້ຖຽງວ່າ ການທົດລອງລູກສອນໄຟ
ຂີປະນາວຸດຂອງ ເຕຫະຣ່ານ ພ້ອມ​ກັບການສະໜັບສະໜູນກຸ່ມຫົວຮຸນແຮງ ແລະ ລະບອບຜະເດັດການຂອງ ຊີເຣຍ ໄດ້ຝ່າຝືນ “ເຈຕະນາ” ຂອງຂໍ້ຕົກລົງນີ້.

ລັດຖະບານຂອງທ່ານ ທຣຳ ໄດ້ຢືນຢັນສອງຄັ້ງ​ແລ້ວວ່າ ອີຣ່ານ ໄດ້ປະຕິບັດຕາມຂໍ້ຕົກ
ລົງນີ້ ແຕ່ໄດ້ກ່າວວ່າ ທ່ານຈະບໍ່ເຮັດແນວນັ້ນຕໍ່ໄປຢ່າງບໍ່ມີກຳນົດ. ອີຣ່ານ ກຳລັງປະເຊີນ
ກັບເສັ້ນຕາຍ ໃນການປະເມີນຜົນຄັ້ງໃໝ່ ເຊິ່ງກຳນົດຈະ​ມີ​ຂຶ້ນ​ໃນກາງເດືອນຕຸລາ ທີ່ຈະ
ມາເຖິງນີ້. ຖ້າ ສະຫະລັດ ຖອນຕົວ, ຂໍ້ຕົກລົງດັ່ງກ່າວກໍອາດພັງລົງ.

US Iran UN
please wait
Embed

No media source currently available

0:00 0:01:25 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG