ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ ທຣຳ ຈະເປີດເຜີຍ ແຜນການເສຍພາສີ


ປະທານາທິບໍດີ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສ ຢູ່ກະຊວງການເງິນ ໃນນະຄອນຫຼວງ ວໍຊິງຕັນ. 21 ເມສາ, 2017.
ປະທານາທິບໍດີ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສ ຢູ່ກະຊວງການເງິນ ໃນນະຄອນຫຼວງ ວໍຊິງຕັນ. 21 ເມສາ, 2017.

ຄວາມຄາດຫວັງ ກ່ຽວກັບແຜນການ ສຳລັບການຕັດພາສີບໍລິສັດໃຫຍ່ ແລະ ສ່ວນບຸກຄົນ ຂອງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ນັ້ນໄດ້ກະຕຸ້ນໃຫ້ຕະຫຼາດຮຸ້ນ ມີລາຄາ ສູງເປັນປະຫວັດການໃນວັນອັງ ຄານວານນີ້, ແລະເຮັດໃຫ້ຕະຫຼາດຮຸ້ນ ເອເຊຍ ຖີບຕົວ
ສູງຂຶ້ນໃນຂ້າມຄືນທີ່ຜ່ານມາ.

ທ່ານ ທຣຳ ມີກຳນົດທີ່ຈະຮ້ອງຂໍໃຫ້ຕັດອັດຕາພາສີບໍລິສັດຄັ້ງໃຫຍ່ຂອງປະເທດ, ເຊິ່ງສູງ
ທີ່ສຸດໃນບັນດາປະເທດອຸດສາຫະກຳຂອງໂລກ.

ທ່ານ ທຣຳ ມີແຜນທີ່ຈະເປີດເຜີຍ ແຜນການຕັດພາສີຂອງທ່ານໃນວັນພຸດມື້ນີ້, ໂດຍຜູ້
ຊ່ວຍຂອງທ່ານໄດ້ກ່າວວ່າ ທ່ານຈະຂໍໃຫ້ລັດຖະສະພາຕັດອັດຕາພາສີຈາກ 35 ເປີເຊັນ
ໃນປັດຈຸບັນ ລົງມາເປັນ 15 ເປີເຊັນ, ​ເຊິ່ງເປັນຄຳສັນຍາອັນໜຶ່ງທີ່ທ່ານໄດ້​ໃຫ້​ໄວ້ໃນລະ ຫວ່າງການໂຄສະນາຫາສຽງເລືອກຕັ້ງປະທານາທິບໍດີ ​ໃນປີກາຍນີ້.

ໂຄສົກທຳນຽບຂາວ ທ່ານ Sean Spicer ໄດ້ກ່າວວ່າ ສະຫະລັດ “ບໍ່ສາມາດແຂ່ງຂັນ” ກັບປະເທດອື່ນໆ​ໄດ້ໃນການດຶງດູດ​ເອົາທຸລະກິດໃໝ່ຕ່າງໆ “ສ່ວນໃຫຍ່ແມ່ນຍ້ອນ ອັດຕາພາສີຂອງພວກເຮົາ.”

ບັນດາສະມາຊິກສະພາ ສະຫະລັດ ໄດ້ປະຕິຍານທີ່ຈະຮັບຮອງເອົາການປະຕິຮູບພາສີ
ຢ່າງກວ້າງມາຫຼາຍປີແລ້ວ, ແຕ່ຄວາມພະຍາຍາມດັ່ງກ່າວໄດ້ລົ້ມແຫຼວ ຖ່າມກາງຄວາມ
ຂັດແຍ່ງທີ່ຈະກຳຈັດການຫຼຸດພາສີໃຫ້ກັບບາງບໍລິສັດ ແລະ ຜົນປະໂຫຍດສ່ວນຕົວ
ແລະ ຂຶ້ນພາສີ ກ່ຽວກັບ ສິ່ງອື່ນ.

ແຜນການພາສີຂອງທ່ານ ທຣຳ ແມ່ນເບິ່ງຄືວ່າ ຈະມີ​ຂຶ້ນດ້ວຍການ​ຮັບ​ຟັງ​ຄຳ​ໃຫ້ການ
ແລະ ການ​ອະພິປາຍ ​ເປັນ​ເວລາຫຼາຍເດືອນ ຢູ່ລັດຖະສະພາ, ບ່ອນທີ່ເພື່ອນຮ່ວມງານ
ພັກຣີພັບບລີກັນຂອງທ່ານ ມີແນວຄິດທີ່ເປັນຂອງພວກເຂົາເຈົ້າເອງ ກ່ຽວກັບ ວິທີການ
ປັບປຸງກົດໝາຍພາສີ ທີ່ມີຄວາມສັບຊ້ອນນັ້ນ. ບັນດາສະມາຊິກສະພາບາງຄົນ ໄດ້ສະ
ແດງຄວາມເປັນຫ່ວງວ່າ ການຮຽກຮ້ອງ​ເພື່ອ​ໃຫ້ຕັດພາສີຄັ້ງໃຫຍ່ຂອງທ່ານ ທຣຳ ຈະ​ເພີ້ມໜີ້ສິນໄລຍະຍາວ ມູນຄ່າເກືອບ 20 ພັນຕື້ໂດລາທີ່ ສະຫະລັດ ໄດ້ສະສົມມາຖ້າມ
ຫາກບໍ່ມີມາດຕະການຫາ​ລາຍ​ໄດ້ດ້ານ​ອື່ນໃຫ້ສອດຄ່ອງກັນ.

ລັດຖະມົນຕີກະຊວງການເງິນ ສະຫະລັດ ທ່ານ Steve Mnuchin ໄດ້ກ່າວໃນວັນຈັນ ທີ່ຜ່ານມາວ່າ, “ການປະຕິຮູບພາສີຈະສ້າງຈ່າຍໃຫ້​ຕົວ​ມັນ​ເອງ ດ້ວຍການຂະຫຍາຍ
ຕົວທາງເສດຖະກິດ”
ເຊິ່ງມັນຈະຂະຫຍາຍລາຍໄດ້ຈາກພາສີ. ທ່ານ Mnuchin ຍັງ
ໄດ້ຮຽກຮ້ອງ ໃຫ້ຫຼຸດຜ່ອນຄວາມສັບສົນດ້ານພາສີລົງເຊັ່ນກັນ, ໂດຍກ່າວວ່າ ການປະ
ຕິຮູບຂອງ ສະຫະລັດ ຕາມຫຼັກການແລ້ວ ຈະປ່ອຍໃຫ້ຜູ້ເສຍພາສີ ​ເຮັດລາຍການເສຍ
ພາສີປະຈຳປີຂອງພວກເຂົາເຈົ້າໃສ່ “ໄປສະນີຍະບັດໃຫຍ່ໃບໜຶ່ງ” ​ໄດ້.

ການຖົກຖຽງທີ່ການຕັດພາສີຈະສ້າງຜົນປະໂຫຍດນັ້ນແມ່ນບໍ່ໄດ້ຮັບການສະໜັບສະ
ໜູນຈາກບັນດານັກເສດຖະສາດຫຼາຍປານໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG