ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປ. ທ​ຣໍ​າ ​ຍັງ​ບໍ່​ທັນ​ໄດ້​ອ່ານ ລາຍ​ງານ​ ​ຂອງ ສ​ປ​ຊ ກ່ຽວ​ກັບ ການ​ປ່ຽນ​ແປງ ດິນ​ຟ້າ​ອາ​ກາດ


ເຮືອ​ບິນ​ໂດຍ​ສານ​ລຳ​ນຶ່ງ ກຳ​ລັງ​ບິນ​ຜ່ານ​ຄວັນ​ໄຟສີ​ຂາວ​ ຈາກ​ການ​ປ່ອຍ​ຖ່ານ​ຫີນ ທີ່​ໂຮງ​ງານ​ໃນ​ປ​ັກ​ກິ່ງ ວັນ​ທີ 28 ກຸມ​ພາ 2017.
ເຮືອ​ບິນ​ໂດຍ​ສານ​ລຳ​ນຶ່ງ ກຳ​ລັງ​ບິນ​ຜ່ານ​ຄວັນ​ໄຟສີ​ຂາວ​ ຈາກ​ການ​ປ່ອຍ​ຖ່ານ​ຫີນ ທີ່​ໂຮງ​ງານ​ໃນ​ປ​ັກ​ກິ່ງ ວັນ​ທີ 28 ກຸມ​ພາ 2017.

ປະ​ທາ​ນາ​ທິບໍດີ​ສະ​ຫະລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ຍັງ​ບໍ່​ທັນ​ໄດ້​ອ່ານລາຍ​ງານ
​ທີ່​ບໍ່​ຄ່ອຍ​ດີ ໂດຍ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ໄດ້​ເຕືອນ​ເຖິ​ງ​ອັ​ນ​ຕະ​ລາຍ ​ໃນ
​ອະນາ​ຄົດກ່ຽວ​ກັບຄວາມ​ຮ້ອນ​ເອົ້າ​ຂອງ​ໂລກ ທີ່​ບໍ່​ໄດ້​ຮັກ​ສາ​ໄວ້​ໃຫ້​ຢູ່​ໃນ​ລະ​ດັບ​ທີ່​ຕ່ຳ​ສຸດ.

ແຕ່​ທ່ານ​ກ່າວ​ວ່າ ທ່ານ​ມີ​ແຜນ​ທີ່​ຈະ​ເຮັດ ໂດຍ​ເວົ້າ​ວ່າ “ມີ​ຄົນເອົາ​ມາ​ໃຫ້ຂ້າ​ພະ​ເຈົ້າ​ ແລະ
​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຢາກ​ເບິ່ງວ່າ​ໃຜ​ຮ່າງ​ເລື່ອງ​ນີ້ ທ່ານ​ຮູ້​ບໍ່ ແມ່ນ​ກຸ່​ມ​ໃດ​ຮ່າງ​ເລື່ອງ​ນີ້
ເພາະ​ຂ້າ​ພະ​ເຈົ້າ​ສາ​ມາດ​ບອກ​ໃຫ້​ທ່ານ​ຮູ້​ວ່​າ ​ລາຍ​ງານນີ້ຍອດ​ຢ້ຽມ ແລະ​ຂ້າ​ພະ​ເຈົ້າ​ສາ​
ມາດ​ບອກ​ໄດ້​ວ່າ ລາຍ​ງານນີ້​ບໍ່​ດີ​ພໍ” ນັ້ນ​ຄື​ຄວາມ​ເຫັນ ຂອງທ່ານທ​ຣຳ ທີ່ໄດ້​ກ່າວ​ ໃນ​
ວັນ​ອັງ​ຄານ​ວານ​ນີ້ ​ຢູ່​ທີ່ທຳ​ນຽບ​ຂາວ ແລະ​ທ່ານກ່າວ​ຕື່ມ​ວ່າ “ແຕ່​ຂ້າ​ພະ​ເຈົ້າ​ຈະ​ອ່ານ
ແນ່ນອນ.”

ນັ້ນ​ແມ່ນ​ຄວາມ​ເຫັນຂອງ​ທ່ານ​ເທື່ອ​ທຳ​ອິດ ກ່ຽວ​ກັ​ບ​ລາຍ​ງານ ທີ່​ໄດ້ນຳ​ອອກ​ເຜີຍ​ແຜ່​
ໃນ​ວັນ​ຈັນ​ທີ່​ຜ່າ​ນ​ມາ​ ໂດຍ​ຄະ​ນະ​ກຳ​ມະ​ການ​ລັດ​ຖະ​ບານ ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​
ຊາດ ​ກ່ຽວ​ກັບ​ການ​ປ່ຽນ​ແປງ ຂອງ​ດິນ​ຟ້າ​ອາ​ກາດ.

ລ​າຍ​ງານໄດ້​ບອກລາຍ​ຊື່​ວ່າ​ ອາ​ກາດ​ຂອງໂລກ​ມະ​ນຸດ ສຸ​ຂະ​ພາບ ແລະ​ລະ​ບົບ​ນິ​ເວດ
ຈະ​ດີ​ຂື້ນແບບ​ໃດ ​ຖ້າ​ຫາກບັນ​ດາ​ຜູ້​ນຳຂອງ​ໂລກ ສາ​ມາດ​ຕັດ​ສິນ​ໃຈ​ຈຳ​ກັດ​ຄວາມ​ຮ້ອນ​
ເອົ້າ ​ທີ່​ມີ​ສາ​ເຫດ​ຈາກ​ມະ​ນຸດເຖິງໃຫ້​ຢູ່​ຕ່ຳ​ກວ່າ 0.5 ອົງ​ສາ​ແຊ​ລ​ຊຽ​ສ ​ຫຼື 0.9 ອົງ​ສາຟາ
​ເຣັນ​ໄຮ​ຕ໌ ລະ​ຫວ່າງ ​ປີ 2030 ຫາ 2052 ແທນ​ທີ່​ຈະ​ແມ່ນ 1 ອົງ​ສາ ແຊ​ລ​ຊຽ​ສ ຫຼື 1.8
ອົງ​ສາຟາ​ເຣັນ​ໄຮ​ຕ໌ ຕາ​ທີ່​ໂລກ​ໄດ້​ຕົກ​ລົງໄວ້​ນັ້ນ.

ໃນ​ເດືອນ​ກໍ​ລະ​ກົດປີ 2017 ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ໄດ້​ຖອນ​ສະ​ຫະ​ລັດ​ອອກ​ຈາກຂໍ້​ຕົກ​
ລົງ​ດິນ​ຟ້າ​ອາ​ກາດ​ປາ​ຣີ ເພື່ອຫລຸດ​ຜ່ອນ​ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ ຢູ່ໃນ​ທົ່ວ​ໂລກ. ລັດ
​ຖະ​ບານ​ຂອງ​ທ່ານ​ຍັງ​ໄດ້​ທັບ​ມ້າງ​ນະ​ໂຍ​ບາຍການ​ຫລຸດ​ຜ່ອນໃນ ອາຍແກັ​ສ​ພິດ ​ຢູ່​ພາຍ
​ໃນ​ປະ​ເທດ​ນຳ​ດ້ວຍ.

ປະ​ທາ​ນາ​ທິບ​ໍ​ດີ​ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ເດີ່ນ​ຫ​ຍ້າ​ທຳ​ນຽບ​ຂາວ ວັນ​ທີ 9 ຕຸ​ລາ 2018.
ປະ​ທາ​ນາ​ທິບ​ໍ​ດີ​ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ເດີ່ນ​ຫ​ຍ້າ​ທຳ​ນຽບ​ຂາວ ວັນ​ທີ 9 ຕຸ​ລາ 2018.

ອີງ​ຕາມ​ລາຍ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລ້ວ ຜົນປະ​ໂຫຍດ​ຈຳ​ນວນ​ນຶ່ງ ທີ່​ຈຳ​ກັດ
​ຄວາມ​ຮ້ອນ​ເອົ້າ​ຢູ່​ໃນ​ທົ່ວ​ໂລກ ​ໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ແມ່ນ​ຮວມ​ທັງ.

​ຈະ​ເຮັດ​ໃຫ້​ມີ​ຜູ້​ຂາດ​ແຄນ​ນ້ຳ ໜ້ອຍ​ລົງ​ເຄິ່ງ​ນຶ່ງ​.

ຈະ​ມີ​ການ​ເສຍ​ຊີ​ວິດ ແລະລົມ​ປ່ອຍ​ຍ້ອນພະ​ຍາດ​ຕ່າງໆໜ້ອຍ​ລົງ ຈາກ​ຄວາມ​ຮ້ອນ​ເອົ້າ
ຄວັນ​ພິດ ແລະ​ພະ​ຍາດ​ຕິດ​ແປດ.

​ຈະ​ເຮັດ​ໃຫ້ແຜ່ນນ້ຳ​ກ້ອນ ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຂວັ້ນ​ໂລກໃຕ້ບໍ່​ເປື່ອຍ​ແບບ​ທີ່​ບໍ່
​ມີ​ການ​ຕ່າວ​ປີ້ນ​ໄດ້.

ມັນ​ອາດຈະ​ເປັນ​ການ​ພຽງ​ພໍ ໃນ​ການ​ທີ່​ຈະ​ຊ່ວຍ​ໃຫ້​ພວກ​ຫີນ​ປະ​ກາ​ລັງ ລອດ​ພົ້ນ​ຈາກ
​ການ​ຕາຍ​ໄປ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໄດ້​ພົບ​ປະ​ກັນ​ຢູ່ເກົາ​ຫຼີ​ໃຕ້ ຫວ່າງ​ມໍ່ໆ​ມາ​ນີ້​ເພື່ອເຮັດ​ລາຍ​ງານ​ຂັ້ນ​ສຸດ​ທ້າຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG