ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະໂອນອຳນາດ ຮູ້ເລື່ອງ ຄວາມສຳພັນ ຂອງ ທ່ານ Flynn ກັບຕ່າງປະເທດ


ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ທ່ານ Michael Flynn.
ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ທ່ານ Michael Flynn.

ທຳນຽບຂາວ​ໃຫ້ການ​ຢືນຢັນ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຄະນະ​ໂອນ​ອຳນາດ​ຂອງປະທານາ
ທິບໍດີ​ດໍ​ໂນ​ລ ທຣຳ ຮູ້​ເລື່ອງ ກ່ອນ​ພິທີ​ສາບານ​ໂຕ​ ເຂົ້າຮັບ​ຕຳ​ແໜ່​ງ​ ​ໃນ​ເດືອນ​ມັງກອນ
ທີ່​ວ່າ ທ່ານ Michael Flynn ບຸກຄົນ​ທີ່​ທ່ານ​ທຣຳ​ ​ເລືອກໃຫ້​ເປັນ​ທີ່​ປຶກສາ​ດ້ານ​ຄວາມ
​ໝັ້ນຄົງ​ແຫ່ງ​ຊາດ​ນັ້ນອາດ​ຈະ​ຕ້ອງ​ໄດ້​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ຊາບ​ວ່າ ຜູ້ກ່ຽວເຮັດ​ວຽກ​ເປັນ
​ຕົວ​ແທນ​ໃຫ້​ແກ່​ລັດຖະບານ​ຕ່າງປະ​ເທດ.

​ໂຄສົກ​ຂອງ​ທ່ານ​ທຣຳ ທ່ານ Sean Spicer ກ່າວ​ວ່າ ບໍ່​ໄດ້​ມີ​ການ​ແຈ້ງ​ໃຫ້​ປະທາ​ນາ​ທິ
ບໍດີ​ຊາບກ່ຽວ​ກັບ​ຄວາມ​ສຳພັນ​ຂອງ​ທ່ານ Flynn ​ແລະ​ລັດຖະບານ​ເທີກີ​ທີ່ໄດ້ຈ່າຍ​ເງິນ
​ໃຫ້​ແກ່​ບໍລິສັດ​ຂອງ​ທ່ານ Flynn 530,000 ​ໂດ​ລາ​ໃນ​ປີ​ກາຍ​.

ຮອງປະທານາທິບໍດີ Mike Pence ຕ້ອນຮັບ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ໃນເວລານັ້ນ ທ່ານ Michael Flynn ທີ່ທຳນຽບຂາວ. (10 ກຸມພາ 2017)
ຮອງປະທານາທິບໍດີ Mike Pence ຕ້ອນຮັບ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ໃນເວລານັ້ນ ທ່ານ Michael Flynn ທີ່ທຳນຽບຂາວ. (10 ກຸມພາ 2017)

ທ່ານ Flynn ນາຍ​ພົນ​ເບ້ຍ​ບຳນານ ​ຂອງ​ສະຫະລັດ ​ແຈ້ງ​ໃຫ້​ກະຊວງ​ຍຸຕິ​ທຳ​ຊາບ​ ໃນ​
ອາທິດ​ນີ້ວ່າ ທ່ານ​ໄດ້​ເປັນ​ຕາງໜ້າ​ໃຫ້​ແກ່​ປະ​ເທດ​ເທີ​ກີ​ໃນ​ປີ​ກາຍ​. ທ່ານ Flynn ກ່ອນ
​ໜ້ານີ້ ​ໄດ້​ແຈ້ງ​ໃຫ້​ລັດຖະສະພາ​ຊາບ​ວ່າ ທ່ານ​ໄດ້​ວິ່ງ​ເຕັ້ນ​ໃຫ້​ແກ່ບໍລິສັດນຶ່ງ​ຂອງ​ເນເທີ
​ແລນ​ ແຕ່​ບໍ່​ໄດ້​ກ່ງາ​ວ​ເຖິງ​ການ​ເຮັດ​ວຽກ​ຂອງທ່ານ​ໃຫ້​ແກ່​ລັດຖະບານ​ເທີ​ກີດັ່ງ​ທີ່​ໄດ້​ກຳ
ນົດ​ໄວ້ ​ຢູ່​ໃນ​ກົດໝາຍ​ຂອງ​ສະຫະລັດ. ການ​ຍື່ນ​ເອກ​ກະສາ​ນຂອງທ່ານ Flynn ​ແມ່ນ
​ໄດ້​ເຮັດ​ໄປ​ແບບ​ຢ້ອນ​ຫຼັງ.

Spicer Discusses Trump’s Transition Team and Flynn
please wait

No media source currently available

0:00 0:01:49 0:00

ທ່ານ Flynn ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດເວລາປະທາ
ນາທິບໍດີ​ທຣຳ ​ເຂົ້າຮັບ​ໜ້າ​ທີ່​ ໃນ​ວັນ​ທີ 20 ມັງກອນ ​ແຕ່​ໄດ້​ຖືກ​ປົດ​ ໃນ​ເວລາ​ບໍ່​ຮອດ​ນຶ່ງ​
ເດືອນ​ຕໍ່​ມາ ຊຶ່ງ​ເຈົ້າໜ້າ​ທີ່ທຳນຽບຂາວ ກ່າວ​ວ່າ ​ຍ້ອນທ່ານ Flynn ບໍ່​ໄດ້​ແຈ້ງ​ ໃຫ້​ຮອງ​ປະທານາທິບໍດີ Mike Pence ຊາບກ່ຽວ​ກັບ​ການ​ພົບ​ປະ​ຂອງທ່ານ​ໃນ​ປີ​ກາຍ​ກັບ​ເອກ​
ອັກຄະ​ລັດຖະທູດຣັດ​ເຊຍ ​ປະຈຳ​ວໍ​ຊິງ​ຕັນ ​ໃນ​ຂະນະ​ທີ່​ ອະດີດ​ ປະທານາທິບໍດີ ​ບາຣັກ ​
ໂອ​ບາ​ມາຍັງ​ກຳ​ຕຳ​ແໜ່​ງຢູ່ນັ້ນ. ທ່ານ Flynn ​ແລະ​ເອກ​ອັກ​ຄະ​ລັດຖະທູດຣັດ​ເຊ​ຍ ທ່ານ
Sergei Kislyak ​ໄດ້​ຫາລື​ກັນກ່ຽວ​ກັບ​ການ​ລົງ​ໂທດຂອງ​ລັດຖະບານ​ທ່ານ​ໂອ​ບາ​ມາ ຕໍ່
​ປະ​ເທດຣັດ​ເຊຍ ຊຶ່ງ​ໄດ້​ມີ​ການ​ເປີດ​ເຜີຍ​ໃຫ້​ຊາ​ບ ​ໃນ​ເວລາ​ຕໍ່​ມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG