ທ່ານ ດໍໂນລ ທຣຳ ໃນວັນຈັນວານນີ້ໄດ້ໃຫ້ການວ່າ ບໍລິສັດຂອງທ່ານບໍ່ໄດ້ສະໜອງການປະເມີນລາຄາທີ່ແນ່ນອນ ກ່ຽວກັບ ຊັບສິນຈຳນວນຫຼາຍຂອງທ່ານໃນການໃຫ້ການທີ່ອອກນອກເລື່ອງ ແລະ ຄັດຄ້ານຢູ່ບ່ອນໃຫ້ການຂອງພະຍານໃນການດຳເນີນຄະດີສໍ້ໂກງພົນລະເຮືອນໃນລັດນິວຢອກ.
ອະດີດປະທານາທິບໍດີ ສະຫະລັດ ໄດ້ກ່າວວ່າບໍລິສັດຂອງທ່ານໄດ້ຫຼຸດຄ່າຂອງບ້ານພັກ ມາ-ອາ-ລາໂກ ແລະ ເດີ່ນກອຟ ໃນລັດຟລໍຣິດາ ແລະ ໄດ້ຕີລາຄາອາພາດເມັ້ນ Trump Tower ຂອງທ່ານສູງເກີນໄປ, ແລະ ຊັບສິນອື່ນໆ, ແຕ່ໄດ້ພະຍາຍາມທີ່ຈະຫຼຸດຜ່ອນຄວາມສຳຄັນຂອງການປະເມີນຄ່າຕ່າງໆໃຫ້ຕ່ຳທີ່ສຸດ, ເຊິ່ງທະນາຍຄວາມຂອງລັດໄດ້ກ່າວວ່າ ຖືກຕີລາຄາໃຫ້ສູງຂຶ້ນເພື່ອຈະໄດ້ຮັບເງື່ອນໄຂການຜ່ອນເງິນທີ່ດີຂຶ້ນ.
ທ່ານ ທຣຳ ໄດ້ກ່າວກ່ຽວກັບການປະເມີນຄ່າວ່າ “ມັນບໍ່ໄດ້ສຳຄັນ. ເຈົ້າໄດ້ເຮັດໃຫ້ມັນສຳຄັນ, ແຕ່ມັນບໍ່ໄດ້ສຳຄັນ.”
ຜູ້ພິພາກສາທ່ານ ອາເທີ ເອັນໂກຣອນ ໄດ້ຕັດສິນການປະເມີນຄ່າດັ່ງກ່າວນັ້ນເປັນການສໍ້ໂກງ. ທະນາຍຄວາມລັດນິວຢອກ ໄດ້ໂຕ້ຖຽງໃນການຟ້ອງຮ້ອງຂອງເຂົາເຈົ້າວ່າການປະເມີນຄ່າດັ່ງກ່າວໄດ້ຊັກຊວນຜູ້ເຊົ່າ ແລະ ປະກັນໄພໄປໃນທາງທີ່ຜິດ, ເຮັດໃຫ້ທ່ານໄດ້ຮັບເງິນ 100 ລ້ານໂດລາ ແລະ ໄດ້ປະເມີນຄວາມຮັ່ງມີຂອງທ່ານເກີນຂອບເຂດເຖິງ 2 ຕື້ໂດລາ.
ທ່ານ ທຣຳ ໄດ້ກ່າວຢ່າງຊ້ຳແລ້ວຊ້ຳອີກວ່າ ຄະດີທີ່ວ່ານັ້ນແມ່ນ “ການຈັບຜິດ” ແລະ ໄດ້ກ່າວຫາທ່ານ ເອັນໂກຣອນ ແລະ ໄອຍະການສູງສຸດລັດນິວຢອກ ທ່ານນາງ ເລທີເຊຍ ເຈມສ໌ ກ່ຽວກັບ ການລຳອຽງທາງການເມືອງຕໍ່ທ່ານ.
ທ່ານໄດ້ສືບຕໍ່ການຕຳໜິຕ່າງໆຢູ່ບ່ອນໃຫ້ການພະຍານ, ເຊິ່ງທ່ານໄດ້ກ່າວຫາບັນດາເຈົ້າໜ້າທີ່ກົດໝາຍ ກ່ຽວກັບ ການໃຫ້ຄວາມສົນໃຈຢ່າງໃກ້ຊິດເກີນຄວນຕໍ່ທຸລະກິດຂອງທ່ານ ຫຼັງຈາກທ່ານໄດ້ຊະນະການເລືອກຕັ້ງປະທານາທິບໍດີໃນປີ 2016.