ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ເກັບພາສີ ຢ່າງໜັກ ຕໍ່ການນຳເຂົ້າ ​​ແຜ່ນ​ພະລັງງານ ​ແສງຕາ​ເວັນ ແລະ​ຈັກຊັກ​ເຄື່ອງ


ພວກພະນັກງານພາກັນຍ່າງຜ່ານ ແຜ່ນເກັບພະລັງງານແສງຕາເວັນ ທີ່ເມືອງດິກສັນ ລັດຄາລີຟໍເນຍ.
ພວກພະນັກງານພາກັນຍ່າງຜ່ານ ແຜ່ນເກັບພະລັງງານແສງຕາເວັນ ທີ່ເມືອງດິກສັນ ລັດຄາລີຟໍເນຍ.

ປະທານາທິບໍດີ​ ດໍ​ໂນ​ລ ທຣໍາ ​ໄດ້ເກັບ​ພາສີໜັກ ຕໍ່ແຜ່ນ​ພະລັງງານ​ແສງຕາ​ເວັນ ​ທີ່ນຳ
ເຂົ້າ ແລະ​ຈັກຊັກ​ເຄື່ອງ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍແນ​ໃສ່​ເພື່ອປົກ​ປ້ອງ​ອຸດ​ສາ​ຫະກຳຂອງ​ ສະຫະລັດ.

ຫ້ອງການຜູ້​ຕາງໜ້າ​ການ​ຄ້າ​ສະຫະລັດ ​ໄດ້​ສະ​ເໜີແນະ​ຕໍ່​ປະທານາທິບໍດີ​ກ່ຽວກັບການ
​ເກັບ​ພາສີດັ່ງກ່າວ​.

ຫ້ອງການຜູ້ຕາງໜ້າ ເວົ້າ​ວ່າ ​ກຳມາທິການທາງດ້ານການ​ຄ້າ​ສາກົນຂອງສະຫະລັດຊຶ່ງ
ເປັນອົງການອິດສະຫຼະ ພົບ​ເຫັນ​ວ່າ ການນຳ​ເຂົ້າ​ດັ່ງກ່າວ ​ໄດ້ “​ສ້າງ​ຄວາມ ​ເສຍ​ຫາຍ
ຢ່າງ​ຮ້າຍ​ແຮງ ​ຕໍ່​ອຸດສາຫະກຳ​ພາຍ​ໃນ​ປະ​ເທດ.”

ຜູ້ຕາງໜ້າ​ທາງດ້ານການ​ຄ້າ​ສະຫະລັດ ທ່ານ​ໂຣ​ເບີດ ​ໄລ​ທີ​ເຊີ ກ່າວ​ໃນວັນ​ຈັນ​ວານ​ນີ້​ວ່າ “ການເອົາມາດຕະການຂອງປະ​ທາ​ນາ​ທິບໍດີ​ສະແດງໃຫ້ເຫັນຢ່າງຈະ ແຈ້ງ​ອີກ​ວ່າ ລັດ
ຖະບານ​ທ່ານ​ທຣໍາ ຈະປົກ​ປ້ອງແຮງ​ງານ​ ຊາວນາ ຊາວ​ສວນ ​ແລະ​ທຸລະ​ກິດ​ຕ່າງ​ໆ ຂອງ
ອາ​ເມຣິກັນ​ຢູ່​ສະ​ເໝີ.”

ປະທານາທິບໍດີ​ທຣໍາ ​ມັກໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢູ່​ເລື້ອຍໆວ່າ ຈະເອົາມາດຕະການທີ່​ເຄັ່ງ​ຄັດ
​ກັບ​ຈີນ ​ແລະ​ບັນດາ​ຜູ້​ສົ່ງ​ອອກອື່ນໆ ທີ່​ທ່ານ​ກ່າວ​ວ່າ ທຳການ​ແຂ່ງຂັນ​ບໍ່​ທ່ຽງ​ທຳກັບ​ອຸດ​
ສາ​ຫະກຳສະຫະລັດ.

ການ​ເກັບ​ພາສີ​ເລີ້ິມຢູ່ໃນລະດັບ 30 ​ເປີ​ເຊັນ ​ສຳລັບແຜ່ນຮັບ​ແສງຕາ​ເວັນ ​ແລະ​ຫລຸດ​
ລົງໃນ​ເວລາ​ຕໍ່​ມາ. ກ່ຽວກັບ​ການນຳເຂົ້າ​ຈັກຊັກ​ເຄື່ອງນັ້ນ ​ແມ່ນເລີ້ມ​ໃນລະດັບ 20 ​ເປີ​ເຊັນສຳລັບຈັກຊັກເຄື່ອງ 1 ລ້ານ 2 ​ແສນ​ໜ່ວຍທຳ​ອິດ ​ແລະ​ຖີບ ຂຶ້ນສູ່ລະດັບ 50 ​ເປີ
​ເຊັນກ່ອນ​ທີ່​ຈະ​ຫລຸດ​ລົງ.

​ບໍ​ລິ​ສັດ​ຜະລິດ​ແຜ່ນ​ແສງ​ພະລັງງາ​ນຕາ​ເວັນ 2 ບໍລິສັດໄດ້​ຊອກ​ຫາ​ຊ່ອງທາງໃຫ້ ມີການ
​ເກັບ​ພາສີ​ສູງ​ຂຶ້ນ​ເພື່ອ​ປົກປ້ອງ​ເຂົາ​ເຈົ້າ​ຈາກ​ການ​ແຂ່ງຂັນ ​ໂດຍ​ສິນຄ້າາຂາເຂົ້າລາຄາ
ຖືກ ​ໃນຄວາ​ມຫ​ວັງເພື່ອຈະຟື້ນຟູ​ບໍລິສັດ​ທີ່ມີ​ບັນ​ຫາຂອງເຂົາເຈົ້າ.

ອຸດສາຫະກຳ​ພະລັງ​ງານ​ແສງຕາ​ເວັນ​ມູນ​ຄ່າ 28 ພັນ​ລ້ານ​ໂດ​ລາ ມີ​ພະນັກ​ງານ 260,
000 ຄົນ​ຢູ່​ໃນ​ສະຫະລັດ. ​ແຕ່​ກຸ່ມອຸດສາຫະກຳ​ແສງຕາ​ເວັນກ່າວ​ວ່າ ພຽງແຕ່​ພາກສ່ວນ
ນຶ່ງຂອງ​ພະນັກງານໃນ​ອຸດສາຫະກຳດັ່ງກ່າວ ທີ່​ເຮັດແຕ່​ແຜ່ນ​ແສງ ຕາ​ເວັນ. ລາຍງານ
​ກ່າວ​ວ່າ ສ່ວນ​ທີ່​ເຫລືອ​ນັ້ນໄດ້ຕິດ​ຕັ້ງ​ແຜ່ນຮັບແສງຕາເວັນ​ຢູ່​ຕາມ​ບ້ານ​ເຮືອນ ​ແລະ​ທຸລະ
​ກິດ​ຕ່າງໆ ​ທີ່ໄດ້​ຜະລິດ​ຢູ່​ໃນ​ສະຫະລັດຫຼື​ແຫ່ງ​ອື່ນໆ.

ສະມາຄົມ​ອຸດສາຫະກຳ​ພະລັງງານ​ແສງຕາ​ເວັນ ກ່າວ​ວ່າ ການ​ເກັບ​ພາສີ​ໃໝ່ນີ້ຈະເຮັດ
ໃຫ້ສະຫະລັດສູນເສຍຫຼາຍພັນໜ້າ​ວຽກ ​ແລະ​ມີການຊັກ​ຊ້າ ຫລືບໍ່ກໍຍົກ​ເລີກການລົງທຶນ
ໃນພະລັງງານທີ່ສະອາດຫລາຍ​ພັນ​ລ້ານ​ໂດ​ລາ​.

ຈີນ ​ແລະ​ປະ​ເທດ​ອື່ນໆ​ທີ່​ປະ​ເຊີນ​ໜ້າ​ກັບການເກັບ​ພາສີ​ໃໝ່ເຫຼົ່ານີ້ ອາດຈະ​ທ້າ ທາຍ​ຕໍ່
ການ​ຕັດ​ສິນ​ໃຈດັ່ງກ່າວ ​ຢູ່ທີ່​ອົງການ​ການ​ຄ້າ​ໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG