ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມັນເປັນຄຳປາໄສ ຂອງ ປ. ທຣຳ ແຕ່ ພວກແມ່ຍິງ ກໍມີ ຄວາມເຫັນ ເຊັ່ນກັນ


It's Trump's Speech, but Women Have a Message, Too
please wait

No media source currently available

0:00 0:02:51 0:00

ເຊີນຊົມ ວີດີໂອ ກ່ຽວກັບລາຍງານນີ້

ໃນວັນອັງຄານມື້ນີ້ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມີກຳນົດຈະກ່າວຄຳ
ປາໄສ ຄັ້ງທີສອງ ກ່ຽວກັບ ສະພາບການຂອງປະເທດຊາດ ໂດຍຈະກ່າວຖະແຫລງຕໍ່ໜ້າ
ຄະນະລັດຖະສະພາຊຸດໃໝ່ ທີ່ມີຈຳນວນ ສະມາຊິກຈາກຊົນກຸ່ມນ້ອຍ ແລະເພດຍິງ ຫຼາຍ
ເປັນປະຫວັດການ.

ໂດຍຈະມີປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ນັ່ງຢູ່ດ້ານຫຼັງ ທ່ານ ທຣຳ ໃນ
ລະຫວ່າງ ການກ່າວຄຳປາໄສ ຢູ່ນັ້ນ ຜູ້ທີ່ໄດ້ປຸ້ມລຸມບັນດາສະມາຊິກສະພາຕ່ຳ ສັງກັດພັກ
ເດໂມແຄຣັດ ໃຫ້ສາມັກຄີກັນ ເພື່ອຕໍ່ຕ້ານ ທ່ານປະທານາທິບໍດີ ໃນການຕໍ່ສູ້ຢ່າງເດັດດ່ຽວ
ເລື້ອງທຶນໃຊ້ຈ່າຍສຳລັບກຳແພງ ທີ່ໄດ້ກໍ່ໃຫ້ເກີດມີການປິດລັດຖະບານ ໃນບາງສ່ວນ
ທີ່ແກ່ຍາວດົນທີ່ສຸດ ໃນປະຫວັດສາດຂອງປະເທດ.

ການກ່າວຄຳປາໄສ ທີ່ຈະມີຂຶ້ນນີ້ ແມ່ນລ້າຊ້ານຶ່ງສັບປະດາ ອີງຕາມກຳນົດທີ່ໄດ້ວາງ
ເອົາໄວ້ ໃນເບື້ອງຕົ້ນ ໃນວັນທີ 29 ມັງກອນ ຫຼັງຈາກທີ່ ທ່ານນາງ ເພໂລຊີ ໄດ້ກີດກັ້ນ
ທ່ານ ທຣຳ ບໍ່ໃຫ້ທ່ານກ່າວຄຳປາໄສ ຈົນກວ່າວ່າລັດຖະບານ ຈະເປີດຄືນໃໝ່.

ສ່ວນຫົວຂໍ້ຂອງຄຳປາໄສ ໃນປີນີ້ ອີງຕາມເຈົ້າໜ້າທີ່ອາວຸໂສ ຂອງທຳນຽບຂາວແລ້ວ ຈະ
ແມ່ນ “ການເລືອກເອົາຄວາມຍິ່ງໃຫຍ່.”

ອີງຕາມເຈົ້າໜ້າທີ່ທ່ານນີ້ ທ່ານປະທານາທິບໍດີ ຈະແຈ້ງລາຍລະອຽດເຖິງ ຈຸດຢືນຂອງ
ທ່ານ ກ່ຽວກັບ ຄົນເຂົ້າເມືອງ ແລະ ຄວາມປອດໄພຢູ່ຊາຍແດນ, ກ່ຽວກັບການປົກປ້ອງ
ພວກຄົນງານ ອາເມຣິກັນ ດ້ວຍຂໍ້ຕົກລົງດ້ານການຄ້າ ກັບຈີນ ແລະ ການສັບປ່ຽນ ຂໍ້ຕົກ
ລົງ ການຄ້າເສລີ ໃນອາເມຣິກາເໜືອ ທີ່ເອີ້ນວ່າ NAFTA ນັ້ນ, ການຫລຸດຜ່ອນຄ່າໃຊ້
ຈ່າຍ ສຳລັບການຮັກສາສຸຂະພາບ ແລະ ຢາຕາມທ່ານໝໍສັ່ງ ພ້ອມກັນນັ້ນ ໃຫ້ຍຸຕິ
ຄວາມພະຍາຍາມ ໃນດ້ານການທູດ ແລະການທະຫານ ໃນທົ່ວໂລກ ທີ່ທ່ານເອີ້ນວ່າ
“ສົງຄາມໃນຕ່າງປະເທດທີ່ບໍ່ມີວັນສິ້ນສຸດ.”

ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວອີກວ່າ ທ່ານປະທານາທິບໍດີ ຈະກ່າວຄຳປາໄສ ໃນທຳນອງ
ທີ່ “ສ້າງຄວາມສາມັກຄີ ໃຫ້ສອງພັກການເມືອງຕົກລົງຮ່ວມມືກັນ ແລະມີຄວາມ
ຫວັງໃນແງ່ດີ.”

ແຕ່ບັນດານັກຊ່ຽວຊານ ແມ່ນມີຄວາມສົງໄສ ແລະ ປະເມີນວ່າ ເປົ້າໝາຍຂອງທ່ານ ທຣຳ
ຈະເປັນແຜນການສະທ້ອນໃຫ້ເຫັນເຖິງກຳລັງ ສຳລັບຖານທີ່ໝັ້ນ ພວກສະໜັບສະໜຸນ
ຂອງເພິ່ນ.

ທ່ານ ບີສລີ ກ່າວວ່າ “ພວກເຮົາຍັງສາມາດຄາດໝາຍໄດ້ວ່າ ທ່ານ ຈະມີບາງສ່ວນ
ຂອງນ້ຳສຽງ ໃນການໂຄສະນາຫາສຽງ ນຳດ້ວຍ.”

ບໍ່ປາກົດວ່າ ປະທານາທິບໍດີ ທຣຳ ຈະສ້າງໃຫ້ມີບັນຍາກາດທີ່ສະຫງົບງຽບເລີຍ ກ່ອນໜ້າ
ການກ່າວຄຳປາໄສ ໂດຍການກ່າວໂຈມຕີ ກຸ່ມຝ່າຍຄ້ານຂອງທ່ານ ໃນທວີດເຕີ ກ່ຽວກັບ
ຄວາມປອດໄພຢູ່ຊາຍແດນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG