ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ສະຫະລັດ ກ່າວຕໍ່ ປ. ເກົາຫຼີໃຕ້ວ່າ ຕົນເປີດ ກວ້າງ ສຳລັບການເຈລະຈາ ກັບເກົາຫຼີເໜືອ ໃນເວລາອັນຄວນ


ພວກຜູ້ຄົນພາກັນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນປ. ສະຫະລັດ ທ່ານດໍໂນລ ທຣຳ ກັບ ຜູ້ນຳ ຄິມ ຈົງ ອຶນ ໃນສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ, ເກົາຫຼີ, 29 ກັນຍາ 2017.
ພວກຜູ້ຄົນພາກັນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນປ. ສະຫະລັດ ທ່ານດໍໂນລ ທຣຳ ກັບ ຜູ້ນຳ ຄິມ ຈົງ ອຶນ ໃນສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ, ເກົາຫຼີ, 29 ກັນຍາ 2017.

​ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ກ່າວ​ວ່າ ທ່ານ​ແມ່ນ​ເປີດ​ກ້ວາງ​ຕໍ່​ການ​ເຈລະ
ຈາ​ກັບ​ເກົາຫຼີ​ເໜືອ “​ໃນ​ເວລາ​ອັນ​ຄວນ.”

​ໃນ​ການ​ໂອ້​ລົ​ມສົນທະນາທາງ​ໂທລະສັບ ​ກັບ​ປະທານາ​ທິບໍດີເກົາຫຼີ​ໃຕ້ ທ່ານ ມູນ ​ແຈ-​ອິນ
​ໃນ​ວັນ​ພຸດ​ວານ​ນີ້, ທ່ານ​ທຣຳ ​ໄດ້ “ສະ​ແດງ​ອອກ​ເຖິງ​ຄວາມ​ເປີດ​ໃຈ ​ທີ່​ຈະ​ຈັດ​ໃຫ້​ມີ
​ການເຈລະຈາ​ລະຫວ່າງ​ສະຫະລັດ ກັບເກົາຫຼີ​ເໜືອ ​ໃນ​ເວລາ​ອັນ​ເໝາະ​ສົມ ພາ​ຍໃຕ້
ສະພາບ​ການທີ່​ເຫັນ​ສົມຄວນ,”
ອີງ​ຕາມລາຍ​ງານ​ກ່ຽວກັບການໂອ້ລົມຂອງ​ທຳນຽບຂາວ.

ລາຍງານກ່າວຕື່ມວ່າ “ພວກ​ສອງຜູ້​ນຳ ​ໄດ້ກ່າວ​ເນັ້ນ​ເຖິງຄວາມ​ສຳຄັນ ​ຂອງ​ການ​ສືບ
​ຕໍ່ກົດ​ດັນ​ສູງ​ສຸດໃນການປຸກລະດົມຕ້ານ​ເກົາ​ຫຼີເໜືອ.” ​

ທຳນຽບຂອງປະທານາ​ທິບໍດີ ມູນ ຂັ້ນຕົ້ນ ​ໄດ້​ລາຍ​ງານກ່ຽວກັບ​ການ​ສົນທະນາ ທີ່​ມີ​ຂຶ້ນ​
ນຶ່ງ​ມື້ຫຼັງ​ຈາກ​ເກົາ​ຫຼີເໜືອ​ແລະ​ເກົາ​ຫຼີ​ໃຕ້​ໄດ້ເຈລະຈາ​ກັນ​ຄັ້ງ​ທຳ​ອິດ ​ໃນ​ຮອບ 2 ປີ. ​
ຖະ​ແຫຼງການ​ຂອງເກົາ​ຫຼີ​ໃຕ້​ໄດ້​ກ່າວ ທ່ານ​ທຣຳ​ໄດ້​ຕົກລົງ​ວ່າ ຈະ​ບໍ່​ມີ​ການ​ເອົາ​ບາດ
ກ້າວ​ທາງ​ທະຫານໃດ​ໆ ໃນ​ຂະນະທີ່​ມີ​ການ​ເຈລະຈາ​ກັນຢູ່ນັ້ນ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫຼງການໃນກອງປະຊຸມຖະແຫຼງຂ່າວ ທີ່ຫ້ອງກ້ຳຕາເວັນອອກໃນທຳນຽບຂາວ, 10 ມັງກອນ 2018, ທີ່ວໍຊີງຕັນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫຼງການໃນກອງປະຊຸມຖະແຫຼງຂ່າວ ທີ່ຫ້ອງກ້ຳຕາເວັນອອກໃນທຳນຽບຂາວ, 10 ມັງກອນ 2018, ທີ່ວໍຊີງຕັນ.


ທ່ານທຣຳ ​ແລະ​ທ່ານ​ມູນ ​ຕ່າງກໍໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ໃນ​ວັນ​ພຸດວານນີ້
​ໃນ​ອັນ​ທີ່ພວກ​ທ່ານໄດ້ກ່າວເຖິງໂອກາດ ທີ່ຈະ​ມີ​ສະຖຽນລະ​ພາບ​ຕື່ມຂຶ້ນ​ໃນ​ແຫຼມ​ເກົາ​ຫຼີ,
ບ່ອນ​ທີ່​ຄວາມ​ເຄັ່ງ​ຕຶງ​ໄດ້ເພີ້ມທະວີຂຶ້​ນສູ່ລະດັບສູງສຸດ ໄດ້ຫຼາຍ​ເດືອນ​ແລ້ວ.

ທ່ານ​ທຣຳ ທີ່ຢືນ​ຄຽງ​ຂ້າງ​ກັບ​ນາຍົກລັດຖະມົນຕີນໍຣ​ເວ ທ່ານ ອີມາ ​ໂຊ​ລ​ເບີກ ທີ່ຫ້ອງ
​ກ້ຳຕາເວັນອອກໃນ​ທຳນຽບຂາວ ​ໄດ້​ກ່າວ​ວ່າ ທ່ານ​ມີຄວາມຫວັງ ​ໃນ​ຍຸກສະໄໝ​ຂອງ​
“ສັນຕິ ພາບຜ່ານ​ຄວາມ​ເຂັ້ມ​ແຂງ” ​ໃນ​ຂະນະ​ທີ່​ທ່ານ​ເປັນຜູ້ກຳກັບນຳການເສີມ​ຄວາມ
ເຂັ້ມແຂງ​ໃຫ້ແກ່ກອງ​ກຳລັງ​ທະຫານ​ສະຫະລັດ.

“ຂ້າພະ​ເຈົ້າ ຄິດ​ວ່າ ພວກ​ເຮົາ​ຈະ​ມີ​ສັນຕິພາບ ​ເປັນ​ເວລາ​ຍາວ​ນານ. ຂ້າພະ​ເຈົ້າ​
ຫວັງ​ວ່າພວກ​ເຮົາ​ຈະ​ມີ​,”
ທ່ານ​ທຣຳ ​ໄດ້​ກ່າວ​ເຊັ່ນ​ນັ້ນ ​ແລະ​ກ່າວ​ເພີ່ມ​ຕື່ມ​ວ່າ “​ແນ່ນອນ
ພວກ​ເຮົາມີ​ບັນຫາ ກັບ​ເກົາຫຼີ​ເໜືອ, ​ແຕ່​ວ່າ ການ​ເຈ​ລະຈາ​ທີ່​ດີ ​ແມ່ນ​ກຳລັງ​ດຳ​ເນີນ​
ໄປ​ຢູ່​ໃນ​ຂະນະ​ນີ້...ຂ້າພະ​ເຈົ້າແນມເຫັນພະລັງງານທີ່​ດີ. ຂ້າພະ​ເຈົ້າ​ມັກຫຼາຍ​ໃນ
​ສີ່​ງທີ່​ຂ້າພະ​ເຈົ້າ​ເຫັນ.”

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ​ທີ່ນະຄອນຫຼວງ​ໂຊ​ລ ນຶ່ງ​ມື້ກ່ອນ​ໜ້າ​ນີ້, ທ່ານ​ມູນ ​ໄດ້​ກ່າວ​
ຂອບ​ໃຈ​ຕໍ່​ທ່ານ​ທຣຳ ທີ່​ໄດ້ຊ່ອຍ​ຈັດ​ແຈ​ງ​ກ່ຽວກັບ​ການ​ເຈລະຈາ​ໃນ​ວັນ​ອັງຄານ​ຜ່ານ​ມາ
​ນີ້​ລະຫວ່າງ​ສອງ​ເກົາຫຼີ ​ໂດຍ​ການ​ກົດ​ດັນໃຫ້​ມີ​ການ​ລົງ​ໂທດ​ເພີ່ມ​ຂຶ້ນ ຕໍ່​ຜູ້ນຳ​ເກົາຫຼີ​ເໜືອ.​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຕອບຄຳຖາມພວກນັກຂ່າວ ໃນກອງປະຊຸມຖະແຫຼງຂ່າວທີ່ທຳນຽບປະທານາທິບໍດີສີຟ້າ ໃນໂຊລ, ເກົາຫຼີໃຕ້, 10 ມັງກອນ 2018.
ປະທານາທິບໍດີເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຕອບຄຳຖາມພວກນັກຂ່າວ ໃນກອງປະຊຸມຖະແຫຼງຂ່າວທີ່ທຳນຽບປະທານາທິບໍດີສີຟ້າ ໃນໂຊລ, ເກົາຫຼີໃຕ້, 10 ມັງກອນ 2018.

XS
SM
MD
LG