ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ປ. ທຣຳ ແລະ ປະທານາທິບໍດີ ຄົນໃໝ່ ຂອງ ເກົາຫຼີໃຕ້ ຕົກລົງ ຈະຮ່ວມມືກັນ


ປ. ດໍໂນລ ທຣຳ (ຊ້າຍ) ແລະ ປະທານາທິບໍດີ ຄົນໃໝ່ ຂອງເກົາຫຼີໃຕ້ ທ່ານ ມູນແຈອິນ (ຂວາ).

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ແລະ​ປະທານາທິບໍດີ​ຄົນ​ໃໝ່ຂອງເກົາຫຼີ​
ໃຕ້ ທ່ານ​ມູນ​ແຈ​ອິນ ​ໄດ້​ຕົກລົງ​ໃນ​ລະຫວ່າງ​ການ​ໂທລະສັບ​ໂອ້​ລົມ​ກັນ​ໃນວັນ​ພຸດ​ວານ​
ນີ້ ທີ່​ຈະ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ ໃນ​ການ​ຮັບ​ມື ​ກັບ​ໂຄງການ​ສ້າງ​ອາວຸດນິວ​ເຄລຍຂອງ
​ເກົາ​ຫຼີ​ເໜືອ.

​ເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້ກ່າວ​ວ່າ ທ່ານ​ທຣຳ​ໃນ​ລະຫວ່າງ​ການ​ໂທລະສັບໄປ​ໂອ້​ລົມ​ໃນ​ວັນ​ສາບານໂຕ ​ເຂົ້າຮັບ​ຕຳ​ແໜ່​ງ ຂອງ​ທ່ານ​ມູນ ​ໄດ້​ກ່າວ​ເຖິງ​ ບັນຫາ​ຕ່າງໆ ​ທີ່​ພົວພັນ​ກັບ
​ຄວາມ​ໄຝ່ຝັນ​ທາງ​ດ້ານ​ທະຫານ​ຂອງ​ພຽງ​ຢາງ​ນັ້ນວ່າ​ ເປັນ​ບັນຫາ ​ທີ່​ສະ​ລັບຊັບຊ້ອນ ​
ແຕ່​ກໍ​ສາມາດ​ທີ່​ຈະ​ແກ້​ໄຂ​ໄດ້.

ທ່ານ​ທຣຳກ່າວ​ວ່າ ຄວາມ​ສຳພັນ​ລະຫວ່າງ​ສະຫະລັດ​ກັບ​ເກົາຫຼີ​ໃຕ້ຊຶ່ງ​ເປັນ​ປ້ອມປ້ອງ
​ກັນຕໍ່​ໄພ​ຂົ່ມຂູ່​ຂອງ​ເກົາຫລີ​ເໜືອມາ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ ​ແມ່ນ​ຍັງ​ເຂັ້ມ​ແຂງຢູ່
​ແລະໄດ້​ເຊື້ອເຊີນ​ທ່ານ​ມູນ ​ໃຫ້​ເດີນທາງ​ມາ​ຢ້ຽມຢາມນະຄອນຫຼວງ​ວໍ​ຊິງ​ຕັນ ອີງ​ຕາມ
​ຄຳຖະ​ແຫຼງຂອງ​ທຳນຽບປະທານາທິບໍດີ​ເກົາຫຼີ​ໃຕ້.

ຂ່າວໂທລະພາບ ລາຍງານກ່ຽວກັບລູກສອນໄຟ ຂອງເກົາຫຼີເໜືອ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນນະຄອນຫຼວງໂຊລ
ຂ່າວໂທລະພາບ ລາຍງານກ່ຽວກັບລູກສອນໄຟ ຂອງເກົາຫຼີເໜືອ ທີ່ສະຖານີລົດໄຟແຫ່ງນຶ່ງ ໃນນະຄອນຫຼວງໂຊລ

ແຕ່​ແນວ​ໃດ​ກໍ​ຕາມ ຜູ້ນຳ​ຄົນ​ໃໝ່​ຂອງ​ເກົາຫຼີ​ໃຕ້ ​ໄດ້​ເອົາ​ທ່າ​ທີ​ແບບ​ປານີ​ປານ​ອມຕໍ່​ເກົາ
ຫຼີ​ເໜືອ​ຫຼາຍກວ່າ​ທ່ານ​ທຣຳຊຶ່ງ​ໄດ້​ສົ່ງ​ກຸ່ມໂຈມ​ຕີ​ຂອງ​ກອງທັບ​ເຮືອ​ໄປ​ຍັງເຂດ​ນ່ານນ້ຳ​
ນອກ​ແຄມ​ຝັ່ງ​ຂອງ​ແຫຼມ​ເກົາຫຼີ ​ເພື່ອ​ເຕືອນ​ເກົາຫຼີ​ເໜືອ ​ກ່ຽວ​ກັບ​ການສ້າງ​ລູກ​ສອນ​ໄຟ
​ຕິດ​ຫົວ​ລະ​ເບີດ​ນິວ​ເຄລຍ. ທ່ານ​ທຣຳຍັງຢາກ​ໃຫ້​ລົງ​ໂທດ​ອຳນາດການ​ປົກຄອງເກົາຫຼີ
​ເໜືອ​ຂອງ​ກິມຈົງ​ອຸນຕື່ມແລະ​ເຮັດ​ໃຫ້​ປະ​ເທດ​ຄອມ​ມູນິສດັ່ງກ່າວ​ຢູ່​ຢ່າງ​ໂດດດ່ຽວ​ເພີ້ມ
ຂຶ້ນ.

ການ​ເຂົ້າກຳ​ອຳນາດ​ ຂອງ​ທ່ານ​ມູນ​ ເຮັດ​ໃຫ້ການ​ປົກຄອງ​ ຂອງ​ພວກ​ນິຍົມ​ແນວທາງ
​ເດີມຫົວ​ແຂງ​ກະດ້າງ​ ໃນ​ເກົາຫຼີ​ໃຕ້​ ທີ່​ມີ​ມາ​ເປັນ​ເວລາ​ເກືອບ​ນຶ່ງ​ທົດສະວັດ​ ສິ້ນສຸດ​ລົງ ​
ໂດຍ​ທີ່​ໃນ​ຊຸມ​ປີຜ່ານມາ ໂຊ​ລ​ໄດ້​ເພັ່ງ​ເລັງ​ໃສ່​ການ​ກົດ​ດັນ​ໃຫ້​ເກົາຫຼີ​ເໜືອຢຸດ​ເຊົາ​ໂຄງ
ການ​ສ້າງ​ອາວຸດ​ນິວ​ເຄລຍ.

ຊາວເກົາຫຼີໃຕ້ ປະທ້ວງ ການຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟ THADD.
ຊາວເກົາຫຼີໃຕ້ ປະທ້ວງ ການຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟ THADD.

ທ່ານ​ມູນ ກ່າວ​ໃນ​ຄຳ​ປາ​ໄສ​ເຂົ້າຮັບ​ຕຳ​ແໜ່​ງຂອງ​ທ່ານ​ວ່າ “ຖ້າ​ຫາກ​ຈຳ​ເປັນ​ຂ້າພະ​ເຈົ້າ
ຈະ​ບິນ​ໂດຍ​ກົງ​ ໄປ​ວໍ​ຊິງ​ຕັນ. ຂ້າພະ​ເຈົ້າ ຈະ​ໄປ​ປັກ​ກິ່ງ​ ແລະ​ໂຕ​ກຽວ ​ແລະຖ້າ​ເງື່ອນ​ໄຂ​
ຕ່າງໆ ​ຫາກ​ອຳນວຍໃຫ້ແລ້ວ ຂ້າ​ພະ​ເຈົ້າ ຈະ​ໄປ​ພຽງ​ຢາງ. ​ເພື່ອ​ຈະນຳເອົາ​ ສັນຕິພາບ ​
ແລະ​ຄວາມ​ໝັ້ນຄົງ​ ມາສູ່​ແຫຼມ​ເກົາຫຼີ ຂ້າພະ​ເຈົ້າ ຈະ​ເຮັດ​ທຸກ​ສິ່ງ​ທຸກຢ່າ ງ​ທີ່​ຂ້າພະ​ເຈົ້າ
ສາມາດ​ເຮັດ​ໄດ້.”

ນອກ​ນັ້ນ ຜູ້ນຳ​ຄົນ​ໃໝ່​ຂອງ​ເກົາຫຼີ​ໃຕ້​ຍັງມີ​ຄວາມ​ລັງ​ເລ​ໃຈ​ກ່ຽວ​ກັບ​ການ​ຕິດຕັ້ງລະບົບ
ປ້ອງ​ກັນ​ລູກ​ສອນ​ໄຟ THAAD ຊຶ່ງ​ຫວ່າງ​ບໍ່​ດົນ​ຜ່ານມານີ້ ທ່ານ​ທຣຳ ​ໄດ້​ຮຽກຮ້ອງ​ໃຫ້
​ເກົາຫຼີ​ໃຕ້​ຈ່າຍ​ເງິນ​ເພີ້ມ 1 ຕື້​ໂດ​ລາ ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ. ພ້ອມ​ດຽວກັນນີ້ ຈີນ​ຍັງ​
ໄດ້​ຄັດຄ້ານ​ຕໍ່​ການ​ຕິດຕັ້ງອາວຸດ​ທີ່​ທັນ​ສະ​ໄໝ​ດັ່ງກ່າວວ່າ ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຂົງ​ເຂດ​ແລະ​
ໄດ້​ທຳ​ການ​ຕອບໂຕ້​ຕໍ່​ເກົາຫຼີ​ໃຕ້​ໂດຍ​ຈຳກັດ​ພວກ​ນັກ​ທ່ອງ​ທ່ຽວ​ແລະ​ການ​ນຳ​ເຂົ້າຈາກ
​ເກົາຫຼີ​ໃຕ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG