ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ສະແດງໃຫ້ເຫັນເຖິງສັນຍານການຟື້ນຟູ ສາຍພົວພັນ ສະຫະລັດ-ຫວຽດນາມ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ (ຊ້າຍ) ກັບ ນາຍົກລັດຖະມົນຕີ ຫວຽດນາມ ທ່ານ ຫງວຽນ ຊ່ວນ ຟຸກ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ (ຊ້າຍ) ກັບ ນາຍົກລັດຖະມົນຕີ ຫວຽດນາມ ທ່ານ ຫງວຽນ ຊ່ວນ ຟຸກ.

ຫວຽດນາມ ກຳລັງເພັ່ງເລັງໃສ່ໂອກາດທີ່ຈະເລີ່ມສາຍພົວພັນການຄ້າ ແລະ ຄວາມໝັ້ນ
ຄົງກັບ ສະຫະລັດ ໃນຂະນະທີ່ກຳລັງທົບທວນເບິ່ງສິ່ງຊັກຈູງທີ່ດຶງດູດຈິດໃຈຂອງຄູ່ແຂ່ງ
ຂັນເກົ່າ ເຊັ່ນ ຈີນ, ລຸນຫຼັງການທາບທາມຄັ້ງໃໝ່ ຈາກລັດຖະບານຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ.

ນັກວິເຄາະກ່າວວ່າ ຈົດໝາຍຈາກປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຫາຄູ່
ຮ່ວມຕຳແໜ່ງ ຫວຽດນາມ ທ່ານ Tran Dai Quang ໄດ້ສະເໜີວ່າ ການຮ່ວມມືສອງ
ຝ່າຍ ທີ່ຫຼາຍກວ່າເກົ່າ ຄົງຈະຫຼຸດຜ່ອນຄວາມເປັນຫ່ວງ ໃນ ຮາໂນ່ຍ ທີ່ ວໍຊິງຕັນ ໄດ້ຢຸດ
ການຊ່ວຍເຫຼືອ ສຳລັບປະເທດຕາເວັນອອກສຽງໃຕ້ແຫ່ງນັ້ນ, ເຖິງແມ່ນມັນເບິ່ງຄືວ່າ
ຈະມີການປະກາດເຖິງຄວາມກ້າວໜ້າໃດໆໃນທັນທີກໍຕາມ.

ບໍ່ມີເຈົ້າໜ້າທີ່ ສະຫະລັດ ຄົນໃດ ໄດ້ໃຫ້ຄຳເຫັນ ກ່ຽວກັບ ບັນຫາດັ່ງກ່າວ.

ບັນດານັກສັງເກດການເຊື່ອວ່າ ຮາໂນ່ຍ ຫວັງວ່າ ຈົດໝາຍດັ່ງກ່າວທີ່ຖືກເປີດເຜີຍໃນສື່
ມວນຊົນ ຫວຽດນາມ ສັບປະດາແລ້ວນີ້, ຈະໝາຍຄວາມວ່າ ສະຫະລັດ ໃນທີ່ສຸດຈະເຫັນ
ດີກັບການຂະຫຍາຍການຄ້າ ເຖິງແມ່ນວ່າ ຈະມີການຍົກເລີກພາຄີຂ້າມມະຫາສະໝຸດ
ປາຊີຟິກ ຂອງທ່ານ ທຣຳ, ເຊິ່ງແມ່ນຂໍ້ຕົກລົງການຄ້າ 12 ປະເທດທີ່ລວມມີ ຫວຽດນາມ ຢູ່ນຳດ້ວຍນັ້ນ ກໍຕາມ.

ມັນຍັງອາດເປັນສັນຍານການຟື້ນຟູ ຂອງສາຍພົວພັນປ້ອງກັນປະເທດໃໝ່ ກັບ ຫວຽດ
ນາມ ເຊິ່ງຖືກຕັ້ງຂຶ້ນມາ ພາຍໃຕ້ອະດີດປະທານາທິບໍດີ ໂອບາມາ ດ້ວຍ, ໃນຂະນະທີ່
ຈີນ ໄດ້ສົ່ງທະຫານໄປບໍລິເວນມະຫາສະໝຸດທີ່ຖືກອ້າງກຳມະສິດໂດຍ ຮາໂນ່ຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG