ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຂົ່ມຂູ່ຈະຖອນ ການອະນຸມັດ ດ້ານຄວາມປອດໄພ ຂອງບັນດາເຈົ້າໜ້າທີ ກະຊວງຍຸຕິທຳ


ປະທານາທິບໍດີ ດໍໂນລ ທຣໍາ ກ່າວຕໍ່ບັນດານັກຂ່າວຢູ່ ທຳນຽບຂາວ ວັນທີ 17, ສິງຫາ 2018.
ປະທານາທິບໍດີ ດໍໂນລ ທຣໍາ ກ່າວຕໍ່ບັນດານັກຂ່າວຢູ່ ທຳນຽບຂາວ ວັນທີ 17, ສິງຫາ 2018.

ຄວາມເຄັ່ງຕຶງ ລະຫວ່າງ ປະຊາຄົມສືບລັບຂອງສະຫະລັດ ແລະ ທຳນຽບຂາວ ແມ່ນ
ໄດ້ເພີ້ມຂຶ້ນຕື່ມອີກ ໂດຍທີ່ປະທານາທິບໍດີ ດໍໂນລ ທຣຳ ແລະອະດີດ ເຈົ້າໜ້າທີ່ສືບ
ລັບລະດັບສູງ ໄດ້ປະທະຄາລົມກັນຢ່າງຮ້ອນແຮງ ໃນສົງຄາມຄຳເວົ້າ ເລື້ອງການອະ
ນຸມັດດ້ານຄວາມປອດໄພ ນັ້ນ.

ທ່ານທຣຳ ໃນວັນສຸກວານນີ້ ໄດ້ເລີ້ມຕົ້ນກ່ອນ ໃນການຕອບໂຕ້ກັນຢ່າງຕໍ່ເນື່ອງ ໂດຍ
ຂົ່ມຂູ່ວ່າ ຈະຖອນການອະນຸມັດດ້ານຄວາມປອດໄພ ຂອງເຈົ້າໜ້າທີ່ກະຊວງຍຸຕິທຳ ຄົນປັດຈຸບັນ ແລະ ກ່າວຕື່ມວ່າ ການຕັດສິນໃຈຂອງທ່ານ ທີ່ຖອນການອະນຸມັດດ້ານ
ຄວາມປອດໄພ ຂອງອະດີດຜູ້ອຳນວຍການ ອົງການສືບລັບ CIA ທ່ານ ຈອນ ເບຣນ
ແນນ (John Brennan) ໄດ້ຮັບ “ການຕອບຮັບທີ່ຫລວງຫຼາຍ.”

ໃນເວລາຕໍ່ມາຂອງມື້ດຽວກັນ ບັນດາອະດີດເຈົ້າໜ້າທີ່ CIA ໄດ້ຕອບໂຕ້ຄືນ ໂດຍມີ
ຫຼາຍກວ່າ 60 ຄົນ ໄດ້ລົງນາມໃນຖະແຫລງການສະບັບນຶ່ງ ທີ່ປະນາມສິ່ງທີ່ພວກເຂົາ
ເຈົ້າ ບັນລະຍາຍວ່າ ເປັນ “ການທົດສອບໃນດ້ານການເມືອງ” ສຳລັບ ພວກນັກຊ່ຽວ
ຊານໃນດ້ານສືບລັບ ແລະຄວາມປອດໄພ.

ເລື້ອງລາວ ຄວາມໂມໂຫຂອງທ່ານທຣຳ ໃນວັນສຸກ ນັ້ນ ກໍແມ່ນວ່າ ເຈົ້າໜ້າທີ່ ຂອງກະ
ຊວງຍຸຕິທຳ ທ່ານ ບຣຸສ ໂອຣ ທີ່ໄດ້ຖືກລະບຸຊື່ ເມື່ອຕົ້ນສັບປະດານີ້ ໂດຍທຳນຽບຂາວ
ວ່າ ເປັນນຶ່ງໃນເກົ້າຄົນ ທີ່ເປັນເຈົ້າໜ້າທີ່ຂອງກະຊວງ ໃນອະດີດ ແລະໃນປັດຈຸບັນ
ແມ່ນໃກ້ຈະຖືກຖອນການອະນຸມັດດ້ານຄວາມປອດໄພ ຂອງພວກເຂົາເຈົ້າ.

ທ່ານໂອຣ ໄດ້ຕົກຢູ່ພາຍໃຕ້ການສືບສວນຢ່າງໜັກ ສຳລັບການຕິດຕໍ່ກັບ ທ່ານ ເກຣນ
ຊິມສັນ ຜູ້ທີ່ເປັນເຈົ້າຂອງ ບໍລິສັດຄົ້ນຄວ້າພັກຝ່າຍຄ້ານ ຊື່ວ່າ Fusion GPS ນັ້ນ ໄດ້
ມີສ່ວນກ່ຽວຂ້ອງ ໃນການຜະລິດ ອັນທີ່ເອີ້ນວ່າ “Steele Dossier” ທີ່ເປັນບົດລາຍງານ
ກ່ຽວກັບ ສາຍສຳພັນຂອງທ່ານທຣຳ ກັບຣັດເຊຍ. ໃນບາງຄັ້ງບາງຄາວ ບໍລິສັດ Fusion
GPS ຍັງໄດ້ວ່າຈ້າງພັນລັນຍາ ຂອງທ່ານໂອຣ ດ້ວຍ.

ອະດີດຫົວໜ້າອົງການສືບລັບ ຫຼື CIA ທ່ານຈອນ ແບຣນອນ ລາຍງານຕໍ່ສະພາ ທີ່ນະຄອນຫຼວງວໍຊິງຕັນ ໃນທີ 23 ພຶດສະພາ 2017.
ອະດີດຫົວໜ້າອົງການສືບລັບ ຫຼື CIA ທ່ານຈອນ ແບຣນອນ ລາຍງານຕໍ່ສະພາ ທີ່ນະຄອນຫຼວງວໍຊິງຕັນ ໃນທີ 23 ພຶດສະພາ 2017.

“ຂ້າພະເຈົ້າສົງໄສວ່າ ຂ້າພະເຈົ້າຈະເອົາມັນໄປໃນທັນທີເລີຍ” ທ່ານທຣຳ ໄດ້ກ່າວບອກ
ບັນດານັກຂ່າວ ຢູ່ດ້ານນອກຂອງທຳນຽບຂາວ ກ່ຽວກັບ ການອະນຸມັດດ້ານຄວາມປອດ
ໄພ ຂອງທ່ານໂອຣ. ທ່ານທຣຳ ກ່າວອີກວ່າ “ສຳລັບຜູ້ກ່ຽວແລ້ວ ທີ່ຢູ່ໃນກະຊວງຍຸຕິທຳ
ແລະ ສິ່ງທີ່ຜູ້ກ່ຽວໄດ້ເຮັດໄປ ອັນນັ້ນເປັນຄວາມອັບອາຍຂາຍໜ້າ.”

ນາຍພົນກອງທັບເຮືອ ທ່ານວິລລຽມ ແມັກເຣເວິນ ຖະແຫຼງການຢູ່ ຄະນະກຳມະການເຣຈັນ ທີ່ລັດເທັກຊັສ ວັນທີ 21 ສິງຫາ 2014.
ນາຍພົນກອງທັບເຮືອ ທ່ານວິລລຽມ ແມັກເຣເວິນ ຖະແຫຼງການຢູ່ ຄະນະກຳມະການເຣຈັນ ທີ່ລັດເທັກຊັສ ວັນທີ 21 ສິງຫາ 2014.

ທ່ານທຣຳ ຍັງໄດ້ເຊື່ອມໂຍງ ທ່ານໂອຣ ກັບໄອຍະການພິເສດ ທ່ານໂຣເບີດ ມັລເລີ ໂດຍເອີ້ນການເຊື່ອມໂຍງນັ້ນ “ເປັນການເສຍສິດ” ສຳລັບ ທ່ານມັລເລີ. ທ່ານມັລເລີ ໄດ້ດຳເນີນການສືບສວນສອບສວນ ການແຊກແຊງການເລືອກຕັ້ງປີ 2016 ໂດຍ
ຣັດເຊຍ ເຊິ່ງທ່ານທຣຳ ເມື່ອວັນສຸກວານນີ້ ໄດ້ເອີ້ນມັນ ວ່າ “ການສ້າງເລື້ອງຈັບຜິດ
ຫຼື witch hunt.”

ອ່ານຂ່າງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG