ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຕັດການຊ່ອຍເຫຼືອ ແກ່ ປາແລສໄຕນ໌ ຫຼາຍກວ່າ 200 ລ້ານ ໂດລາ


ພວກຜູ້ຊາຍ ພາກັນຍົກທຸງຊາດ ປາແລສໄຕນ໌ ຂະນະທີ່ ຂີ່ລົດຈັກ ລຳລຽງຢາງລົດໄປຈູດ ລະຫວ່າງການປະທວ້ງ ຢູ່ຊາຍແດນຕິດກັບອິສຣາແອລ. (ວັນທີ 3 ສິງຫາ 2018)
ພວກຜູ້ຊາຍ ພາກັນຍົກທຸງຊາດ ປາແລສໄຕນ໌ ຂະນະທີ່ ຂີ່ລົດຈັກ ລຳລຽງຢາງລົດໄປຈູດ ລະຫວ່າງການປະທວ້ງ ຢູ່ຊາຍແດນຕິດກັບອິສຣາແອລ. (ວັນທີ 3 ສິງຫາ 2018)

ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ຕັດການຊ່ອຍເຫຼືອທາງດ້ານເສດ
ຖະກິດ ຫຼາຍກວ່າ 200 ລ້ານໂດລາ ແກ່ຊາວປາແລສໄຕນ໌.

ເຈົ້າໜ້າທີ່ຂອງລັດຖະບານສະຫະລັດ ກ່າວໃນວັນສຸກວານນີ້ວ່າ ການຕັດສິນໃຈດັ່ງ
ກ່າວໄດ້ມີຂຶ້ນຫລັງຈາກມີການທົບທວນ ການໃຫ້ເງິນຊ່ອຍເຫຼືອແກ່ໂຄງການຕ່າງໆ
ໃນເຂດແຄມຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ ຫຼືເວສທ໌ແບັງ ແລະເຂດກາຊາ ​ເພື່ອ
ຄ້ຳປະກັນວ່າ ເງິນຊ່ອຍເຫຼືອດັ່ງກ່າວໄດ້ມີການໃຊ້ຈ່າຍສອດຄ່ອງກັບຜົນປະໂຫຍດ
ຂອງສະຫະລັດແລະສະໜອງຄຸນຄ່າຕໍ່ຜູ້ເສຍພາສີຊາວອາເມຣິກັນ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງການຕ່າງປະເທດກ່າວວ່າ ທາງກະຊວງຈະ
ຈັດສົ່ງເງິນຊ່ອຍເຫຼືອເຫຼົ່ານີ້ໄປຍັງ “ໂຄງການຕ່າງໆທີ່ມີຄວາມສຳຄັນສູງຢູ່ບ່ອນອື່ນ.”

ເຈົ້າໜ້າທີ່ກ່າວວ່າ ການຕັດສິນໃຈໃນຄັ້ງນີ້ ແມ່ນໄດ້ພິຈາລະນາເຖິງບັນຫາທ້າທາຍ
ຫຼາຍຢ່າງທີ່ປະຊາຄົມນາໆຊາດກຳລັງປະເຊີນໜ້າຢູ່ໃນການໃຫ້ຄວາມຊ່ອຍເຫຼືອຢູ່
ເຂດກາຊາ ບ່ອນທີ່ “ການຄວບຄຸມຂອງກຸ່ມຮາມາສ ພວມເຮັດໃຫ້ຊີວິດຂອງປະຊາ
ຊົນເຂດກາຊາຕົກຢູ່ໃນອັນຕະລາຍ ແລະເຮັດໃຫ້ສະພາບການ ດ້ານມະນຸດສະທຳ
ພ້ອມທັງສະຖານະການດ້ານເສດຖະກິດທີ່ຮ້າຍແຮງຢູ່ແລ້ວນັ້ນ ຊຸດໂຊມລົງຕື່ມ.”

ກຸ່ມຮາມາສ ຊຶ່ງເປັນກຸ່ມຫົວຮຸນແຮງອິສລາມທີ່ບໍລິຫານງານໃນເຂດກາຊາ ໄດ້ເຂົ້າ
ຢຶດເອົາດິນແດນດັ່ງກ່າວ ໃນປີ 2007 ຈາກອຳນາດການປົກຄອງປາແລສໄຕນ໌ ທີ່
ນາໆຊາດຮັບຮູ້. ການເຂົ້າຢຶດຂອງກຸ່ມຮາມາສ ໄດ້ພາໃຫ້ອິສຣາແອລ ແລະ ອີຈິບ
ທຳການຈຳກັດຮັດແຄບທາງດ້ານເສດຖະກິດຢ່າງແຮງ ຕໍ່ເຂດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG