ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກ ສະພາສູງ ພັກຣີພັບບລິກັນ ກົດດັນ ຕໍ່ໄປ ໃນການລົງຄະແນນສຽງ ກ່ຽວກັບພາສີ


ຈາກຊ້າຍໄປຂວາ ບັນດາສະມາຊິກສະພາສູງຝ່າຍການເງິນ ທ່ານແພຕຣິກ ທູມີ ພັກຣີພັບບລິກັນ ຈາກລັດເພັນຊິນວາເນຍ ສະມາຊິກພັກຣິພັບບລິກັນ ຈາກລັດ ຊາວຄາໂຣໄລນາ ທ່ານທິມ ສະກັອດ ທ່ານ ຈອນສັນ ຄໍຣ໌ນິນ ພັກຣີພັບບລິກັນ ຈາກລັດເທັກຊັສ ແລະທ່ານອໍຣ໌ຣິນ ​ແຮ​ຕສ໌ ຈາກລັດຢູທາ.
ຈາກຊ້າຍໄປຂວາ ບັນດາສະມາຊິກສະພາສູງຝ່າຍການເງິນ ທ່ານແພຕຣິກ ທູມີ ພັກຣີພັບບລິກັນ ຈາກລັດເພັນຊິນວາເນຍ ສະມາຊິກພັກຣິພັບບລິກັນ ຈາກລັດ ຊາວຄາໂຣໄລນາ ທ່ານທິມ ສະກັອດ ທ່ານ ຈອນສັນ ຄໍຣ໌ນິນ ພັກຣີພັບບລິກັນ ຈາກລັດເທັກຊັສ ແລະທ່ານອໍຣ໌ຣິນ ​ແຮ​ຕສ໌ ຈາກລັດຢູທາ.

ຫລັງ​ຈາກ​ປະຊຸມ​ກັບ​ປະທາ​ນາມ​ທິບໍດີ ດໍ​ໂນ​ລ ທຣໍາ ບັນດາ​ສະມາຊິກ​ສະພາສູງ​ພັກຣີ
ພັບ​ບລິກກັນ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ຢືນຢັນ​ເຖິງຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ລົງ​ຄະ​
ແນນ​ສຽງ ໃຫ້ແກ່​ແຜນ​ຕັດພາສີີ​ຄັ້​ງໃຫຍ່​ໃນ​ອາທິດນີ້ ທີ່​ຈະ​ຕັດ​ພາສີ​ບໍລິ ສັດ​ຢ່າງເປັນ
ການ​ຖາວອນ ຕັດ​ພາສີ​ລາຍ​ໄດ້​ຊົ່ວ​ຄາວ​ແລະ​ເພີ້​ມໜີ້ສິນແຫ່ງຊາດ ຂອງສະຫະລັດ
ຫລາຍກວ່າ 1 ພັນ​ຕື້​ໂດ​ລາ.

ຮອງ​ຜູ້ນຳ​ສຽງ​ສ່ວນ​ຫຼາຍ ໃນສະພາສູງ ທ່ານ​ຈອນ ຄໍຣ໌​ນິນ ຈາກ​ລັດ​ເທັກ​ຊັສ ກ່າວ​ວ່າ
“​ແຜນ​ໃນສປັດ​ຈຸບັນ ອາທິດ​ນີ້​ກໍຈະມີ​ການ​ລົງ​ຄະ​ແນນ​ສຽງ​ກ່ຽວກັບຮ່າງ​ກົດໝາຍພາ
ສີຂອງສະພາສູງ. ​ເປົ້າ​ໝາຍ​ກໍ​ຄື​ເຮັດ​ໃຫ້​ເສດຖະກິດ​ເຕີບ​ໂຕ​ອີກ.”

ທ່ານ​ຄໍຣນິນ ​ແລະ​ສະມາຊິກ​ພັກຣີພັບ​ບລິ​ກັນ​ຄົນ​ອື່ນໆ ຢູ່​ໃນ​ຄະນະ​ກໍາມະການ​ການ​
ເງິນ ​ໄດ້​ເຮັດ​ວຽກ​ແລະກິນ​ເຂົ້າ​ສວາຍ​ ກັບປະທານາທິບໍດີ​ທຣໍາ ຢູ່​ທີ່​ທຳນຽບຂາວ ທ່າມ
ກາ​ງຄວາມ​ພະຍາຍ​າມທີ່​ຂຸ້ນຂ້ຽວ ​ເພື່ອ​ໃຫ້ໄດ້ຮັບຢ່າງໜ້ອຍ​ 50 ຄະ​ແນນ​ສຽງ ​ກ່ຽວກັບ
ແຜນ​ຕັດ​ພາສີ​ໃນ​ສະພາທີ່ມີສະມາຊິກທັງໝົດ 100 ທ່ານ. ​ພັກຣິພັບ​ບລິກກັນກຳສຽ​ງ
ສ່ວນ​ຫລາຍ 2 ບ່ອນນັ່ງ ​ແລະ​ບໍ່​ມີ​ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັດ ທີ່​ໄດ້​ອອກ​ມາ
​ສະແດງ​ຄວາມ​ເຫັນ​ພ້ອມ​ກັບ​ຮ່າງ​ກົດໝາຍນີ້. ​ໃນ​ກໍລະນີ​ທີ່​ມີ​ຄະ​ແນນ 50-50 ​ເທົ່າກັນ
ນັ້ນ ຮອງ​ປະທານ​າທິບໍດີ ​ໄມ​ຄ໌ ​ເພັນ​ສ໌ ຈະລົງຄະແນນສຽງ​ຕັດສິນ ​ເພື່ອໃຫ້​ຮ່າງ​ກົດ
ໝາຍ​ຜ່ານ.

ປະ​ທານ​ຄະນະ​ກຳມະການ​ໆ​ເງິນ ທ່ານ ອໍຣ໌ຣິນ ​ແຮ​ຕສ໌ ຈາກ​ລັດ​ຢູທາ ກ່າວ​ວ່າ “ພວກ
​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ໃຫ້ໄດ້​ 50 ຄະ​ແນນສຽງ.”

ສະມາຊິກ​ສະພາ​ສູງ​ພັກຣີພັບ​ບລິກກັນ​ຄົນ​ນຶ່ງ ທ່ານຣອນ ຈອນ​ສັນ ຈາກ​ລັດ​ວິສຄອນ​ຊິນ
​ໄດ້​ປະກາດ​ວ່າ ທ່ານ​ບໍ່​ເຫັນ​ພ້ອມກັບແຜນຕັດ​ພາສີທີ່ຢູ່​ໃນ​ຮູບ​ແບບ​ປັດ ຈຸບັນ. ລາຍ​ງານ​
ຂ່າວ​ໄດ້​ອ້າງຄຳ​ເວົ້າຂອງຜູ້​ຊ່ວຍ​ອີກຄົນນຶ່ງ​ວ່າ ທ່ານສຕີບ ​ເດນ ຈາກ​ລັດ​ມົງຕານາ ທີ່​
ກ່າວ​ວ່າ ຮ່າງ​ກົດໝາຍນີ້ ເນັ້ນໜັກ​ຫຼາຍ​ເກີ​ນ​ໄປ ໃນ​ຄວາມ​ເຫັນ​ພ້ອມ​ກັບ​ບໍ​ລິ​ສັດ​ໃຫຍ່ໆ.
ບັນດາ​ສະມາຊິກ​ສະພາ​ສູງ​ພັກຣີພັບ​ບລິ​ກັນ​ອີກ​ຫລາຍໆ​ທ່ານ ​ໄດ້​ສ​ະ​ແດງ​ຄວາມ​ເສົ້າ​ໃຈ
​ ເປັນ​ຫ່ວງ​ກ່ຽວ​ກັບການ​ເພີ້​ມໜີ້​ສິນ​ຂອງ​ປ​ະ​ເທດ​ຕື່ມ​ອີກ ​ແຕ່​ບໍ່​ໄດ້​ເວົ້າວ່າ ​ເຂົາ​ເຈົ້າ​ຈະ​ລົງ
​ຄະແນນ​ສຽງ​ຢ່າງ​ໃດ.

ປະທານາທິບໍດີ ດໍໂນລ ທຣໍາ ຍົກໂປ້ ໃນຂະນະທີ່ ເດີນທາງອອກຈາກລັດຖະສະພາ ກັບຮອງປະທານາທິບໍ່ດີ ​ໄມ​ຄ໌ ​ເພັນ​ສ໌ .
ປະທານາທິບໍດີ ດໍໂນລ ທຣໍາ ຍົກໂປ້ ໃນຂະນະທີ່ ເດີນທາງອອກຈາກລັດຖະສະພາ ກັບຮອງປະທານາທິບໍ່ດີ ​ໄມ​ຄ໌ ​ເພັນ​ສ໌ .

ປະທານາທິບໍດີ​ທຣໍາ ທ່ານ​ເອງປາກົດ​ວ່າ​ຮັບ​ຮູ້​ໃນ​ຄວາມ​ຕ້ອງການ​ຊອກ​ຫາ​ສຽງ​ຂອງ​
ແຜນ​ຕັດພາສີ ໂດຍຂຽນ​ລົງ​ທາງ Tweeter ວ່າ "ຊົນ​ຊັ້ນກາງ ​ແລະ​ຜູ້​ຜະ ລິດ​ວຽກ​ງານ"
ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ "ພຽງແຕ່​ປ່ຽນແປງເລັກ​ນ້ອຍໂຕ ເລກຈຳນວນ​ນຶ່ງ."

ສະພາ​ຕໍ່​າໄດ້​ໃຫ້ການ​ອະນຸມັດຕໍ່ແຜນການປະຕິ​ຮູບພາສີອີກສະບັບນຶ່ງ ທີ່ແຕກຕ່າງ​ໃນ
​ຕົ້ນ​ເດືອນ​ນີ້. ຖ້າ​ຫາກ​ສະພາ​ສູງ​ຮັບຜ່ານ​ຮ່າງ​ກົດໝາຍນີ້ ທັງສອງ​ສະບັບ​ຈະ​ຕ້ອງມີ
|ການປະນີປະນອມ​ເຂົ້າ​ເປັນຮ່າງກົດໝາຍດຽວກັນ ​ແລະໄດ້ມີການຮັບຮອງເອົາ​ຢູ່​ໃນ
ທັງສອງ​ສະພາ ກ່ອນ​ປະທານາທິບໍດີ​ສາມາດ​ເຊັນ​ໃຫ້ເປັນ​ກົດໝາຍ​ໄດ້.

ບັນດາ​ສະມາຊິກ​ພັກ​ເ​ດ​ໂມ​ແຄຣັດ​ໃນ​ຂະນະ​ດຽວ​ກັນ​ກຳລັງ​ເຮັດວຽກ​ຢ່າ​ງຂຸ້ນຂ້ຽວ ເພື່ອ
ຄັດຄ້ານຕໍ່ແຜນການຕັດພາສີດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາລາວ

Trump US Tax Reform
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG