ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບູລິມະສິດ ໃນປີ 2018 ຂອງ ທ່ານ ທຣຳ ແມ່ນແນໃສ່ ການເລືອກຕັ້ງ ກາງສະໄໝ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບ ການປະຕິຮູບພາສີ ທີ່ຫໍປະຊຸມ ເຊັນຊາລສ໌, ລັດ ມິສຊູຣີ. 29 ພະຈິກ, 2017.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບ ການປະຕິຮູບພາສີ ທີ່ຫໍປະຊຸມ ເຊັນຊາລສ໌, ລັດ ມິສຊູຣີ. 29 ພະຈິກ, 2017.

ປະທານາທິບໍດີ ດໍໂນລ ທຣຳ, ທີ່ໄດ້ຮັບແຮງກະຕຸ້ນໃນການທຳງານໂດຍໄຊຊະນະ
ຈາກການຕັດພາສີ ແລະເສດຖະກິດທີ່ຂະຫຍາຍຕົວຂຶ້ນໃນປີທີ່ຜ່ານມານັ້ນ, ແມ່ນກຳ
ລັງຜັກດັນແຜນການບູລິມະສິດທັງພາຍໃນ ແລະ ຕ່າງປະເທດທີ່ແນໃສ່ການເລືອກ
ຕັ້ງກາງສະໄໝໃນປີ 2018 ຢູ່ໃນໃຈ.

ໂຄສົກທຳນຽບຂາວທ່ານນາງ ຊາຣາ ຮັກຄາປີ ແຊນເດີສ໌ ໄດ້ກ່າວວ່າ “ການປະຕິຮູບ
ດ້ານສະຫວັດດີການ, ພື້ນຖານໂຄງລ່າງ, ການປະຕິຮູບດ້ານຄົນເຂົ້າເມືອງທີ່ມີຄວາມ
ຮັບຜິດຊອບ ແລະ ປະກັນສຸຂະພາບທັງໝົດຈະແມ່ນບູລິມະສິດສູງສຸດສຳລັບລັດຖະ
ບານໃນປີນີ້.”

ຂໍ້ຄວາມຫຼ້າສຸດຂອງທ່ານ ທຣຳ ທີ່ຂຽນລົງໃນ Twitter ໄດ້ສະແດງໃຫ້ເຫັນຮ່ອງຮອຍ
ສອງສາມຢ່າງ ກ່ຽວກັບ ຄວາມຄິດຂອງທ່ານ. ໃນຈຳນວນຂໍ້ຄວາມທຳອິດ ທີ່ທ່ານໄດ້
ຂຽນໃນ Twitter ຂອງປີໃໝ່ນັ້ນ, ທ່ານປະທານາທິບໍດີໄດ້ປະກາດວ່າ ພັກຣີພລັບບລີ
ກັນ ເປັນໝູ່ເພື່ອນຂອງພວກຄົນເຂົ້າເມືອງໜຸ່ມນ້ອຍ ຜູ້ທີ່ອາດຖືກເນລະເທດ ເມື່ອໂຄງ
ການອະນຸຍາດໃຫ້ເດັກນ້ອຍ ຍົກຍ້າຍຖິ່ນຖານຜິດກົດໝາຍ ຢູ່ໃນປະເທດ ຫຼື DACA
ໝົດອາຍຸລົງໃນເດືອນມີນາຈະມາເຖິງນີ້.

ທ່ານໄດ້ຂຽນໃນ Twitter ວ່າ ພັກເດໂມແຄຣັດ ບໍ່ໄດ້ເຮັດຫຍັງສຳລັບໂຄງການ
DACA, ມີແຕ່ສົນໃຈໃນການເມືອງ. ບັນດານັກເຄື່ອນໄຫວ DACA ແລະ ປະຊາຊົນ
ຜູ້ເວົ້າພາສາ ສເປນ ຈະສ້າງຄວາມລຳບາກໃຫ້ພັກເດໂມແຄຣັດ, ເຂົາເຈົ້າຈະເລີ່ມ
“ຫຼົງຮັກ” ພັກຣີພັບບລີກັນ ແລະ ປະທານາທິບໍດີຂອງເຂົາເຈົ້າ. ພວກເຮົາເວົ້າເລື່ອງຜົນ
ທີ່ອອກມາ.

ແລະ ທ່ານໄດ້ໃຫ້ສັນຍານວ່າ ທ່ານຈະບໍ່ລົດລະ ໃນຄວາມພະຍາຍາມ ກ່ຽວກັບຄຳສັນ
ຍາ ລະຫວ່າງການໂຄສະນາຫາສຽງຂອງທ່ານ ເພື່ອຍັບຢັ້ງຄົນເຂົ້າເມືອງຜິດກົດໝາຍ
ແລະ ສ້າງກຳແພງຕາມເຂດຊາຍແດນປະເທດ ເມັກຊິໂກ.

ທ່ານໄດ້ຂຽນຂໍ້ຄວາມໃນ Twitter ວ່າ ຂອບໃນທ່ານ ແບຣນເດິນ ຈູດ (Brandon
Judd) ຈາກສະພາຕຳຫຼວດ ລາດຕະເວນເຂດຊາຍແດນແຫ່ງຊາດ ສຳລັບຄຳເວົ້າທີ່
ມີນ້ຳໃຈຂອງທ່ານ ກ່ຽວກັບ ວ່າພວກເຮົາເຮັດໄດ້ດີຊໍ່າໃດຢູ່ເຂດຊາຍແດນ. ພວກເຮົາ
ຈະນຳເອົາຄົນທີ່ເກັ່ງຂອງທ່ານເຂົ້າມາຫຼາຍໆ ແລະຫຼາຍຂຶ້ນ ແລະ ຈະສ້າງກຳແພງທີ່
ຕ້ອງການຢ່າງຍິ່ງນັ້ນ.

ບັນດາເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ການຍົກເລີກ ແລະ ສັບປ່ຽນປະກັນສຸຂະພາບ
Obamacare ກໍແມ່ນສິ່ງຈຳເປັນສຳລັບທ່ານ ທຣຳ ເຊັ່ນກັນ.

ແຕ່ບູລິມະສິດທີ່ຮີບດ່ວນທີ່ສຸດຈະແມ່ນການຫຼີກລ່ຽງການປິດລັດຖະບານໃນວັນທີ 19
ມັງກອນນີ້ ເມື່ອເງິນທຶນຊົ່ວຄາວໃນປັດຈຸບັນໝົດລົງ.

ທ່ານນາງ ແຊນເດີສ໌ ໄດ້ກ່າວໃນວັນອັງຄານວານນີ້ວ່າ “ເຫັນໄດ້ຊັດວ່າງົບປະມານ
ແມ່ນສິ່ງທຳອິດ ແລະ ມາກ່ອນໝູ່ໝົດ. ແລະ ເປັນບູລິມະສິດທີ່ໃຫຍ່ທີ່ສຸດໃນເວລານີ້.
ທ່ານປະທານາທິບໍດີຢາກໄດ້ຂໍ້ຕົກລົງງົບປະມານສອງປີ ທີ່ສະໜອງຍອດງົບປະມານ
ທີ່ເປັນຈິງ ແລະ ການສະໜອງຕ່າງໆສຳລັບຄວາມໝັ້ນຄົງແຫ່ງຊາດຂອງພວກເຮົາ.
ນັ້ນຈະແມ່ນຈຸດສຳຄັນສຸດ ແລະ ຈຸດສູນກາງໃນການສົນທະນາຕ່າງໆທີ່ຈະເກີດຂຶ້ນ
ໃນສັບປະດານີ້ ກັບບັນດາຜູ້ນຳລັດຖະສະພາ.

ບັນດາຜູ້ຕິດຕາມທ່ານ ທຣຳ ກ່າວວ່າ ທ່ານປະທານາທິບໍດີ ຍັງຢາກຂະຫຍາຍຂະບວນ
ການລິເລີ່ມຕ່າງໆ ເພື່ອຍົກເລີກສິ່ງທີ່ທ່ານໄດ້ເອີ້ນວ່າ “ລະບຽບການຂອງລັດ” ໃນປີນີ້
ແລະ ໄດ້ຮັບການອະນຸມັດຈາກທັງສອງພັກການເມືອງ ກ່ຽວກັບ ຮ່າງກົດໝາຍພື້ນຖານ
ໂຄງລ່າງ ທີ່ອາດອະນຸມັດການໃຊ້ຈ່າຍງວດໃໝ່ຫຼາຍເຖິງ ພັນຕື້ໂດລາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG