ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ສັນລະເສີນ ທ່ານ ເອີດວານ ທັງໆທີ່ ມີການຕົບຕີ ພວກປະທ້ວງ


ປະທານາທິບໍດີ ດໍໂນລ ທຣຳ ຈັບມື ກັບປະທານາທິບໍດີເທີກີີ ທ່ານ Recep Tayyip Erdogan ໃນການພົບປະກັນ ທີ່ໂຮງແຮມ ລະຫວ່າງກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ. (ວັນທີ 21 ກັນຍາ 2017)
ປະທານາທິບໍດີ ດໍໂນລ ທຣຳ ຈັບມື ກັບປະທານາທິບໍດີເທີກີີ ທ່ານ Recep Tayyip Erdogan ໃນການພົບປະກັນ ທີ່ໂຮງແຮມ ລະຫວ່າງກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ. (ວັນທີ 21 ກັນຍາ 2017)

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ​ໄດ້​ກ່າວ​ສັນລະ​ເສີນປະທານາທິບໍດີ​ເທີ​ກີ
ທ່ານ Recep Tayyip Erdogan ​ໃນ​ຖານະ​ປະ​ເທດ​ເພື່ອນ​ມິດ ທີ່​ໄດ້ຮັບ​ຄະ​ແນນ​ສູງ
​ໃນ​ການ​ບໍລິຫານ​ຂົງ​ເຂດ​ທີ່​ມີ​ຄວາມ​ສັບສົນ​ຫຍຸ້ງຍາກ​ຂອງ​ໂລກ.

ການ​ກ່າວ​ສັນລະ​ເສີນ​ຂອງ​ທ່ານ​ທຣຳ ຕໍ່​ຜູ້ນຳ​ຂອງ​ເທີ​ກີ ມີ​ຂຶ້ນຢູ່​ຂ້າງ​ນອກ​ກອງ​ປະຊຸມ
​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດໃນ​ວັນ​ພະຫັດ​ວານ​ນີ້ທັງໆ​ທີ່ໄດ້​ເກີດ​ຄວາມ​ເຄັ່​ງຕຶງ​
ລະຫວ່າງ ​ປະ​ເທດ​ທັງ​ສອງ ກ່ຽວ​ກັບ​ການ​ປະຕິບັດ​ງານ ​ຂອງ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ
​ປອດ​ໄພ​ເທີ​ກີ ຕໍ່​ພວກ​ປະ​ທ້ວງ​ຊາວ​ອາ​ເມຣິກັນ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ທີ່​ທ່ານ​ທຣຳພົບ​ປະເພື່ອ​ເຈລະຈາ​ກັບ​ທ່ານ Erdogan ພວກ​ສະໜັບສະໜຸນ​ທ່ານ Erdogan ​ໄດ້​ຕົບ​ຕີ​ ແລະ​ເຕະ​ ພວກ​ປະ​ທ້ວງ 3 ຄົນ​ ທີ່​ໄດ້​ລົບ​
ກວນ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ ທີ່​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ນະຄອນ​ນິວຢອກ.

ທ່ານ Erdogan ​ໄດ້​ກ່າວ​ຄຳ​ປາ​ໄສ ​ຕໍ່ຫຼາຍຮ້ອຍ​ຄົນ ​ໃນ​ພິທີ​ທີ່​ຈັດ​ຂຶ້ນ​ໂດຍ​ພວກນັກ
ທຸ ລະກິດຄະນະ​ກຳມະການ​ຊີ້ນຳ​ແຫ່ງ​ຊາດ​ເທີ​ກີອາ​ເມຣິກັນເວລາ​ຜູ້​ຊາຍ​ຄົນ​ນຶ່ງຢືນ​
ຂຶ້ນ ​ແລະ​ຮ້ອງ​ອອກ​ມາ​ວ່າ “ຜູ້​ກໍ່​ການ​ຮ້າຍ, ຜູ້​ກໍ່​ການ​ຮ້າຍ.”

ລາຍ​ງານ​ຂ່າວໂທລະພາບ​ຂອງ​ສຽງ​ອາ​ເມ​ຣິກາ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຜູ້​ຟັງ​ເລີ້ມ
ທຸບ​ຕີ​ຜູ້ກ່ຽວ ຂະນະ​ທີ່​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ​ຂອງ​ສະຫະລັດ​ ພະຍາຍາມ
ນຳ​ເອົາ​ໂຕ​ຜູ້ກ່ຽວ​ໄປ​ຫາບ່ອນ​ປອດ​ໄພ. ບໍ່​ດົນ​ຫຼັງ​ຈາກ​ລາວ​ຖືກ​ນຳ​ໂຕ​ອອກ​ໄປ​ແລ້ວ
ຜູ້​ຊາຍ​ຄົນທີ​ສອງ ​ກໍ​ໄດ້​ເລີ້ມ​ເຮັດ​ແບບ​ດຽວ​ກັນ ​ແລະ​ລາວ​ກໍ​ໄດ້​ຖືກ​ທຸບ​ຕີ ​ແລະ​ຖືກ​ຕີ​
ດ້ວຍ​ຄັນ​ທຸງຊາດ​ເທີ​ກີ​ ​ໃນ​ຂະນະ​ທີ່ ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ສະຫະລັດ​ນຳ
​ໂຕ​ອອກ​ໄປນັ້ນ.

ທ່ານ Erdogan ​ໄດ້​ພະຍາຍາມ​ຂໍ​ຮ້ອງ​ໃຫ້​ຝູງ​ຊົນ​ຢູ່​ໃນ​ຄວາມ​ສະຫງົບໂດຍ​ກ່າວ​ວ່າ
“ຂໍ​ໃຫ້​ພວກ​ເຮົາ​ຢ່າ​ໄດ້​ເສຍສະຫຼະກອງ​ປະຊຸມ​ທັງ​ໝົດໃຫ້​ແກ່​ຜູ້​ກໍ່​ການຮ້າຍ​ສອງ​ຄົນ.”

ຫລັງ​ຈາກ​ນັ້ນ ຜູ້​ປະ​ທ້ວງ​ຄົນທີ​ສາມ​ກໍ​ໄດ້ລົບ​ກວນ​ປະທານາທິບໍດີ ຈາກ​ອີກ​ຟາກນຶ່ງ
​ຂອງ​ຝູງ​ຊົນ​ທີ່​ເຂົ້າຮ່ວມ. ​ເຖິງ​ແມ່ນ​ການ​ລົບ​ກວນ​ດັ່ງກ່າວ​ນີ້ ບໍ່​ໄດ້​ມີ​ການຖ່າຍຮູບ​ໄວ້ ​
ແຕ່​ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່ຢູ່​ໃກ້​ຄຽງ​ກ່າວ​ວ່າ ຜູ້ກ່ຽວ​ກໍ​ໄດ້​ຖືກ​ທຸບ​ຕີ​ຄື​ກັນ.

ນີ້​ແມ່ນເທື່ອ​ທີ​ສອງ​ໃນ​ປີນີ້ ທີ່​ພວກ​ປະ​ທ້ວງ​ຢູ່​ໃນ​ສະຫະລັດ​ ຖືກ​ທຸບ​ຕີ​ໂດຍ​ພວກສະ
ໜັບສະໜູນ​ຂອງ​ປະທານາທິບໍດີ Erdogan.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG