ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​​​​​​​​​​ປ. ທຣຳ ຕ້ອນຮັບ ການແຂ່ງຂັນ ໃນຍຸກໃໝ່ ລະດັບໂລກ ແລະ ວ່າ ອາເມຣິກາ ຈະຊະນະ


​​​​​​​​​​ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງ ກ່ຽວກັບ ແຜນຍຸດທະສາດ ດ້ານຄວາມໝັ້ນຄົງແຫ່ງຊາດ, ທີ່ນະຄອນຫຼວງ ວໍຊີງຕັນ ດີຊີ, ເມື່ອວັນທີ 18 ທັນວາ 2017.
​​​​​​​​​​ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງ ກ່ຽວກັບ ແຜນຍຸດທະສາດ ດ້ານຄວາມໝັ້ນຄົງແຫ່ງຊາດ, ທີ່ນະຄອນຫຼວງ ວໍຊີງຕັນ ດີຊີ, ເມື່ອວັນທີ 18 ທັນວາ 2017.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ເຕືອນໃນວັນຈັນວານນີ້ວ່າ ຄວາມເຂັ້ມ
ແຂງທີ່ດີເລີດຂອງປະເທດ ແມ່ນຖືກທ້າທາຍ ໂດຍອຳນາດຂອງຄູ່ແຂ່ງ, ແຕ່ທ່ານໄດ້ ໃຫ້ຄຳຢືນຢັນວ່າ ປະເທດ ຈະນຳໃຊ້ “ທຸກໆວິທີທາງ” ໃນການທີ່ຈະສະແດງອອກ
ຊຶ່ງຈະກະຕຸ້ນ ໃນອັນທີ່ທ່ານຖືກຂະໜານນາມວ່າ ເປັນຊາວອາເມຣິກັນທີ່ຫາກໍຕື່ນຕົວ.

ການວາງແຜນເຖິງຍຸດທະສາດ ໃນການຮັກສາຄວາມປອດໄພແຫ່ງຊາດຂອງທ່ານ ໃນລະຫວ່າງຄຳປາໄສໃນວໍຊີງຕັນນັ້ນ ທ່ານທຣຳ ໄດ້ຊີ້ໃຫ້ເຫັນວ່າ ຣັດເຊຍ ແລະຈີນ ແມ່ນຕົກຢູ່ໃນຄວາມເປັນຫ່ວງທີ່ໃຫຍ່ສຸດ ໂດຍກ່າວວ່າ ທັງສອງປະເທດນີ້ “ຊອກຫາ
ສິ່ງທີ່ທ້າທາຍ ໃນຄຸນຄ່າຂອງຊາວອາເມຣິກັນ ຄວາມມີອິດທິພົນແລະຄວາມຮັ່ງມີ.”

ແຕ່ທ່ານໄດ້ໃຫ້ຄຳໝັ້ນສັນຍາກັບວໍຊີງຕັນ ພາຍໃຕ້ການເປັນຜູ້ນຳຂອງທ່ານວ່າ ຈະບໍ່
ຍອມຖອຍຫຼັງ.

ເຊີນຊົມ: ແຜນຍຸດທະສາດໃໝ່

“ເຖິງແມ່ນວ່າ ທ່ານຈະມັກ ຫຼືບໍ່ນັ້ນ, ພວກເຮົາກໍແມ່ນ ໄດ້ຢູ່ໃນການແຂ່ງຂັນຂອງ
ຍຸກໃໝ່,”
ຊຶ່ງທ່ານທຣຳ ໄດ້ກ່າວໄວ້ ແລະໃຫ້ລະວັງ “ການທີ່ີຊາວອາເມຣິກັນ ປະສົບຜົນສຳເລັດນັ້ນບໍ່ໄດ້ເປັນການມ້ວນທ້າຍທີ່ເຫືອດຫາຍໄປ.”

ທ່ານທຣຳ ໄດ້ກ່າວຕື່ມວ່າ “ພວກເຮົາ ໄດ້ປະກາດໄປວ່າ ອາເມຣິກັນ ແມ່ນຢູ່ໃນການ
ແຂ່ງຂັນ ຢູ່ໃນເກມ ແລະອາເມຣິກັນ ກໍຈະຊະນະ.”

ໃນບໍ່ເທົ່າໃດມື້ ຜ່ານມານີ້ ເຈົ້າໜ້າທີ່ຂັ້ນສູງ ໄດ້ສົ່ງເສີມຍຸດທະສາດອັນໃໝ່ນີ້. 11 ເດືອນ
ໃນການປະຕິບັດໜ້າທີ່ໃນຕຳແໜ່ງ ຄື ການມີຄວາມ “ແຈ່ມແຈ້ງແລະການເອົາບາດກ້າວ ໃນປື້ມຫຼິ້ນເກມ” ທີ່ໄດ້ອອກແບບມາເພື່ອຈັດການ ຕໍ່ການຂົ່ມຂູ່ ທີ່ຍັງມີຢູ່ຢ່າງຕໍ່ເນື່ອງ ໂດຍເພັ່ງເລງໃສ່ການຮັກສາຜົນປະໂຫຍດຂອງສະຫະລັດ ຈາກຄູ່ແຂ່ງ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ຄົນເບິ່ງຂ່າວໃນໂທລະພາບ ທີ່ສະແດງໃຫ້ເຫັນສອງຜູ້ນຳ: ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ແລະປະທານປະເທດເກົາຫຼີເໜືອ ກິມ ຈົງ ອຶນ (Kim Jong Un) ໃນສະຖານີໃນໂຊລ,29 ພະຈິກ 2017.
ຜູ້ຄົນເບິ່ງຂ່າວໃນໂທລະພາບ ທີ່ສະແດງໃຫ້ເຫັນສອງຜູ້ນຳ: ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ແລະປະທານປະເທດເກົາຫຼີເໜືອ ກິມ ຈົງ ອຶນ (Kim Jong Un) ໃນສະຖານີໃນໂຊລ,29 ພະຈິກ 2017.

XS
SM
MD
LG