ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທຣຳ ເອົາຊະນະ ຄູ່ແຂ່ງ ທ່ານນາງ ຄລິນຕັນ ຢ່າງບໍ່ຄາດຝັນ


Billionaire Republican Donald Trump Wins the 2016 U.S. Presidential Race
please wait

No media source currently available

0:00 0:02:50 0:00

ເຊີນຊົມ ວີດີໂອ ສະຫລຸບ ໄຊຊະນະ ການເລືອກຕັ້ງ ປະທານາທິບໍດີ ສະຫະລັດ ຂອງມະຫາເສດຖີພັນລ້ານ ທ່ານ Donald Trump ໂດຍນັກຂ່າວ ປະຈຳທຳນຽບຂາວ ຂອງວີໂອເອ Mary Alice Salinas.

ທ່ານ Donald Trump ຈະເປັນປະທານາທິບໍດີ ຂອງສະຫະລັດ ຄົນຕໍ່ໄປ.

ນັກທຸລະກິດມະຫາເສດຖີພັນລ້ານ ຜູ້ທີ່ໄດ້ຖືກຕີລາຄາຕ່ຳ ໂດຍທົ່ວໄປ ແລະແມ່ນກະທັງ ຖືກເຍາະເຍີ້ຍໂດຍພວກຊົນຊັ້ນການເມືອງ ແລະສື່ມວນຊົນ ຕະຫຼອດການໂຄສະນາ ຫາສຽງຂອງທ່ານ ໄດ້ເອົາຊະນະຄູ່ແຂ່ງຂອງທ່ານ ອະດີດ ລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ໃນວັນອັງຄານວານນີ້ ຢ່າງບໍ່ໜ້າເຊື່ອ ແລະຂາດຮອຍ.

“ຂ້າພະເຈົ້າຂໍປະຕິຍານ ຕໍ່ພົນລະເມືອງຂອງພວກເຮົາໝົດທຸກຄົນ ວ່າ ຈະເປັນ ປະທານາທິບໍດີ ຂອງຊາວອາເມຣິກັນ ທຸກໆ​ຄົນ” ນັ້ນແມ່ນຄຳເວົ້າຂອງທ່ານ Trump ທີ່ໄດ້ກ່າວດ້ວຍຄວາມປິຕິຍິນດີ ໂດຍມີຄອບຄົວຂອງທ່ານ ແລະ ບັນດາທີ່ປຶກສາ ລະດັບສູງ ຢືນຢູ່ຄຽງຂ້າງໃນງານສະ​ເຫລີ​ມຫລອງໄຊຊະນະ ຢູ່ທີ່ ນະຄອນ New York ​ໃນຕອນເຊົ້າວັນພຸດມື້ນີ້.

Donald Trump Wins Presidential Election, Sending Shockwaves Around the World
please wait

No media source currently available

0:00 0:03:21 0:00

ມັນເປັນໄຊຊະນະທີ່ບໍ່ໜ້າເປັນໄປໄດ້ເລີຍ ສຳລັບຜູ້ສະໝັກທ່ານນີ້ ທີ່ບໍ່ເຄີຍໄດ້ຖືກເລືອກ​ໃຫ້​ກຳ​ຕຳ​ແໜ່​ງໃດໆ​ມາ​ກ່ອນ ແລະຜູ້ທີ່ໄດ້ໂຄສະນາຫາສຽງ ແບບແຕກຕ່າງ​ໄປຈາກ ທຳມະດາ ໃນປະຫວັດສາດຂອງສະຫະລັດ. ນອກ​ນັ້ນມັນຍັງໄດ້ເຮັດ​ໃຫ້ການ​ໂຄສະນາ​
ຫາ​ສຽງ​ທີ່​ມີ​ການ​ຂັດ​ແຍ້​ງ ແລະສ້າງຄວາມແຕກແຍກ ຢ່າງ​ຮ້າຍ​ແຮງ ໃນຄວາມຊົງຈຳ ທີ່ຜ່ານມາ ຫວ່າງ​ບໍ່​ດົນ​ມານີ້ ສິ້ນສຸດ​ລົງ.

ທ່ານ Trump ຈາກ​ພັກຣີພັບ​ບລີ​ກັນໄດ້​ຮັບ​ຄະ​ແນນ​ສຽງ​ຜູ້​ແທນ​ລັດຫລື electoral votes ຢ່າງ​ໜ້ອຍ 288 ຄະ​ແນນ​ ສົມ​ທຽບ​ໃສ່ 215 ຄະ ​ແນນ​ທີ່​ທ່ານ​ນາງ Clinton ຜູ້​ສະໝັກ​ຂອງ​ພັກ​ເດ​ໂມ​ແຄຣັດ​ໄດ້​ຮັບ ອີງ ຕາມ​ໂຕ​ເລກ ​ໃນ​ຕອນ​ເຊົ້າວັນ​ພຸດ​ມື້ນີ້. ​ເຖິງ​ແມ່ນວ່າ​ທ່ານ​ໄດ້​ຮັບໄຊຊະນະ ຢ່າງ​ແຂງ​ຂັນ ​ໂດຍ​ຄະ​ແນນ​ສຽງ​ຂອງ​ຜູ້​ແທນ​ລັດ​ກໍ​ຈິງ ​ແຕ່​ປາກົດ​ວ່າ ທ່ານ Trump ອາດ​ຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ ຂອງ​ປະຊາຊົນ ຫຼຸດທ່ານ​ນາງ Clinton ໜ້ອຍ​ນຶ່ງ. ນີ້ອາດ​ຈະ​ເປັນ​ພຽງ​ຄັ້ງທີ 4 ​ເທົ່າ​ນັ້ນ ​ໃນ​ປະ ຫວັດ​ສາດ​ຂອງ​ສະຫະລັດ ທີ່​ຜູ້​ຊະນະ​ຕຳ​ແໜ່​ງ ປະທານາທິບໍດີ ​ແຕ່​ໄດ້ຮັບ​ຄະ​ແນນ​ສຽງ ​ປະຊາຊົນ​ຫຼຸດຜູ້​ເສຍ​ໄຊ.

ທີ່​ສູນ​ກາງ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ Trump ຜູ້​ຄົນ​ແມ່ນ​ພາກັນສະ​ແດງ​ຄວາມ​ດີ​ອົກ​
ດີ​ໃຈ ​ເຖິງ​ແມ່ນ​ວ່າ​ຮ່ອງຮອຍ​ຂອງ​ຄວາມ​ແຕກ​ແຍກໃນ​ການ​ໂຄສະນາ​ຫາ​ສຽງ​ຍັງ​ສະ​ແດງ​ໃຫ້​ເຫັນ​ຢູ່. ​ເຖິງ​ແມ່ນ​ເປັນ​ທີ່​ຈະ​ແຈ້ງ ​ແລ້ວ​ວ່າ ທ່ານ Trump ຈະ​ເປັນ​ຜູ້​ຊະນະ​ ພວກ​ຜູ້​ສະໜັບສະໜຸນ​ທ່ານ ​ໄດ້​ຮ້ອງ​ຂຶ້ນ​ເປັນ​ບາງ​ຄັ້ງບາງ​ຄາວ​ວ່າ “​ໃຫ້​ຈັບ​ນາງ” ຊຶ່ງ​ໝາຍ​ເຖິງ
​ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ ຂອງ​ພັກ​ເດ​ໂມ​ແຄຣັດ.

ນາງ Mary Alice Salinas ຊຶ່ງ​ຢູ່​ທີ່​ງານ​ສະຫລອງ​ໄຊຊະນະ​ ຂອງ​ທ່ານ Trump ກ່າວ​ວ່າ “ເລີ້ມຕົ້ນດ້ວຍ​ ການສະ​ແດງຄວາມ​ຕື່ນ​ເຕັ້ນ​ເປັນ​ທີ່​ສຸດ​ໃນ​ໝູ່​ພວກ​ສະໜັບສະໜຸນ​ທ່ານ​ແລະ​ກໍ​ເພີ້ມທະວີ​ຂຶ້ນ​ເລື້ອຍໆ. ພວກ​ສະໜັບສະໜຸນ​ທ່ານ Trump ຫລາຍໆ​ຄົນ​ກ່າວ​ວ່າ ບໍ່​ໄດ້​ເປັນ​ທີ່ ​ແປກ​ໃຈ​ຫຍັງ​ເລີຍ​ໃນ​ໄຊຊະນະ​ຄັ້ງນີ້ ​ເຂົາ​ເຈົ້າຮູ້​ດີ​ວ່າ ການ​ປ່ອນ​ບັດ​ຈະ​ດີກ​ວ່າ​ທີ່​ຫລາຍໆ​ຄົນ​ໄດ້​ຄາດ​ຄິດ​ໄວ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG